ລັດຖະບານເປີດກອງປະຊູມສະໄໝສາມັນສາມັນປະຂໍາເດີອນທັນວາ

ນສພ ເສດຖະກິດສັງຄົມ

    ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນທັນວາ 2018 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 24 ທັນວາທີ່ສຳນັກງານນາຍົກລັດຖະມົນຕີ, ໂດຍການເປັນປະທານຂອງທ່ານທອງລຸນສີສຸລິດນາຍົກລັດຖະມົນຕີ,ມີບັນດາທ່ານນາຍົກລັດຖະມົນຕີແລະບັນດາສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ.

ເພື່ອຄວາມປອດໄຟປະຊາຊົນ ກຽມສ້າງສູນວັດແທກເຕືອນໄຟພິບັດເຂື່ອນໃນລາວ

ນ.ສ.ພ ເສດຖະກິດ-ສັງຄົມ.

    ລັດຖະບານກຳລັງກະກຽມເພື່ອສ້າງສູນວັດແທກເຕືອນໄພຂອງເຂື່ອນໄຟຟ້າໃນລາວຊຶ່ງເວລານີ້ພວມຮ່ວມມືກັບພາກເອກະຊົນໃນການດຳເນີນສຶກສາຄວາມເປັນໄດ້ຂອງໂຄງການທັງນີ້ກໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການແກ້ໄຂປາກົດການຫຍໍ້ທໍ້ແລະປົກປ້ອງປະຊາຊົນລາວໃຫ້ຮັບປະກັນຄຸນນະພາບແລະຖືກຕ້ອງຕາມມາດຕະຖານແຫ່ງຊາດແລະມາດຕະຖານສາກົນໂດຍປະຈຸບັນທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 61 ແຫ່ງ.

ກອງປະຊູມສະໃໝສາມັນເທືອທີ 6 ຂອງສະພາແຫ່ງຊາດຊູດທີ VIII ອັດລົງດ້ວຍຜົນສໍາເລັດ

ຂ່າວ: ສະເຫຼີມໄຊ

   ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ ອັດລົງດ້ວຍຜົນສຳເລັດໃນວັນທີ 21 ທັນວາຜ່ານມາຫຼັງຈາກທີ່ໄດ້ທີ່ດຳເນີນມາແຕ່ວັນທີ 20 ພະຈິກ 2018 ພາຍໃຕ້ການເປັນປະທານຂອງທ່ານນາງປານີຢາທໍ່ຕູ້ປະທານສະພາແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານບຸນຍັງວໍລະຈິດປະທານປະເທດ, ພ້ອມນີ້ກໍມີທ່ານທອງລຸນສີສຸລິດນາຍົກລັດຖະມົນ ຕີ, ບັນດາຜູ້ນຳ, ອະດີດການນຳຂັ້ນສູງ ພັກ-ລັດ, ບັນດາສະມາຊິກສະພາແຫ່ງ ຊາດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຜູ້ປະກອບການລົດຕຸກໆ - ຈໍາໂບ້ປະເສີນບັນຫາການຂາດແຄນລູກຄ້າ.

ນ.ສ.ພ ເສດຖະກິດ-ສັງຄົມ.

    ໃນເມື່ອກ່ອນເຫັນໄດ້ວ່າການຊົມໃຊ້ບໍລິການລົດຕຸກໆແລະລົດຈຳໂບ້ຕາມຖະ ໜົນຫົນທາງໃນນະຄອນຫຼວງວຽງຈັນຖືວ່າຜູ້ຄົນໂດຍສະເພາະແຂກພາຍໃນແລະຕ່າງ ປະເທດໃຫ້ຄວາມສົນໃຈໃຊ້ບໍລິການຢ່າງຄຶກຄື້ນອັນໄດ້ສ້າງລາຍຮັບແກ່ຜູ້ໃຫ້ບໍລິການໃນແຕ່ລະມື້ໄດ້ເປັນຢ່າງດີແຕ່ຕົກມາປະຈຸບັນພວມປະເຊີນກັບບັນຫາລູກຄ້າຫຼຸດລົງອັນເຮັດໃຫ້ບາງລາຍຈຳຕ້ອງຢຸດເຊົາໄປເຮັດແນວໃໝ່ ແຕ່ທັງນີ້ແມ່ນມີຜົນມາຈາກຫຼາຍປັດໄຈກະທົບໃສ່.

ເຊີນຮ່ວມງານຕະຫຼາດນັດສີນຄ້າລາຄາຖືກ ທີ່ຕະຫຼາດໄຮຄໍາ.

ສນພ ເສດຖະກິດ-ສັງຄົມ.

    ພື່ອເປັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2019 ຕະຫຼາດ ໄຮຄຳຈະໄດ້ຈັດກິດຈະກຳຕ່າງໆຂຶ້ນເປັນຕົ້ນງານຕະຫຼາດນັດກາງຄືນສິນຄ້າລາຄາຖືກຊຶ່ງພາຍໃນງານຈະໄດ້ພົບກັບວົງດົນຕີມິ່ງເມືອງລາວ, ເຄື່ອງຫຼິ້ນເດັກນ້ອຍ, ສິນຄ້າຫຼາກຫຼາຍປະເພດແລະກິດຈະກຳອື່ນໆໂດຍງານດັ່ງກ່າວຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-22 ທັນວານີ້ດັ່ງນັ້ນຂໍເຊີນພໍ່ຄ້າຊາວຂາຍຕະຫຼອດຮອດປະຊາຊົນພາຍໃນເຂດໃກ້-ໄກເຂົ້າຮ່ວມມ່ວນຊື່ນນຳກັນ.

ນາຍົກເນັ້ນໃຫ້ເຊກອງສືບຕໍ່ແກ້ໄຂຄວາມທຸກຍາກປະຊາຊົນ

ຂ່າວ:ສັນຍາ   

   ທ່ານທອງລຸນສີສຸລິດນາຍົກລັດຖະມົນຕີໄດ້ກ່າວໃນໂອກາດພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງເຊກອງໂດຍໄດ້ມີຄຳເຫັນເນັ້ນໜັກໃຫ້ເພີ່ມທະວີການຫັນລົງກໍ່ສ້າງຮາກຖານການເມືອງແລະພັດທະນາຊົນນະບົດຕາມທິດນຳ 3 ສ້າງ, ທັງນີ້ກໍເພື່ອສ້າງເງື່ອນໄຂແລະສິ່ງອຳນວຍຄວາມສະດວກໃຫ້ແກ່ປະຊາຊົນບັນດາເຜົ່າພັດທະນາເສດຖະກິດຄອບຄົວໃຫ້ນັບມື້ດີຂຶ້ນແລະກ້າວໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກ.

ນາຍຍົກຢ້ຽມຢາມແລະພົບປະໂອ້ລົມປະຊາຊົນເມືອງສະໜາມໄຊ

ໃນວັນທີ 17 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະທ່ານ ສອນໄຊ ສີພັນດອນ ຮອງນາຍຍົກລັດຖະມົນຕີ ພ້ອມດ້ວຍບັນດາ ລັດຖະມົນຕີ, ຮອງລັດຖະມົນຕີແລະຜູ້ຕາງໜ້າຈາກກະຊວງ-ອົງການທີ່ກ່ຽວ ຂ້ອງ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມກັບປະຊາຊົນທີ່ຖືກຜົນ ກະທົບຈາກໄພພິບັດນໍ້າຖ້ວມທີ່ເມືອງສະໜາມໄຊ, ແຂວງອັດຕະປື.

 

ທລວ ເປີດໜ່ວຍບໍລິການບໍລິຄໍາໄຊ

ວັນທີ 12 ທັນວາ 2018, ທີ່ແຂວງບໍລິຄໍາໄຊ ທະນາຄານຮ່ວມທຸລະກິດລາວຫວຽດ (ທລວ) ໄດ້ຈັດພິທີເປີດໜ່ວຍບໍລິການແຂວງບໍລິຄໍາໄຊຢ່າງເປັນທາງການຊຶ່ງ ເຂົ້າຮ່ວມແລະເປັນສັກຂີພິຍານໃນພິທີມີ ທ່ານ ດວງຕາມໍລະຄາສຸກ ຫົວໜ້າຫ້ອງວ່າການແຂວງບໍລິຄໍາໄຊ; ທ່ານໄມຈອມວັນນະສານຄໍາເຈົ້າເມືອງໆປາກຊັນ; ທ່ານ ວຽງ ສະຫວັນທິດາວັນຫົວໜ້າພະແນກວິເຄາະກົມຄຸ້ມຄອງທະນາຄານທຸລະກິດ, ທຫລ ພ້ອມດ້ວຍບັນດາລູກຄ້າ, ຄູ່ຮ່ວມທຸລະ ກິດຂອງທະນາຄານຮ່ວມທຸລະກິດລາວຫວຽດເຂົ້າຮ່ວມ.