ກົມເຕັກໂນໂລຊີ ແລະນະວັດຕະກຳ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ສປປ ລາວ ຮ່ວມກັບກະຊວງວິທະຍາສາດ ແລະເຕັກໂນໂລຊີຣາຊະອານາຈັກ ໄທ, ຈັດກອງປະຊຸມສຳມະນາ ແລະປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການຮ່ວມມື “ການ ສ້າງບ້ານວິທະຍາສາດ” ຢູ່ລາວ.
ເພື່ອເປັນຂີດໝາຍສຳຄັນສຳລັບວັນສາກົນໂຄສະນາເພື່ອຕ້ານລະເບີດບໍ່ທັນແຕກໃນປີນີ້, ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນທີ່ບ້ານດ້າງ, ເມືອງມະຫາໄຊ, ແຂວງຄຳມ່ວນ ໃນວັນທີ 4 ເມສາ 2019
ລັດຖະບານກໍຄືກະຊວງສາທາລະນະສຸກກຳລັງກະກຽມສ້າງແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ທັງນີ້ກໍເພື່ອສ້າງມາດຕະຖານຄຸນນະພາບການບໍລິ ການສຸຂະພາບທີ່ີຄົບຊຸດ, ທັນສະໄໝ ແລະເຮັດໃຫ້ປະຊາຊົນໄດ້ຮັບການບໍລິການປິ່ນປົວຢ່າງທ່ົວເຖິງ ແລະ ມີຄຸນນະພາບ.
ວັນນທີ 4 ເມສາ 2019 ທີ່ນະຄອນຫຼວງວຽງຈັນ ກົມນະໂຍບາຍກະຊວງອຸດສາຫະກໍາ ແລະການຄ້າໄດ້ຈັດກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສເສດຖະກິດອາຊຽນຄັ້ງທີ 2/50 ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ,ກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນຫົວໜ້າເຈົ້າໜ້າທີ່ຜູ້ອາວຸໂສເສດຖະກິດອາຊຽນຂອງລາວ,
ສະພາບໍລິຫານຂອງທະນາຄານໂລກໄດ້ອະນຸມັດເງິນຈຳນວນ 50 ລ້ານໂດລາ ປະມານ 425 ຕື້ກວ່າກີບ ຈາກກອງທືນພິເສດເພື່ອຊ່ວຍເຫຼືອເຫດການທີ່ເປັນວິກິດການເພີ່ມໃສ່ 2 ໂຄງການ ທີ່ກຳລັງໃຫ້ການຊ່ວຍເຫຼືອລາວໃນການພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມຄົງທົນ ແລະ ສາມາດຮັບມືກັບການປ່ຽນແປງ ຂອງສະພາບດິນຟ້າອາກາດໃນເຂດທີ່ຖືກກະທົບຈາກໄພນ້ຳຖ້ວມ.
ລັດຖະບານໄດ້ຈັດກອງປະຊຸມສ້າງຂີດຄວາມສາມາດແຫ່ງຊາດໃນການຈັດຕັ້ງປະຕິບັດວຽກງານການສ້າງຖານຂໍ້ມູນດ້ານໂພຊະນາການແຫ່ງຊາດ (NPIN) ເພື່ອສ້າງຄວາມສາມາດໃຫ້ແກ່ວິຊາການໃນການນໍາໃຊ້ຫຼັກຖານ ແລະຂໍ້ມູນທີ່ດີໃນການອອກແບບວາງແຜນ ແລະປະຕິບັດນະໂຍບາຍຂອງໂຄງການກ່ຽວກັບໂພຊະນາການ.
ເຖິງແມ່ນວ່າຜ່ານມາໜ່ວຍງານທີ່ກ່ຽວຂ້ອງພາກລັດຈະມີຄວາມເອົາໃສ່ປັງປຸງຫຼາຍໜ້າວຽກທີ່ພົວພັນເຖິງການດຳເນີນການຄ້າເພື່ອເຮັດໃຫ້ຂັ້ນຂອດໃນການເຄື່ອນໄຫວວຽກງານສັ້ນເຂົ້າເພີ່ມຄວາມວອງໄວແຕ່ອັນດັບດ້ານການອຳນວຍຄວາມສະດວກຍັງຢູ່ລະດັບ 154 ຂອງໂລກ ແລະຢູ່ອັນດັບຂອງອາຊຽນຮອງພຽງປະເທດມຽນມາທີ່ຢູ່ອັນດັບ 10.
ເປີດໃຫ້ບໍລິການຢ່າງເປັນທາງການແລ້ວສໍາລັບບໍລິສັດໂຕໂກຈາຢາລາວປະກັນໄພຈໍາກັດສາຂານະຄອນປາກເຊ ແຂວງຈໍາປາສັກ ພ້ອມກັບການນໍາສະເໜີຜະ ລິດຕະພັນໃໝ່ປະກັນໄພລາວແຄຣ໌ທີ່ມາກັບຄວາມຫຼາກຫຼາຍໃນການຄຸ້ມຄອງລູກຄ້າເພາະເປັນຜະລິດຕະພັນປະກັນໄພທີ່ວາງແຜນເລື່ອງການອອກຄ່າໃຊ້ຈ່າຍໃນການປີ່ນປົວສຸຂະພາບ.
ເພື່ອເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນແຂວງສາລະວັນ ໃຫ້ມີບັນຍາກາດຄຶກຄື້ນ, ມ່ວນຊື່ນ ແລະ ມີຄວາມສະຫງົບ, ປອດໄພໂດຍສະເພາະໃນໄລຍະເທສະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562 ທີ່ຈະມາເຖິງນີ້ ແລະເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ
ວັນທີ 2 ເມສາຜ່ານມາທີ່ນະຄອນຫຼວງວຽງຈັນ ກະຊວງພະລັງງານ ແລະບໍ່ແຮ່ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈໂຄງການສາທິດທົດລອງນຳໃຊ້ສະຖານີສາກ ແລະລົດທີ່ຂັບເຂື່ອນດ້ວຍພະລັງງານໄຟຟ້າໃນລາວ ໂດຍການເປັນ ປະທານຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ