ໄຊຍະສ້າງຕັ້ງສະມາຄົມປູກພືດກະສິກຳເພື່ອຄວາມເຂັ້ມແຂງສິນຄ້າລາວ

  ພິທີເປີດສະມາຄົມປູກພືດກະສິກໍາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 12 ທັນວາ 2019 ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ເຂົ້າຮ່ວມມີທ່ານ ນາງ ບຸນພັກ ອິນທະປັນ ຍາ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ, ມີຫົວໜ້າພະແນກການ, ນັກທຸລະກິດຊາວຈີນເຂົ້າຮ່ວມ.

ຍີ່ປຸ່ນຊ່ວຍລ້າ 5,5 ຕື້ກີບ ເກັບກູ້ລະເບີດຕົກຄ້າງຢູ່ຊຽງຂວາງ

   ລັດຖະບານຢີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າມູນຄ່າ 746.128 ໂດລາສະຫະລັດ ປະມານ 5,5 ຕື້ກີບ ເພື່ອຊ່ວຍເຫຼືອໃນໂຄງການສົ່ງເສີມການນໍາໃຊ້ເຄື່ອງຈັກທໍາລາຍລະເບີດລູກຫວ່ານທີ່ແຂວງຊຽງຂວາງ, ສປປ ລາວ.

ຟາມພູຕາເວັນເປີດລະດູການທ່ອງທ່ຽວປີ 2020 ຢ່າງເປັນທາງການ

 ເມື່ອແລງວັນທີ 11 ທັນວາ 2019 ທີ່ຟາມພູຕາເວັນ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດລະດູການທ່ອງທ່ຽວຂອງຟາມພູຕາເວັນປະຈຳປີ 2020 ຂຶ້ນຢ່າງເປັນທາງການໂດຍການເຂົ້າຮ່ວມຂອງ ທ່ານ ທະວີເພັດ ອຸລາ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວທັງເປັນຜູ້ຈັດການໂຄງການພັດທະນາ

ກອງປະຊຸມສະຖິຕິທົ່ວປະເທດປະຈຳປີ 2019 ຈັດຂື້ນທີ່ອຸດົມໄຊ

 ກອງປະຊຸມສະຖິຕິທົ່ວປະເທດປະຈຳປີ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 12 ທັນວາຜ່ານມານີ້ທີ່ຫ້ອງປະຊຸມພະແນກແຜນການ ແລະການລົງທຶນແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ,

ຄຳໄພນຳກະສິກຳພັດທະນາຊົນນະບົດຊ່ວຍປົດຄວາມທຸກຍາກແຂວງໄຊສົມບູນ

  ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດຜູ້ດຽວຕັດສິນໃຈເສຍສະຫຼະຊັບສິນສ່ວນຕົວໃສ່ການປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນໃນເຂດຫ່າງໄກໂດຍນຳເອົາການຜະລິດກະສິກຳສະອາດຄົບວົງຈອນເປັນສິນຄ້າເຂົ້າໄປຊ່ວຍພັດທະນາເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຄອບຄົວຜູ້ທຸກຍາກແຂວງໄຊສົມບູນ

ໝູຢູ່ຫຼວງນໍ້າທາ 6,5 ພັນໂຕ ຕາຍຍ້ອນພະຍາດອະຫິວາລັດຈະສືບຕໍ່ລະວັງ ແລະໂຕ້ຕອບການລະບາດ

  ວັນທີ 9 ທັນວາ 2019 ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງຫຼວງນໍ້າທາ ທາງຄະນະສະເພາະກິດຂັ້ນແຂວງຫຼວງນໍ້າທາ,ໄດ້ປຶກສາຫາລືກ່ຽວກັບການສະກັດກັ້ນ, ຄວບ ຄຸມ ແລະໂຕ້ຕອບພະຍາດອະຫິວາໝູອາຟຣິກາ,

2 ບໍລິສັດ ມອບເຂົ້າສານ ແລະແນວພັນເຂົ້າ 30 ໂຕນ ແກ່ແຂວງສາລະວັນ

 ເພື່ອເປັນການຊ່ວຍເຫຼືອຜູ້ປະສົບ ໄພນ້ຳຖ້ວມຢູ່ແຂວງສາລະວັນ ທີ່ໄດ້ຮັບຜົນກະທົບໃນລະດູຝົນຜ່ານມານີ້, ທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການໃຫຍ່ບໍລິສັດເທີນ-ຫີນບູນ ພາວເວີ ຈຳກັດ ແລະທ່ານ ທອງເພັດ ດ້ວງເງິນ ຮອງຜູ້ອຳນວຍການໃຫຍ່ບໍລິສັດຜະລິດໄຟຟ້າລາວມະຫາຊົນ

ທະນາຄານຈະເຍື້ອນຊຳລະໜີ້ລູກຄ້ານໍ້າຖ້ວມ

   ວັນທີ 10 ທັນວາ ທ່ານ ນວນຕາ ແກ້ວມະນີ ວ່າການຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ (ທຫລ) ແຂວງຈຳປາສັກໄດ້ແຈ້ງຕໍ່ຜູ້ສື່ຂ່າວວ່າ: 

ພັນກວ່າລາຍການສິນຄ້າວາງຈຳໜ່າຍຢູ່ສູນຝາກໂອດ໋ອບລາວ

ສູນຝາກຂາຍໂອດ໋ອບລາວເປັນຈຸດລວມຝາກຂາຍຜະລິດຕະພັນຫັດຖະກໍາ ແລະກະສິກໍາປຸງແຕ່ງຂອງຜູ້ປະກອບການຂະໜາດນ້ອຍ ຫຼື ແບບຄອບຄົວທີ່ຜະລິດອອກມາຈາກພູມປັນຍາຂອງປະຊາຊົນລາວບັນດາເຜົ່າ ແລະນໍາໃຊ້ວັດຖຸດິບພາຍໃນປະເທດ, ຊຶ່ງປະຈຸບັນມີສິນຄ້າວາງຈໍາໜ່າຍຫຼາຍກວ່າ 1 ພັນລາຍການ.

ຄະນະວິຊາການອາວຸໂສດ້ານຊັບພະຍາກອນນໍ້າເປີດເຜີຍຕົ້ນເຫດໄພແລ້ງຮຸນແຮງປີ 2019

  ອີງຕາມສະພາວະໂລກຮ້ອນທີ່ເກີດຂຶ້ນໃນປະຈຸບັນຊຶ່ງມີທ່າອ່ຽງອຸນນະພູມເພີ່ມຂຶ້ນໄດ້ສົ່ງຜົນກະທົບໂດຍກົງຕໍ່ບັນດາປະເທດຕ່າງໆຢູ່ໃນໂລກເຮັດໃຫ້ຄວາມສົມດຸນຂອງສະ ພາບອາກາດມີການປ່ຽນແປງຄື: ລະດູໜາວບໍ່ໜາວຫຼາຍກົງກັນຂ້າມລະດູຮ້ອນຍິ່ງຮ້ອນ ແລະ ແຫ້ງແລ້ງເວົ້າສະເພາະແມ່ນຢູ່ບັນດາປະເທດ