ລະມາມຈະສູ້ຊົນເກັບລາຍຮັບໃຫ້ບັນລຸແຜນ

 ປີ 2019 ເມືອງລະມາມ ແຂວງເຊກອງໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 4,49 ຕື້ກີບ ມາຮອດປະຈຸບັນສາມາດຈັດເກັບໄດ້ແລ້ວ 3,2 ຕື້ກີບ ເທົ່າກັບ 74,4% ຂອງແຜນການປີ, ສ່ວນເວລາທີ່ເຫຼືອອີກ 3 ເດືອນທ້າຍປີເມືອງຈະຕ້ອງສຸມທຸກກໍາລັງແຮງເພື່ອເກັບລາຍຮັບໃຫ້ບັນລຸເປົ້າ

ພາສີສະຫວັນນະເຂດ-ກວາງຈິສືບຕໍ່ຮ່ວມມືໃນການກວດກາຈຸດດຽວ-ຄັ້ງດຽວ

  ໃນວັນທີ 17 ຕຸລາ 2019 ທີ່ໂຮງແຮມດາວສະຫວັນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ຈັດກອງປະຊຸມພົບປະລະຫວ່າງກອງຄຸ້ມຄອງພາສີ VI (ສປປ ລາວ) ແລະກົມພາສີແຂວງກວາງຈິ (ສສ ຫວຽດນາມ)

ເຊັນບົດບັນທຶກຄວາມເຂົ້າໃຈບໍລິການດ້ານສຸຂະພາບຈະເລີນພັນ ເປັນມິດຕໍ່ໄວລຸ້ນ

  ບໍ່ດົນຜ່ານມານີ້ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປ ລາວ ຮ່ວມກັບອົງການ Good Neighbors ເປັນອົງການພັດທະນາດ້ານມະນຸດສະທຳສາກົນສ້າງຕັ້ງຂຶ້ນໃນປະເທດ ສ.ເກົາຫຼີ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU) ເພື່ອຊ່ວຍເຫຼືອວຽກງານສາ ທາລະນະສຸກ

ລັດກຽມສົ່ງເຂົ້າສານ 500 ກວ່າໂຕນ ຊ່ວຍເຫຼືອພາກໃຕ້

 ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ໄດ້ສະໜັບສະໜູນດ້ານໂລຈິສຕິກໃຫ້ແກ່ລັດຖະບານລາວໃນການຂົນສົ່ງເຂົ້າສຸກເສີນຈຳນວນ 500 ກວ່າໂຕນ ທີ່ລັດຖະບານສາທາ ລະນະລັດເກົາຫຼີໄດ້ໃຫ້ການຊ່ວຍເຫຼືອຜ່ານທາງ APTERR

ບໍລິສັດ ໂມກ ຈໍາກັດ ໄດ້ຈັດພິທີເປີດຫ້ອງຂາຍລົດບີວາຍດີ (BYD) ພ້ອມນໍາສະເໜີລົດໄຟຟ້າ BYD ລຸ້ນ TANG EV ເຂົ້າມາຈໍາໜ່າຍໃນປະເທດລາວ

  ບໍລິສັດ ໂມກ ຈໍາກັດ ໄດ້ຈັດພິທີເປີດຫ້ອງຂາຍລົດບີວາຍດີ (BYD) ພ້ອມນໍາສະເໜີລົດໄຟຟ້າ BYD ລຸ້ນ TANG EV ເຂົ້າມາຈໍາໜ່າຍໃນປະເທດລາວເພື່ອຮອງຮັບການຊົມໃຊ້ພະລັງງານໄຟຟ້າໃຫ້ເພີ່ມຂຶ້ນ, ພິທີດັ່ງກ່າວມີຂຶ້ນໃນວັນທີ 19 ຕຸລາ 2019 ທີ່ຫ້ອງຂາຍລົດ BYD 

6 ບ້ານ 3 ເມືອງເຂດປ່າສະຫງວນນໍ້າປຸຍ ສ້າງຄວາມເຂັ້ມແຂງຄຸ້ມຄອງ ແລະການຄ້າໄມ້

 ກອງປະຊຸມລາຍງານຜົນການຈັດຕັ້ງປະຕິບັດໂຄງການປີ 2018-2019 ແລະປຶກສາຫາລືແຜນປະຈໍາປີ 2019-2021 ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງທາງສັງຄົມໃນວຽກງານຈັດຕັ້ງປະຕິບັດກົດໝາຍການຄຸ້ມຄອງ ແລະ ການຄ້າໄມ້ໃນເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ

ລັດຈະໃຊ້ງົບ 1,12 ພັນຕື້ກີບ ຍົກລະດັບທາງ 13 ເໜືອ ແຕ່ສີເກີດຫາໂພນໂຮງ

   ລັດຖະບານກຽມໃຊ້ງົບພັນຕື້ກວ່າກີບເພື່ອນຳໃຊ້ເຂົ້າໃນໂຄງການປັບປຸງ ແລະສ້ອມແປງເສັ້ນທາງ 13 ເໜືອແຕ່ສີເກີດນະຄອນຫຼວງວຽງຈັນ ຫາໂພນໂຮງແຂວງວຽງຈັນ ລວມໄລຍະທາງ 58 ກີໂລແມັດ ດ້ວຍການຈະຍົກລະດັບໂຄງສ້າງເປັນເບຕົງເສີມເຫຼັກ ແລະຂະຫຍາຍໜ້າທາງຕາມແລວທາງເກົ່າໃຫ້ກວ້າງອອກຕື່ມ

ສະແດງດົນຕີນຳລາຍໄດ້ຊ່ວຍຜູ້ປະສົບໄພນໍ້າຖ້ວມ

ບໍລິສັດໂຕໂຢຕ້າ ລາວ ຈໍາກັດ ໄດ້ຈັດງານສະແດງດົນຕີການກຸສົນ “ໂຕໂຢຕ້າຄລາສສິກ ຄັ້ງທີ 30” ຂຶ້ນໃນຄໍ່າ ຄືນຂອງວັນທີ 18 ຕຸລາ2019 ທີ່ຫໍວັດທະນະທຳແຫ່ງຊາດໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, 

ອະຫິວາໜູຍັງລະບາດຢູ່ 2 ບ້ານ ເມືອງຫຼວງນໍ້າທາ

  ພາຍຫຼັງທີ່ມີການລະບາດເຊື້ອພະຍາດອະຫິວາໝູຢູ່ເມືອງສິງ ໃນທ້າຍເດືອນກໍລະກົດ ປີ 2019 ນີ້, ໄດ້ມີໝູຕິດເຊື້ອພະຍາດ ແລະຖືກຂ້າທໍາລາຍທັງໝົດ 4,56 ພັນໂຕ ໃນຈໍານວນ 26 ບ້ານ, ມີ 550 ຄອບຄົວໄດ້ຮັບຜົນກະທົບ, ຫຼ້າສຸດໃນວັນ ທີ 10 ຕຸລາ 2019 

ຈັບຊາຍ 60 ປີ ຄ້າຢາເສບຕິດ

 ໃນຕົ້ນເດືອນຕຸລາມານີ້, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີຄົນບໍ່ດີກໍາລັງເຄື່ອນໄຫວນໍາເອົາຢາເສບຕິດເຂົ້າຈໍາໜ່າຍຢູ່ໃນເທສະບານເມືອງໄຊຍະບູລີຈຶ່ງໄດ້ນໍາໜ່ວຍງານວິຊາສະເພາະລົງເຄື່ອນໄຫວອອກຕິດຕາມ,