ກອງທັບປະຊາຊົນລາວ ກອງທັບວິລະຊົນ ຊາດລາວວິລະຊົນ

ກອງທັບປະຊາຊົນລາວ ສຶບຕໍ່ຮັກສາມູນເຊື້ອປະຕິວັດ, ຕໍ່ສູ້ເດັດດ່ຽວ, ພິລະອາດຫານ, ບໍ່ຍອມ ຈໍານົນ, ຍາກປານໃດກໍບຸກ, ທຸກປານໃດກໍສູ້, ເຖິງຈະເສຍສະຫຼະກໍບໍ່ຫວາດຫັ່ນ, ຍາມໃດກໍສະໜອງຕອບຕໍ່ຄວາມຮຽກຮ້ອງຕ້ອງການຂອງພັກ ດ້ວຍຄວາມຈົງຮັກພັກດີ,ບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ. ກອງທັບເຮົາຍາມໃດກໍອີງໃສ່ປະຊາຊົນ, ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນດ້ວຍຄວາມບໍລິສຸດໃຈ. ຍ້ອນແນວນັ້ນ, ຈິ່ງໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລ, ຖະໜອມຫອມຮັກແລະ ອຸ້ມຊູຊ່ວຍເຫຼືອຈາກປະຊາຊົນບັນດາເຜົ່າ, ອັນໄດ້ເປັນບໍ່ເກີດຂອງກໍາລັງແຮງທີ່ບໍ່ເຫືອດແຫ້ງຈັກເທື່ອ. ກອງທັບປະຊາຊົນລາວ ສົມແລ້ວທີ່ເປັນກອງທັບວິລະຊົນ, ຊາດລາວວິລະຊົນ.

73 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ

ຕະຫຼອດໄລຍະ 73 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປະກອບອາ ວຸດ, ພາຍໃຕ້ການນຳພາໂດຍກົງ, ເດັດຂາດ, ຮອບດ້ານຈາກພັກປະຊາຊົນປະຕິວັດລາວ. ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍືດເຍື້ອຍາວນານເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ.

 

ຍົກສູງຄວາມສາມາດນໍາພາຂອງອົງຄະນະພັກ ຮັບປະກັນບົດບາດ ຫສນຍ

ຍົກສູງຄວາມສາມາດການນຳພາຂອງອົງຄະນະພັກ, ຮັບປະກັນການປະຕິບັດບົດບາດຂອງ ຫສນຍ, ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ”, ນີ້ແມ່ນຄໍາຂວັນຂອງກອງປະຊຸມໃຫຍ່ ຄັ້ງທີ V

ປີຜ່ານມາ ເສດຖະກິດໄຊຍະບູລີ ຂະຫຍາຍຕົວ 4,4%

ເຖິງແມ່ນວ່າໃນປິຜ່ານມາ, ແຂວງໄຊຍະບູລີ ຈະຜະເຊີນກັບສິ່ງທ້າທາຍຫຼາຍດ້ານ, ບໍ່ວ່າຈະເປັນການລະບາດພະຍາດໂຄວິດ-19, ໄພທໍາມະຊາດ (ນໍ້າຖ້ວມ), ການລະບາດຂອງພະຍາດສັດ ແລະ ສັດຕູພືດທໍາລາຍຜົນລະປູກ. ແຕ່ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ບັນດາຂະແໜງການຕ່າງໆ, ຈິ່ງເຮັດໃຫ້ຫຼາຍຄາດໝາຍສູ້ຊົນສາມາດບັນລຸຕາມແຜນ ແລະ ມີລັກສະນະຫັນປ່ຽນຢ່າງຕັ້ງໜ້າ. ໂດຍສະເພາະແມ່ນດ້ານເສດຖະກິດ, ຊຶ່ງໝົດປີ 2021 ເສດຖະກິດຂອງແຂວງຂະຫຍາຍຕົວ 4,4%.

ເລຂາທິການໃຫຍ່ ຢ້ຽມຢາມ-ໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທີ 4

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ, ເຄື່ອນໄຫວຢ້ຽມຢາມ, ໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທີ4 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ ( 20 ມັງກອນ 1949-20 ມັງກອນ 2022),

ລາວ-ຫວຽດນາມ ຮ່ວມພັດທະນາວົງການສຶກສາ ແລະກີລາ

ກະຊວງສຶກສາທິການ ແລະ ກີລາ, ສປປ ລາວ ພ້ອມດ້ວຍກະຊວງສຶກສາທິການ ແລະ ກໍ່ສ້າງ, ສສ ຫວຽດນາມ ໄດ້ບັນລຸຂໍ້ຕົກລົງການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະ ກັນ, ໂດຍການສົ່ງເສີມພັດທະນາຂົງເຂດວຽກງານການສຶກສາ ແລະ ກີລາ.

ມ້າງຄະດີສໍ້ໂກງຊັບ ເຜີຍຄວາມເສຍຫາຍລົດໃຫຍ່ 40 ຄັນ

ເຈົ້າໜ້າທີ່ ປກສ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເຜີຍປະຕິບັດການມ້າງຄະດີຍັກຍອກສໍ້ໂກງຊັບ ແລະ ຊຸກເຊື່ອງຄ້າຂາຍຊັບຜິດກົດໝາຍ, ຊຶ່ງສາມາດຈັບຜູ້ຖືກຫາໄດ້ 1 ຄົນ, ເບື້ອງຕົ້ນກວດພົບລົດໃຫຍ່ຖືກຍັກຍອກ 40 ຄັນ. ໃນນັ້ນ, ຜູ້ເສຍຫາຍໄດ້ເຂົ້າແຈ້ງຄວາມແລ້ວ 21 ຄົນ, ຂະນະທີ່ການເກັບກູ້ລົດໃຫຍ່ແມ່ນໄດ້ຄືນແລ້ວ 23 ຄັນ, ພ້ອມນັ້ນ ເຈົ້າໜ້າທີ່ກໍພວມເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການ.

5 ແຂວງໃຈກາງ ສະຫຼຸບວຽກງານຄວາມສະຫງົບ

ຄະນະຊີ້ນຳແກ້ໄຂຄວາມບໍ່ສະຫງົບຈຸດສຸມໃຈກາງ, ໄດ້ສໍາເລັດການຈັດປະຊຸມສະຫຼຸບວຽກງານຮັກສາຄວາມສະຫງົບ 5 ແຂວງ ເຂດໃຈກາງ ປະຈຳປີ 2021 ແລະ ວາງທິດທາງແຜນການໃນປີ 2022 ວາລະດັ່ງກ່າວຈັດຂຶ້ນເມື່ອອາທິດທີ່ຜ່ານມາທີ່ສະໂມສອນກອງບັນຊາການທະຫານແຂວງໄຊສົມບູນ,

ລົດໄຟລາວ-ຈີນ ເພີ່ມຈຸດບໍລິການຂົນສົ່ງສິນຄ້າ ສະຖານີວັງວຽງ ເປັນແຫ່ງທີ 3

ໃນໄລຍະຜ່ານມາ, ການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟ ລາວ-ຈີນ ແມ່ນໄດ້ເປີດບໍລິການ 2 ແຫ່ງຄື: ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ແລະ ສະຖານີຂົນສົ່ງສິນຄ້ານາເຕີຍ, ຜ່ານການບໍລິການເຫັນວ່າ ສັງຄົມໃຫ້ການຕອບຮັບຫຼາຍຂຶ້ນນັບມື້. ດັ່ງນັ້ນ, ຈິ່ງໄດ້ເປີດນໍາໃຊ້ລານຂົນສົ່ງສິນຄ້າຢູ່ສະຖານີວັງວຽງ ເພີ່ມຂຶ້ນເປັນ 3 ຈຸດ.

ອິນເດຍ ຕິດໂຄວິດເກີນ 2,7 ແສນຄົນ ໃນວັນດຽວ

ຕົວເລກຕິດເຊື້ອໂຄວິດ-19 ໃນປະເທດອິນເດຍ ພຸ່ງເກີນ 270.000 ຄົນ, ຊຶ່ງສະພາບລະບາດດັ່ງກ່າວ ,ເກີດຂຶ້ນທ່າມກາງຄວາມກັງວົນຕໍ່ພິທີອາບນ້ຳສັກສິດຢູ່ແມ່ນ້ຳຄົງຄາໃນປີນີ້, ຊຶ່ງອາດຈະກາຍເປັນຈຸດລະບາດຂະໜາດໃຫຍ່ອີກຄັ້ງ.