ລະວັງ! ຂ່າວປ່ວນ

 ປະຈຸບັນ ສື່ສານມວນຊົນມີບົດບາດສໍາຄັນຕໍ່ກັບການດໍາລົງຊີວິດຂອງມະນຸດກາຍເປັນອາຫານ, ເປັນສານກະຕຸ້ນ, ເປັນອາວຸດເພື່ອສະທ້ອນທັດສະນະ ຫຼືສະເໜີບັນຫາຕ່າງໆໃນສັງຄົມມີທັງອັນບວກ ແລະລົບ; ດັ່ງນັ້ນ, ຄວນເສບຂ່າວ ຢ່າງມີສະຕິ, ມີການກັ່ນກ່ອງ ແລະບໍລິໂພກຂ່າວຢ່າງຖືກຕ້ອງ,

JDB ມອບ 2,5 ຕື້ກີບ ຊ່ວຍລັດຕ້ານໂຄວິດ-19

  ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃນການຄວບຄຸມ ແລະປ້ອງກັນພະຍາດໂຄວິດ-19.

ຫຼາຍພາກສ່ວນສະໜັບສະໜູນຈຳປາສັກຕ້ານໂຄວິດ-19

  ວັນທີ 10 ພຶດສະພາ 2021, ທີ່ຫ້ອງວ່າການແຂວງຈຳປາສັກ, ຫຼາຍພາກ ສ່ວນໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ,ອຸປະກອນການແພດ ແລະເງິນສະໜັບສະໜູນເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະສະກັດກັ້ນການລະບາດພະຍາດໂຄວິດ-19

ຈີນ ມອບເຄື່ອງຊ່ວຍລາວດ້ານການແພດກັນໂຄວິດ-19

  ວັນທີ 10 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມີພິທີມອບຮັບການຊ່ວຍເຫຼືອທາງດ້ານການແພດຈາກລັດຖະບານ ແຫ່ງ ສປ ຈີນ ໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 

ບໍລິຄຳໄຊ ມອບກົນຈັກຜະລິດກະສິກຳ 3 ເມືອງ

  ພິທີມອບ-ຮັບເຄື່ອງກົນຈັກກະສິກຳໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ 3 ເມືອງເປົ້າໝາຍໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ ນີ້ຢູ່ພະແນກກະສິກຳ ແລະປ່າໄມ້ແຂວງລະ ຫວ່າງອົງການປົກຄອງແຂວງ ແລະກຸ່ມຜະລິດກະສິກຳສິນຄ້າ

ປະຊາຊົນ ຈຳນວນໜຶ່ງຍັງລັກລອບເຂົ້າ-ອອກ ເມືອງຕົ້ນເຜີ້ງ

  ນັບແຕ່ເລີ່ມມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນຮອບນີ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍ່ໄດ້ປະຕິບັດມາດຕະການປິດການເຂົ້າ-ອອກ ເມືອງໂດຍໄດ້ຕັ້ງຈຸດກັ່ນກອງຄົນເຂົ້າ-ອອກຢູ່ຈຸດປະຕູໂຂງທາງເຂົ້າເທສະບານປິດການສັນຈອນເຂົ້າ-ອອກ ລະຫວ່າງບ້ານຕໍ່ບ້ານໂດຍໃຫ້ເຈົ້າໜ້າທີ່ທະຫານ-ຕໍາຫຼວດ,

ໄຊສົມບູນ ຢຶດອາວຸດທີ່ຜິດກົດໝາຍ

 ໃນການເຄື່ອນໄຫວປະຕິບັດໜ້າວຽກງານກໍາລັງວິຊາສະເພາະຂອງກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ລົງສົມທົບກັບກອງບັນຊາການ ປກສ ເມືອງທ່າໂທມ ຕັ້ງຈຸດກວດກາຄົນເຂົ້າອອກເມືອງ, ພາຫະນະ, ເຄື່ອງຂອງທີ່ຜິດກົດໝາຍທຸກປະເພດ ແລະຄົນບໍ່ດີທີ່ມີການເຄື່ອນໄຫວ

ເຈົ້າແຂວງສະຫວັນນະເຂດ ຕິດຕາມຊົນລະກະເສດຢູ່ຈຳພອນ

   ໃນວັນທີ 6 ພຶດສະພາ 2021 ນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດພ້ອມດ້ວຍພະແນກກະສິກໍາ ແລະປ່າໄມ້ແຂວງ, ພະແນກການກ່ຽວຂ້ອງ ແລະຂະແໜງການໄດ້ລົງເບິ່ງຄວາມຄືບໜ້າໂຄງການພັດທະນາຊົນລະກະເສດ ແລະຊົນນະບົດຮອບດ້ານທີ່ເມືອງຈໍາພອນ;

5 ບ້ານ ເມືອງປະທຸມພອນຖືກກະທົບໜັກຈາກພາຍຸ

   ໃນວັນທີ 5 ພຶດສະພາ 2021, ທ່ານ ວຽງສິໄໝ ສີລິພອນພັນ ເຈົ້າເມືອງໆປະທຸມພອນ ພ້ອມດ້ວຍຄະນະກຳມະການຄວບຄຸມໄຟພິບັດຂັ້ນເມືອງໄດ້ລົງເຄື່ອນໄຫວຕິດຕາມຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດລົມພາຍຸລະດູຮ້ອນພັດເຮືອນທີ່ຢູ່ອາໄສ

2 ຕະຫຼາດໃຫຍ່ ຢູ່ຫຼວງພະບາງມີນະໂຍບາຍລູກຄ້າ

   ແມ່ຄ້າພໍ່ຄ້າຍິ້ມໄດ້ທີ່ເຈົ້າຂອງຕະຫຼາດໃຫຍ່ 2 ແຫ່ງຄືຕະຫຼາດໂພສີ ແລະຕະຫຼາດມະໂນລັກມີນະໂຍບາຍໃຫ້ໃນໄລຍະການແຜ່ລະບາດໂຄວິດ-19 ເພື່ອເປັນການຫຼຸດຜ່ອນລາຍຈ່າຍຂອງຊາວຄ້າຂາຍເພາະວ່າຜູ້ຄົນທີ່ເຂົ້າຊຶ້ເຄື່ອງໃນຕະຫຼາດໃນໄລຍະນີ້ແມ່ນມີຈໍານວນຫຼຸດລົງຫຼາຍຂາຍບໍ່ຄ່ອຍດີ.