ຈາກຜົນປະກອບກິດຈະການ ຂອງບໍລິສັດພູເບ້ຍມາຍນິງໃນປີ 2018 ຜ່ານມາ ໂດຍສະເພາະແມ່ນການຜະລິດ ແຮ່ທີ່ໄດ້ມີການສືບຕໍ່ຂຸດຄົ້ນແຮ່ທາດທອງ-ຄຳ, ບໍລິສັດກໍໄດ້ປະກອບສ່ວນມອບພັນທະໃຫ້ແກ່ລັດຖະບານເປັນຈຳນວນເງິນ 86 ລ້ານໂດລາ ຫຼືປະມານ 7 ຮ້ອຍຕື້ກວ່າກີບ
ກອງປະຊຸມສະຫຼຸບວຽກງານກວດກາອາຫານ ແລະຢາປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019 ໄດ້ ຈັດຂຶ້ນໃນວັນທີ 4 ມິຖຸນານີ້ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ,ມີຄະນະກໍາມະການຄຸ້ມຄອງອາ ຫານ ແລະຢາຂັ້ນແຂວງ-ຂັ້ນເມືອງ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.
ໂຄງການປະກວດ MISTER INTERNATIONAL LAOS 2019 ເລີ່ມເປີດຮັບສະໝັກແລ້ວຊຶ່ງເປັນເວທີໜຶ່ງໃນການຄັດເລືອກເອົາໜຸ່ມໜ້າຕາດີ, ສຸຂະພາບດີ ແລະຜູ້ທີ່ມີເງື່ອນໄຂຄົບຖ້ວນມາສົ່ງເສີມໃຫ້ມີໂອກາດນຳເອົາຄວາມຮູ້ຄວາມກ້າສະແດງອອກ ແລະການແລກປ່ຽນວັດທະນະທຳລາວໃຫ້ກ້າວໄກສູ່ສາກົນ.
ໃນວັນທີ 1 ມິຖຸນາ 2019 ຜ່ານມາໂຮງຮຽນອະນຸບານ-ປະຖົມແສງອາລຸນບ້ານໂນນດຸ ນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັດກິດຈະກໍາສະເຫຼີີມສະຫຼອງວັນເດັກນ້ອນສາກົນ ແລະວັນປູກຕົ້ນໄມ້ຂຶ້ນທີ່ສູນການຄ້າເຟຣນຊິບມໍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເກດສະໜາ ຄໍາມິງສະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະກີລາ ນະຄອນປາກເຊ,
ຈາກເຫດການທີ່ມີຝົນຕົກໜັກ ເຮັດໃຫ້ດິນເຈື່ອນ ເຮືອນທັບຄົນເສຍຊີວິດ 4 ຄົນ ແລະເຈັບໜັກ 1 ຄົນ ໃນເວລາ 3 ວັນທີ 2 ມິຖຸນາຜ່ານມາ ຢູ່ບ້ານນາກາງ ເມືອງໃໝ່ ແຂວງຜົ້ງສາລີ ໃນວັນດຽວກັນທາງອົງການປົກຄອງແຂວງຜົ້ງສາລີ ຈິ່ງໄດ້ນຳເອົາເງິນສົດຈຳນວນ 10 ລ້ານກີບ, ເຂົ້າສານ 200 ກິໂລ ແລະສາດປູ 10 ຜືນ ພ້ອມເງິນສົດ 5 ລ້ານກີບ ຂອງ ອົງການປົກຄອງເມືອງໃໝ່
ຕະຫຼອດໄລຍະເວລາເກືອບ 4 ປີ ຫຼັງຈາກທີ່ໄດ້ຮັບອະນຸຍາດສ້າງຕັ້ງຢ່າງເປັນທາງການຈາກທະນາຄານແຫ່ງ ສປປ ລາວ ໃນຕົ້ນເດືອນມີນາ 2015 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກ ຈໍາກັດ ກໍ່ໄດ້ເລີ່ມໃຫ້ບໍລິການຢ່າງເປັນການໃນສັງຄົມ ແລະໄດ້ເອົາໃຈໃສ່ປະຕິບັດພາລະກິດຂອງຕົນຢ່າງຕັ້ງໜ້າໃນການຂະຫຍາຍການບໍລິການໄປສູ່ປະຊາຊົນທຸກຊຸມຊົນ,
ຂະແໜງພະລັງງານ ແລະບໍ່ແຮ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງລວມຍອດມູນຄ່າການຜະລິດ ໃນປີ 2018 ບັນລຸ 28.247 ຕຶື້ກີບ ທຽບໃສ່ປີ 2017 ເພີ່ມ ຂຶ້ນ 11%, ຊຶ່ງສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດໄດ້ເຖິງ 316,3 ລ້ານໂດລາສະຫະລັດ ຫຼື ປະມານ 2.688 ຕື້ກວ່າກີບ ໂດຍໄດ້ປະກອບສ່ວນ GDP 16,8%.
ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2019 ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ,
ບໍລິສັດ “ພາຫະນະ” ເປັນບໍລິສັດຈໍາໜ່າຍລົດຍີ່ຫໍ້ທີ່ມີຄຸນນະພາບ ແລະໃຫ້ບໍລິການສ້ອມແປງລົດໃຫຍ່ລະດັບສູງທຸກຍີ່ຫໍ້ດ້ວຍເຄື່ອງມືທັນສະໄໝ ແລະ ເຄື່ອງອາໄລ່ທີ່ມີມາດຕະຖານໂດຍແມ່ນບັນດານັກຊ່ຽວຊານ ແລະວິຊາການທີ່ມີສີມືລະດັບສາກົນ.
ວັນທີ 1 ມິຖຸນາ 2019 ຜ່ານມາບໍລິສັດ ອ໋ອບໂປ້ ນຳພານ້ອງນ້ອຍນັກຮຽນຈາກໂຮງຮຽນປະຖົມສົມບູນໜອງບຶກ ຈັດກິດຈຳສະຫຼອງວັນເດັກສາກົນພ້ອມມອບອຸປະກອນການສຶກສາຈຳນວນໜຶ່ງທີ່ສູນການຄ້າວຽງຈັນເຊັນເຕີ ໂດຍການເຂົ້າຮ່ວມ