ຄຳມ່ວນນັບເປັນອີກແຂວງທີ່ມີຄວາມເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານໂດຍໃນປີແລ້ວເກັບໄດ້ລື່ນແຜນ 0,97% ຈາກຕົວເລກຕັ້ງໄວ້ 709,9 ຕື້ກີບ ຂະນະທີ່ໃນປີ 2019 ນີ້ທາງແຂວງວາງແຜນລາຍຮັບໝົດປີໃຫ້ໄດ້ 707,2 ຕື້ກີບ ທຽບໃສ່ປີກ່ອນຫຼຸດລົງ 0,38%.
ລັດຖະບານກຳລັງປັບປຸງໂຄງສ້າງລາຄາໄຟຟ້າຄືນໃໝ່ແຕ່ປີ 2019- 2025 ຮອດປະຈຸບັນໄດ້ສຳເລັດການຮ່າງໂຄງສ້າງລາຄາໂດຍພາກທີ່ຢູ່ອາໄສໄດ້ສຶກສາໃນ 4 ທາງເລືອກຊຶ່ງບາງທາງເລືອກອາດມີການປັບຂຶ້ນ 1% ຕໍ່ປີ ທັງນີ້ກໍເພື່ອເປັນການສົ່ງເສີມຄວາມຍືນຍົງທາງດ້ານການເງິນຂອງຂະແໜງໄຟຟ້າໃນລາວ ແລະ ການພັດທະນາໂຄງສ້າງລາຄາໄຟຟ້າໃຫ້ມີຄວາມເໝາະສົມໃຫ້ສອດຄ່ອງກັບສະພາບການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ,
ໃນລະຫວ່າງວັນທີ 30-31 ມີນາ ຜ່ານມາ ທ່ານ ໜູເພັດ ຈັນທະມາດ ຮອງເລຂາພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງດາກຈຶງ, ພ້ອມດ້ວຍທ່ານ ຄໍາເບື້ອງເລ ຫວຽດມ່ວງ ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງດາກຈຶງ ແລະຄະນະໄດ້ເຄື່ອນໄຫວເຜີຍແຜ່ ກ່ຽວກັບຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII
ຜົນງານການນໍາພາວຽກງານການສ້າງຂະບວນການ ແລະການເຄື່ອນໄຫວວຽກງານຊ່ວຍເຫລືອສັງຄົມຂອງ ທ່ານ ນາງ ແກ່ນຈັນ ບຸດດາວົງ ອາດິດ ປະທານສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ, ປະທານກຸ່ມບໍລິສັດຫົງຄໍາພາກໃຕ້ໄດ້ມີຜົນງານຢ່າງພົ້ນເດັ່ນ ແລະເປັນການປະກອບຢ່າງສໍາຄັນຕໍ່ສັງຄົມລວມມູນຄ່າເກືອບ 2 ຕື້ກີບ.
ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນ້ໍາ-ນໍ້າຂອງທີ່ແຂວງໄຊຍະບູລີ ພາຍຫຼັງທີ່ລົງມືມາແຕ່ຊຸມປີມານີ້ຮອດປະຈຸບັນຫຼາຍໜ້າວຽກແມ່ນມີຜົນສຳເລັດສະ ເລ່ຍແລ້ວ 98% ຂອງໜ້າວຽກທັງໝົດຂະນະທີ່ໂຄງການຈະໃຫ້ສຳເລັດ 100% ໃນທ້າຍປີ 2019 ໂດຍເຂື່ອນມີກຳລັງຕິດຕັ້ງທັງໝົດ 1,28 ພັນເມກາວັດ.
ວັນທີ 29 ມີນາ 2019, ໃນກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງປະຈຳປີ 2018, ກະຊວງໂຍທາທິການແລະຂົນສົ່ງ (ຍທຂ) ໄດ້ຈັດພິທີເຊັນສັນ ຍາມອບວຽກ 3 ສ້າງລະຫວ່າງກົມຂົວທາງ, ກົມເຄຫາ ແລະ ຜັງເມືອງ, ກົມຂົນສົ່ງ, ກົມການບິນພົນລະເຮືອນ, ກົມນ້ຳປະປາ ແລະ ກົມທາງນ້ຳກະຊວງ ຍທຂ ກັບບັນດາທ່ານຫົວໜ້າພະແນກ ຍທຂ ປະຈຳ 18 ແຂວງ,
ເນື່ອງຈາກເຫັນໄດ້ຄວາມສຳຄັນໃນການພັດທະນາວຽກງານການສຶກສາໂດຍສະເພາະແມ່ນບັນດາເຂດທ້ອງຖິ່ນທີ່ຫຼາຍບ່ອນຍັງມີຄວາມຕ້ອງການສິ່ງທີ່ຈຳເປັນໃຫ້ແກ່ການຮຽນ-ການສອນເປັນຕົ້ນຫ້ອງຮຽນ ແລະອຸປະກອນຕ່າງໆດັ່ງນັ້ນຄອບຄົວທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີຈິ່ງໄດ້ມີການລະດົມທຶນຈາກສັງຄົມເພື່ອສ້າງໂຮງຮຽນປະຖົມສົມບູນພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ຊ່ຶງມາຮອດປະຈຸບັນໄດ້ສຳເລັດພ້ອມມີພິທີມອບ-ຮັບ ແລະ ເປີດໃຊ້ຢ່າງເປັນທາງການລວມມູນຄ່າກໍ່ສ້າງ 2,42 ຕື້ກີບ.
ໃນລະຫວ່າງວັນທີ 24-28 ມີ ນາ 2019 ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະບໍລິສັດຣາຊ-ລາວບໍ ລິການຈຳກັດໄດ້ລົງຕິດຕາມຊຸກຍູ້ການຈັດງຕັ້ງປະຕິບັດໂຄງການ “ກ້າໄມ້ແຕກ ໃບສົດໃສຢືນຕົ້ນໃຫຍ່ງາມ” ທີ່ບໍລິສັດໄດ້ສະໜັບສະໜູນເງິນທຶນໝູນວຽນຈຳນວນໜຶ່ງໃຫ້ແກ່ສູນກາງ ຊປລ ເພື່ອສ້າງໂອກາດ ແລະມອບທຶນບໍ່ມີດອກເບ້ຍໃນການສ້າງ ອາຊີບທີ່ໝັ້ນຄົງໃຫ້ກັບໄວໜຸ່ມທຸກຍາກ ທີ່ແຂວງອຸດົມໄຊ
ກອງປະຊຸມສະພາທະນາຍຄວາມທົ່ວປະເທດປະຈຳປີ 2018 ໄດ້ຈັດຂຶ້ນວັນທີ 29 ມີນາ 2019 ທີ່ຫໍປະຊຸມແຫ່ງຊາດພາຍໃຕ້ເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນກະຊວງຍຸຕິທຳ, ທ່ານ ຄຳໃສ ສຸລິນທອນ ປະທານຄະນະບໍລິຫານສະພາທະນາຍຄວາມລາວບັນດາສະຖາບັນອ້ອມຂ້າງກະຊວງຍຸຕິທໍາບັນ ດາກົມສືບສວນ-ສອບສວນ, ຄະນະບໍລິຫານງານສະພາທະນາຍຄວາມ, ສະມາຊິກທະນາຍຄວາມໃນທົ່ວປະເທດເຂົ້າຮ່ວມ.
ສຳເລັດຈົບງາມການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດຈັດທີ່ຈັດຂຶ້ນໃນລະຫວ່າງວັນທີ 26-28 ມິນາຜ່ານມາທີ່ສະໂມສອນມະຫາວິທະ ຍາໄລແຫ່ງຊາດ ແລະໄດ້ມີການປະກາດຜົນຜູ້ຊະນະເລີດວັນທີ 29 ມີນາ 2019 ໂດຍໃຫ້ກຽດເຂົ້າຮ່ວມມອບລາງວັນໃຫ້ນ້ອງນັກຮຽນ ທ່ານ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາພ້ອມດ້ວຍພາກສ່ວນກ່ຽວຂ້ອງຕະຫຼອດຄູອາຈານນ້ອງນັກຮຽນເຂົ້າຮ່ວມ.