ໃຊ້ງົບ 22,7 ຕື້ກີບ ສ້າງອາຄານໃໝ່ພະແນກແຜນການແຂວງອຸດົມໄຊ

ຂ່າວ: ໄມພອນ 

    ໂຄງການກໍ່ສ້າງອາຄານພະແນກແຜນການ, ການລົງທຶນ ແລະສູນສະຖິຕິປະຈຳແຂວງອຸດົມໄຊຫຼັງໃໝ່ພາຍຫຼັງກໍ່ສ້າງມາເປັນເວລາ 4 ປີ ປະຈຸບັນສຳເລັດ ແລະ ກໍໄດ້ຈັດພິທີມອບ-ຮັບ ພ້ອມເປີດນຳໃຊ້ຢ່າງເປັນທາງການໃນອາທິດຜ່ານມາ. ໂດຍເຂົ້າຮ່ວມມີທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ, ທ່ານ ອ່ອນແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ. ມີບັນດາການນຳຂອງແຂວງ, ພະແນກການພ້ອມດ້ວຍພະນັກງານພາຍໃນພະແນກດັ່ງກ່າວເຂົ້າຮ່ວມ. 

2018 ລາຍຮັບໄຊຍະບໍ່ເຖິງແຜນໝົດປີເກັບໄດ້ 92,05ເປີເຊັນ

ຂ່າວ: ບຸນທີ   

    ປີ 2018 ຜ່ານມາ ແຂວງໄຊຍະບູລີ ສາມາດຈັດເກັບລາຍຮັບໄດ້ທັງໝົດ 796 ຕື້ກວ່າກີບ ເທົ່າກັບ 92,05% ຂອງແຜນການປີ, ທຽບໃສໄລຍະດຽວກັນຂອງປີກ່ອນລື່ນ 28,92% ໃນນັ້ນລາຍຮັບພາຍໃນປະຕິບັດໄດ້ 218,92 ຕື້ກີບ, ເທົ່າກັບ 82,23% ຂອງແຜນການປີ ສ່ວນລາຍຮັບພາສີພູດສູນກາງປະຕິບັດໄດ້ 577,08 ຕື້ກີບ ເທົ່າກັບ 96,42% ຂອງແຜນການປີ.

ໂຮມເຂດເສດຖະກິດພິດເສດສະຫວັນ-ເຊໂນ ແລະ ເຂດການຄ້າຊາຍແດນ ບ້ານແດນ-ສະຫວັນ

 (ໜັງສືພິມເສດຖະກິດ-ສັງຄົມ)

       ວັນທີ 31 ທັນວາ 2018 ນີ້, ທີ່ຫ້ອງປະຊຸມຂອງເຂດເສດຖະກິດພິເສດສະຫວັນ-ເຊໂນ ໄດ້ຈັດພິທີປະກາດໂຮມເຂດເສດຖະກິດພິເສດສະ ຫວັນ-ເຊໂນ ແລະ ເຂດການຄ້າຊາຍແດນ-ບ້ານແດນ ສະຫວັນ

ມີເດຍ ສະຫຼອງຄົບຮອບ 50 ປີ

ຂ່າວ: ກິ່ງລັດຕະນະ 

    ບໍລິສັດ ມີເດຍ ເປັນບໍລິສັດທີ່ຜະລິດ ແລະຈໍາໜ່າຍສິນຄ້າກຸ່ມອຸດສາຫະກໍາເຄື່ອງໃຊ້ໄຟຟ້າພາຍໃນບ້ານ ແລະ ເປັນຜູ້ສົ່ງອອກສິນຄ້າເຄື່ອງປັບອາກາດອັນດັບ 1 ຂອງປະເທດຈີນ, ໂດຍມີສໍານັກງານໃຫຍ່ຕັ້ງຢູ່ຕອນໃຕ້ຂອງຈີນປະຈຸບັນມີໂຮງງານຜະລິດສິນຄ້າເຖິງ 21 ແຫ່ງ ແລະມີສູນໂລຈິດຕິກສໍາລັບເກັບ ແລະກະຈາຍສິນຄ້າກວ່າ 260 ແຫ່ງທົ່ວໂລກ ແລະມີພະນັກງານຫຼາຍກວ່າ 1,3 ແສນຄົນຈາກ 200 ປະເທດ.

ກອງປະຊຸມສະພາປະຊາຊົນນະຄອນຫຼວງວຽງຈັນ ປິດລົງດ້ວຍຜົນສຳເລັດ

(ໜັງສືພິມເສດຖະກິດ-ສັງຄົມ)

    ປິດລົງດ້ວຍຜົນສໍາເລັດອັນຈົບງາມກອງປະຊຸມສະໄໝສາມັນເທື່ອທີ VI ສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ I ໃນວັນທີ 28 ທັນ ວາ ຜ່ານມາທີ່ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນໃຫ້ກຽດເຂົ້າ ຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າພະແນກການອ້ອມຂ້າງເຈົ້າເມືອງ 9 ຕົວ ເມືອງ ແລະສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນເຂົ້າຮ່ວມ.

ລັດຖະບານເລັ່ງໃສ່ຕ້ານການຟອກເງິນ

ຂ່າວ: ຣັດສະໝີ ດວງສັດຈະ

  ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ II ປະຈໍາປີ 2018 ໃນວັນທີ 27 ທັນວາ 2018 ທີ່ທະນາຄານແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດ ເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການເງິນ, ປະທານ ຄຕຟງ; ພ້ອມນີ້, ກໍມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ທັງເປັນຮອງປະທານ ຄຕຟງ ແລະມີບັນດາສະມາຊິກ ຄຕຟງ ເຂົ້າຮ່ວມ.

ນັກທຸລະກິດຈີນຄອງອັນດັບ 1 ລົງທຶນຢູ່ລາວ ສ່ວນຕົວເລກການຄ້າບັນລຸ 22,78 ພັນຕື້ກີບ

 (ໜັງສືພິມເສດຖະກິດ-ສັງຄົມ) 

ໃນໄລຍະຜ່ານມານັກທຸລະກິດຈີນໄດ້ເຂົ້າມາລົງທຶນຢູ່ລາວເປັນຈຳນວນຫຼວງຫຼາຍມີຫຼາຍໆໂຄງການພັດທະນາຂະໜາດໃຫຍ່ໆຊຶ່ງສິ່ງດັ່ງກ່າວໄດ້ເຮັດໃຫ້ປະຈຸບັນ ສປ ຈີນ ກາຍເປັນປະເທດອັນດັບ1 ທີ່ມາລົງທຶນຢູ່ ສປປ ລາວ ແລະ ເປັນອັນດັບ 2 ດ້ານການຄ້າໂດຍໃນປີ 2018 ຕົວເລກການຄ້າລາວ-ຈີນ ມີມູນຄ່າເຖິງ 22,78 ພັນຕື້ກີບເພີ່ມຂຶ້ນ 15% ຈາກປີກ່ອນ.

ນາຍົກເນັ້ນນັກກີລາທີມຊາດລາວຕ້ອງສ້າງຜົນງານຍາດເອົາຫຼຽນໄຊຊະນະໃຫ້ດີຂື້ນກວ່າເກົ່າ

(ໂດຍ: ໜັງສືພີມ-ເສດຖະກິດສັງຄົມ) 

ເມື່ອວັນທີ 28 ທັນວາຜ່ານມາທີ່ນະຄອນຫຼວງວຽງຈັນ, ໄດ້ມີພິທີຍ້ອງຍໍ ແລະປະດັບຫຼຽນໄຊໃຫ້ຄະນະນຳ, ຄູຝຶກ, ນັກກີລາທີມຊາດລາວ ແລະບຸກຄົນບໍລິສັດຫ້າງຮ້ານທີ່ໃຫ້ການອຸປະຖຳນັກກີລາເຂົ້າຮ່ວມແຂ່ງຂັນໃນລາຍການຕ່າງໆເປັນກຽດມອບໃບຍ້ອງຍໍ ແລະປະດັບຫຼຽນໄຊ

ບໍ່ແກ້ວຈະລຶບລ້າງຄອບຄົວທຸກຍາກໃຫ້ເຫຼືອ 5 ເປີເຊັນ ດຽວນີ້ມີ 3,5 ພັນຄອບຄົວ

ຂ່າວ: ກິ່ງລັດຕະນະ

     ແຂວງບໍ່ແກ້ວໄດ້ວາງຄາດໝາຍການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ໃນປີ 2019 ໃຫ້ຫຼຸດລົງຕື່ມຈາກບ້ານທຸກຍາກ 41 ບ້ານຊຶ່ງກວມເອົາ 16,08% ຂອງບ້ານທັງໝົດໃນທົ່ວແຂວງໃຫ້ຍັງເຫຼືອພຽງ 7% ແລະລຶບລ້າງຄອບຄົວທຸກຍາກໃຫ້ຫຼຸດລົງເຫຼືອ 5% ຈາກ ຄອບຄົວທຸກຍາກ 10,61% ຂອງປີ 2018.

ເງິນປອມລະບາດ ທຫລ ເຕືອນປະຊາຊົນລະວັງເມື່ອຮັບ ແລະ ຈ່າຍ

ຂ່າວ: ແປ (ໜັງສືພີມເສດຖະກິດ-ສັງຄົມ)

 ຫ້ອງການທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການສະບັບເລກທີ 518/ຫກ ລົງວັນທີ 27 ທັນວາ 2018 ເຖິງພໍ່ແມ່ປະຊາຊົນ,ຕະຫຼອດເຖິງມວນຊົນທົ່ວ ໄປໃນຂອບເຂດທົ່ວປະເທດເລື່ອງເພີ່ມທະວີສະຕິລະວັງຕົວໃນການຮັບ-ຈ່າຍທະນະ ບັດປະເພດໃບ 50.000 ແລະ 100.000 ກີບ, ໂດຍຜູ້ລະມືດປອມແປງທະນະບັດຈະຖືກລົງໂທດຕັດອິດສະລະພາບພ້ອມປັບໃໝເງິນເຖິງ 300 ລ້ານກີບ.