ລັດເລັ່ງບຸກເບີກເນື້ອທີ່ທຳການຜະລິດໃຫ້ຜູ້ຖືກຜົນກະທົບຢູ່ສະໝາມໄຊ

ຂ່າວ: ມາລາທິບ-ນສພ ເສດຖະກິດ-ສັງຄົມ 

   ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດພ້ອມດ້ວຍຄະນະໄດ້ຊຸກຍູ້ໃຫ້ຄະນະກຳມະ ການໄພພິບັດແຂວງອັດຕະປືສືບຕໍ່ເລັ່ງຈັດສັນເນື້ອທີ່ທຳການຜະລິດກະສິກຳໃຫ້ໄວທັນປີນີ້ຂະນະທີີ່ປະຊາຊົນຜູ້ຖືກຜົນກະທົບຖືກຍົກຍ້າຍໃຫ້ເຂົ້າຢູ່ສູນພັກຊົ່ວຄາວສຳເລັດແລ້ວ.    

ລັດຖະບານສຳເລັດເຈລະຈາກູ້ເງິນ 170 ຕື້ກວ່າກີບ ນຳທະນາຄານໂລກ

ນສພ-ເສດຖະກິດ-ສັງຄົມ

  ກະຊວງການເງິນປະສົບຜົນສຳເລັດໃນການເຈລະຈາຂໍກູ້ຢືມເງິນນຳທະນາຄານໂລກຈຳນວນ 20 ລ້ານໂດລາ ຫຼື ປະມານ 170 ຕື້ກວ່າກີບ, ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມອາດສາມາດໃນການຄຸ້ມຄອງການເງິນແຫ່ງລັດຜ່ານລະບົບອີເລັກໂຕຣນິກ, ຊຶ່ງເປັນໂຄງການຢູ່ໃນແຜນຍຸດທະສາດການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະທະນາຄານໂລກໃນໄລຍະປີ 2019-2025.

ເຕືອນ! ຢ່າຫຼົງກົນລວງແຫຼ່ງທຶນກ້ອນໃຫຍ່ຈາກນອກເຂົ້າລາວ

ໂດຍ: ຣັດສະໝີດວງສັດຈະ 

  ໃນປະຈຸບັນບັນຫາເສດຖະກິດ, ການເງິນ-ເງິນຕາຂອງໂລກພວມຢູ່ໃນພາວະຫຼໍ່ແຫຼມ, ມີຄວາມສ່ຽງທີ່ເກີດຈາກຫຼາຍປັດໄຈຊຶ່ງມັນໄດ້ສົ່ງຜົນກະທົບຕໍ່ການພັດ ທະນາຂອງຫຼາຍປະເທດລວມທັງ ສປປ ລາວ ໃນຂະນະດຽວກັນ; ກຸ່ມຄົນບໍ່ດີຈໍານວນໜຶ່ງທີ່ເປັນຄົນລາວ ແລະຄົນຕ່າງດ້າວທີ່ຢູ່ພາຍໃນ ແລະຕ່າງປະເທດໄດ້ເຄື່ອນໄຫວສວຍໃຊ້ຊ່ອງຫວ່າງໃນເງື່ອນໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ໃຊ້ງົບ 2,45 ຕື້ກີບ ປະຕິສັງຂອນພະທາດນາງລາວ

ຂ່າວ: ແພງຕາ- ນສພ ເສດຖະກິດ-ສັງຄົມ   

   ພະທາດນາງລາວເປັນພະທາດອົງໃຫຍ່ທີ່ສັກສິດຂອງປະຊາຊົນເມືອງວິລະບູລີ ແຂວງສະຫວັນນະເຂດ ທີ່ໄຫວ້ກະລະບູຊາປົກປັກຮັກສາ, ເຮັດບຸນສິນກິນທານ ແລະສະເຫຼີມສະຫຼອງງານບຸນປະເພນີໃນເດືອນສາມເພັງຂອງທຸກໆປີແຕ່ຍ້ອນອາຍຸການເວລາຜ່ານໄປຫຼາຍປີພະທາດເລີຍຂຸເຈື່ອນ ແລະເພພັງລົງຈຳເປັນຕ້ອງໄດ້ຮັບປະຕິສັງຄອນຄືນໃໝ່ຊຶ່ງໄດ້ໃຊ້ງົບປະມານ 2,45 ຕື້ກີບ ປະຈຸບັນສຳເລັດແລ້ວ.

ຄຳມ່ວນ ເດັດຂາດຍົກເລີກ 53 ໂຄງການສຳປະທານບໍ່ເຮັດຕາມສັນຍາ

ຂ່າວ: ແດງສະຫວັດ ແສນພານິດ  

     ຄຳມ່ວນແມ່ນອີກແຂວງໜຶ່ງທີ່ນອນໃນບັນດາແຂວງພາກກາງຂອງລາວທີ່ມີຊາຍແດນຕິດຈອດກັບຫຼາຍແຂວງ ແລະປະເທດໃກ້ຄຽງທັງເປັນຈຸດທີ່ຕັ້ງຂອງຂົວມິດຕະພາບລາວ-ໄທແຫ່ງທີ 3 ແລະເສັ້ນທາງຫຼວງແຫ່ງຊາດເລກທີ 12 ,ທາງຜ່ານເລກທີ 13 ໃຕ້ຈາກສີ່ງດັ່ງກ່າວໄດ້ເປັນສະເໜດຶງດູດນັກລົງທຶນຕ່າງຊາດເຂົ້າມາແຂວງດັ່ງກ່າວ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເລັ່ງຊົດເຊີຍຜູ້ໄດ້ຮັບຜົນກະທົບ

ນສພ ເສດຖະກິດ-ສັງຄົມ

     ຕາມການລາຍງານຂອງ ນສພ ເສດຖະກິດ-ສັງຄົມ ໃຫ້ຮູ້ວ່າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ສືບຕໍ່ຈ່າຍຄ່າຊົດເຊີຍເປັນງວດທີ 4 ຈາກທີ່ມີທັງ ໝົດ 7 ງວດລວມມູນຄ່າເບີກຈ່າຍຊົດເຊີຍຫຼາຍກວ່າ 851 ຕື້ກີບ, ເບື້ອງຕົ້ນຍັງບໍ່ມີແຂວງອຸດົມໄຊຕ້ອງລໍຖ້າການຢັ້ງຢືນເອກະສານລາຍງານເບີກຈ່າຍຕາມລະບຽບ. ມາເຖິງປັດຈຸບັນໂຄງການລົດໄຟ ລາວ-ຈີນ ມີຄວາມຄືບໜ້າ 55,69% ຄາດຈະສໍາເລັດຕາມແຜນພາຍໃນປີ 2021 ແລະ ເປີດນໍາໃຊ້ຫາກບໍ່ມີຫຍັງປ່ຽນແປງ.

ຜູ້ປະສົບໄພເມືອງສະໝາມໄຊສືບຕໍ່ຮັບເຄື່ອງຊ່ວຍເຫຼືອ

ຂ່າວ: ພິມພອນ-ນສພ ເສດຖະກິດ-ສັງຄົມ

   ໃນໂອກາດເດີນທາງໄປຢ້ຽມຢາມຜູ້ປະສົບໄພຢູ່ເມືອງສະໜາມໄຊ ແຂວງອັດຕະປື ຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະ ຫວັດດີການສັງຄົມ, ພ້ອມຄະນະໃນວັນທີ 5 ກຸມພາ 2019, ຊຶ່ງໄດ້ນຳເອົາເຄື່ອງອຸປະໂພກ ແລະບໍລິໂພກໄປມອບໃຫ້ກັບ 2 ສູນຢູ່ໃນເມືອງດັ່ງກ່າວ

ສວນພຶກສາຈັດບຸນປີໃໝ່ ຫວຽດນາມ - ຈີນ

ນສພ-ເສດຖະກິດ-ສັງຄົມ

 ວັນທີ 5-10 ກຸມພາ 2019 ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດງານສະເຫຼີມສະຫຼອງງານເທສະການປີໃໝ່ຫວຽດ ນາມ ແລະຈີນຕິດພັນການສົ່ງເສີມປີທ່ອງທ່ຽວລາວ-ຈີນ ງານດັ່ງກ່າວໃຫ້ກຽດເຂົ້າຮ່ວມເປີດພິທີໂດຍທ່ານ ພູວົງ ພະມີສິດ ປະທານສວນພຶກສາພ້ອມບັນດານັກທ່ອງທ່ຽວທີ່ເດີນທາງ ມາຈາກຈີນ ແລະແຂກພາກກ່ຽວຂ້ອງເຂົ້າຮ່ວມ.

ຮອງນາຍົກເນັ້ນການອະໄພຍະໂທດຕ້ອງໂປ່ງໃສ ແລະຍຸດຕິທຳ

ນສພ-ເສດຖະກິດ-ສັງຄົມ

     ວັນທີ 6 ກຸມພາ 2019 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມວຽກງານອະໄພຍະໂທດທົ່ວປະເທດປະຈໍາປີ 2018 ໂດຍການເປັນປະທານຂອງທ່ານ ສອນ ໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການອະໄພຍະໂທດລະດັບຊາດ, ມີທ່ານ ຄໍາສານ ສຸວົງ ປະທານອົງການໄອຍະການປະຊາຊົນສູງສຸດ

ສາລະວັນຕ້ອງການສ້ອມແປງຊົນລະປະທານ 46 ແຫ່ງທີ່ຈຳເປັນ ແຕ່ຮັບອະນຸມັດ 31 ແຫ່ງ

ຂ່າວ: ສິດຕາ-ນສພ ເສດຖະກິດ-ສັງຄົມ

 ເພື່ອຄໍ້າປະກັນການສະໜອງນໍ້າໃນລະດູແລ້ງໃຫ້ພຽງພໍກັບຄວາມຕ້ອງການຂອງພໍ່ແມ່ປະຊາຊົນທີ່ທຳການຜະລິດ ແລະປູກພືດຕ່າງໆ, ສາລະວັນໄດ້ມີການກວດກາຄືນບັນດາໂຄງການຊົນລະປະທານທົ່ວແຂວງໃນຈຳນວນ 224 ແຫ່ງ, ໃນນັ້ນຊົນລະປະທານຝາຍນໍ້າລົ້ນ+ອ່າງເກັບນໍ້າມີ 106 ແຫ່ງ, ຊົນລະປະທານດ້ວຍໄຟຟ້າ 48 ແຫ່ງ ແລະຊົນລະປະທານຂະໜາດນ້ອຍ+ຝາຍປະຖົມປະຖານຂອງຊຸມຊົນມີ 90 ແຫ່ງ