ປະທານປະເທດລົງຢ້ຽມຢາມ ສວນກະສິກຳອິນຊີມາມົວຟາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມຊຸກຍູ້ການພັດທະນາ ແລະການຜະລິດຢູ່ 5 ຈຸດໃນ 2 ເມືອງຂອງນະຄອນຫຼວງວຽງຈັນ ຄື: ເມືອງຫາດຊາຍຟອງ ແລະເມືອງໄຊທານີ,

ປຶກສາຫາລືການນຳເຂົ້າ-ສົ່ງອອກ ແລະຄຸ້ມຄອງລາຄາສິນຄ້າ

ໃນວັນທີ 29 ມິຖຸນາ 2022 ທີ່ສໍານັກງານນາຍົກລັດຖະມົນຕີໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ,ມາດຕະການຄຸ້ມຄອງລາຄາສິນຄ້າ ແລະການນຳເຂົ້າສິນຄ້າໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ

ນິວຊີແລນ ແລະໄອແລນ ຊ່ວຍເຫລືອໂຄງການເກັບກູ້ລະເບີດ ແຫ່ງຊາດລາວ

ໃນວັນທີ 29 ມິຖຸນາ 2022 ທີ່ນະຄອນຫລວງວຽງຈັນ, ລັດຖະບານ ນິວຊີແລນ ແລະລັດຖະບານໄອແລນ ໄດ້ມອບພາຫະນະລົດ ແລະອຸປະກອນກວດກູ້ລະເບີດບໍ່ທັນແຕກໃຫ້ໂຄງການເກັບກູ້ລະເບີດແຫ່ງຊາດເພື່ອນຳໃຊ້ເຂົ້າໃນວຽກງານເກັບກູ້ລະເບີດໂດຍຜ່ານອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາ ສປປ ລາວ.

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ IV ສະໄໝທີ V ຂອງອົງຄະນະພັກ ອອປສ

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ IV ສະໄໝທີ V ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດຂຶ້ນໃນວັນທີ 27 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານຂອງສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, 

ສະພາແຫ່ງຊາດ ພິຈາລະນາກົດໝາຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ ສະບັບປັບປຸງ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 29 ມິຖຸນາ ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ 

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ພ້ອມດ້ວຍຄະນະຢ້ຽມຢາມເຂດຂົນສົ່ງໂລຈິສຕິກທ່າບົກ-ທ່ານາແລ້ງ

ໃນຕອນເຊົ້າວັນທີ 29 ມິຖຸນາ ນີ້, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດພ້ອມດ້ວຍຄະນະໄດ້ເດີນທາງເຄື່ອນໄຫວຢ້ຽມຢາມເຂດການຂົນສົ່ງທ່າບົກ-ທ່ານາເເລ້ງ ໂລຈິດສຕິກພາກ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ

ຮອງລັດຖະມົນຕີກະຊວງ ຜທ ຕ້ອນຮັບຮອງຫົວໜ້າຫ້ອງການ ອົງການໄຈກາ

ໃນວັນທີ 27 ມິຖຸນາ ຜ່ານມາ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະ ມົນຕີກະຊວງແຜນການ ແລະການລົງທຶນ(ຜທ) ໄດ້ຕ້ອນຮັບ ທ່ານ ໂກຈິ ໂອຊິກິຣິ (Koji OSHIKIRI) ຮອງຫົວໜ້າຫ້ອງການອົງການໄຈກາ ປະຈຳ ສປປ ລາວ 

ຈຳປາສັກ ກັບ ຈັງຫວັດອຸບົນຣາຊະທານີ ເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງ ແຂວງຈຳປາສັກ ກັບ ຈັງຫວັດອຸບົນຣາຊະທານີ ຄັ້ງທີ 14 ຈັດຂຶ້ນໃນວັນທີ 28 ມິຖຸນາ 2022 ທີ່ ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ, ແຂວງຈໍາປາສັກ,

ເປີດໂຄງການພຣະສະມະນະທູດລາວ ກຳມາທິການຕ່າງປະເທດ

ໃນວັນທີ 28 ມີຖຸນາ 2022 ກໍາມາທິການຕ່າງປະເທດຈັດພິທີເປີດໂຄງການພຣະສະມະນະທູດລາວກໍາມາທິການຕ່າງປະເທດທີ່ຫໍປະຊຸມສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍໃຫ້ກຽດເຂົ້າຮ່ວມຂອງພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ

ກະຊວງການຕ່າງປະເທດ ທາບທາມສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງ

ໃນວັນທີ 28-30 ມິຖຸນາ 2022, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມ ເພື່ອສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງກະຊວງການຕ່າງປະເທດ