ຫຼາຍສາເຫດພາໃຫ້ລາຄາຄຳສູງເປັນປະຫວັດສາດ

  ຄຳແມ່ນວັດຖຸມີຄ່າຊະນິດໜຶ່ງທີ່ຄົນລາວເຮົານິຍົມກັນຊື້ມາເປັນເຄື່ອງປະດັບກາຍເອ້ຍ້ອງຕ່າງໆ ແລະສະສົມເປັນຊັບສິນຊຶ່ງປະຈຸບັນລາຄາຄຳເຫັນວ່າມີການເໜັງຕີງຂຶ້ນສູງເປັນປະຫວັດສາດຂະນະທີ່ປະທານສະມາຄົມອັນຍະມະນີ ແລະເຄື່ອງປະດັບລາວເປີດເຜີຍວ່າ: ເກີດຈາກຫຼາຍສາເຫດເປັນຕົ້ນສະພາບເສດຖະກິດໂລກມີການຜັນຜວນ, ເງິນກີບອ່ອນຄ່າເມື່ອທຽບກັບເງິນຕາຕ່າງປະເທດ ແລະບັນຫາອື່ນໆໂດຍໄດ້ເຮັດໃຫ້ຍອດຈຳໜ່າຍຂອງຕະຫຼາດຄຳບ້ານເຮົາຫຼຸດລົງແຕ່ການຊື້ເຂົ້າພັດເພີ່ມ ຂຶ້ນ.

  ທ່ານ ພູວົງ ພະມີສິດ ປະທານສະມາຄົມອັນຍະມະນີ ແລະເຄື່ອງປະດັບລາວທັງເປັນເຈົ້າຂອງຮ້ານຄຳພູວົງໃຫ້ສຳພາດວ່າ: ປະຈຸບັນລາຄາຄຳຢູ່ຕະຫຼາດໂລກແມ່ນມີ ການເພີ່ມຂຶ້ນເພາະບັນດາປະເທດມະຫາອຳນາດມີຂໍ້ຂັດແຍ່ງກັນທາງດ້ານການຄ້າເຮັດໃຫ້ເສດຖະກິດໂລກມີການຜັນຜວນ ແລະ ເສດຖະກິດພາຍໃນບ້ານເຮົາກໍມີ ການຂະຫຍາຍຕົວຊ້າ,ການນຳເຂົ້າສິນຄ້າຈາກຕ່າງປະເທດຫຼາຍຂຶ້ນເຮັດໃຫ້ອັດຕາການແລກປ່ຽນເງິນຕາຕ່າງປະເທດແຂງຄ່າເມື່ອທຽບໃສ່ເງິນກີບລາວດັ່ງນັ້ນຈຶ່ງເຮັດໃຫ້ລາຄາຄຳບ້ານເຮົາສູງຂຶ້ນເປັນປະຫວັດສາດພ້ອມທັງເຮັດກຳລັງຊື້ຄຳຫຼຸດລົງປະມານ 50-60% ເມື່ອທຽບໃສ່ຫຼາຍປີຜ່ານມາຍິ່ງລາຄາເພີ່ມຂຶ້ນເທົ່າໃດຍິ່ງເຮັດໃຫ້ການຂາຍຄຳຝືດເຄືອງ, ໂດຍປະຊາຊົນສ່ວນຫຼາຍມີແຕ່ມາຂາຍຄືນໃຫ້ກັບຮ້ານ ແລະ ອີກບັນຫາໜຶ່ງຍ້ອນເປັນລະດູການຜະລິດສະນັ້ນປະຊາຊົນລາວເຮົາສ່ວນຫຼາຍແມ່ນຈະມາຂາຍຄຳອອກເພື່ອເປັນທຶນໃນການຜະລິດຫຼັງຈາກເກັບກ່ຽວການຜະລິດແລ້ວຈຶ່ງມາຊື້ຄຳຄືນຊຶ່ງເຮັດໃຫ້ຍອດຈຳໜ່າຍຄຳຮູບປະພັນຫຼຸດລົງແຕ່ຍອດຊື້ພັດເພີ່ມສູງຂຶ້ນ.

  ທ່ານ ພູວົງ ພະມີສິດ ກ່າວຕື່ມວ່າ: ນັບແຕ່ນີ້ໄປປະມານ 2 ເດືອນລາຄາຄຳອາດຈະລົງມາເປັນປົກກະຕິ ຫຼືການຊື້ຂາຍອາດຈະດີຂຶ້ນທັງນີ້ກໍອີງໃສ່ເສດຖະກິດໂລກ, ເສດຖະກິດພາຍໃນ ແລະອັດຕາແລກປ່ຽນເງິນຕາ, ສະເພາະຮ້ານຄຳພູວົງປະຈຸບັນມີ 7 ສາຂາສຳລັບນະຄອນຫຼວງວຽງຈັນ ມີ 4 ສາຂາ ແລະຕ່າງແຂວງ 3 ສາຂາຄື: ແຂວງຈຳປາສັກ, ໄຊຍະບູລີ ແລະແຂວງວຽງຈັນ.

  ເມື່ອສົມທຽບລາຄາຄຳຂອງຮ້ານ ຄຳພູວົງ ວັນທີ 10 ກັນຍາ 2018 ໂດຍ 1 ບາດ 5,29 ລ້ານກີບ ແລະວັນທີ 9 ກັນຍາ 2019 ແມ່ນ 1 ບາດເທົ່າກັບ 6,76 ລ້ານກີບ.

--------

​​ຂຽນໂດຍ: .ອາສາ