ທ້າຍເດືອນນີ້ຈະຈັດງານວາງສະແດງລົດນາໆຊາດ

  ບໍ່ດົນມານີ້ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວງານວາງສະແດງລົດນາໆຊາດວຽງຈັນ ມໍເຕີ້ ເອັກ ໂປຣ 2019 ຄັ້ງທີ IV ໂດຍການເຂົ້າຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງ ຮັກສາການຫົວໜ້າກົມສົ່ງເສີມການຄ້າ, ທ່ານ ພອນຈັນ ເພັງສຸວັນ ປະທານບໍລິສັດພີພີໄຊໂຍເອັນເຕີເທັນເມັນ ແອນ ອໍກາຍເຊີ ຈໍາກັດຜູ້ດຽວ ແລະແຂກຖືກເຊີນພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

  ທ່ານ ພອນຈັນ ເພັງສຸວັນ ກ່າວວ່າ: ງານວາງສະແດງລົດນາໆຊາດວຽງຈັນ ມໍເຕີ້ ເອັກໂປຣ 2019 ຈັດຂຶ້ນເພື່ອ ຕອບໂຈດໃຫ້ກັບບັນດາບໍລິສັດຫ້າງຮ້ານທີ່ຈໍາໜ່າຍລົດ ແລະຜະລິດຕະພັນຕົບແຕ່ງລົດລວມໄປເຖິງຄວາມຮຽກຮ້ອງຕ້ອງການຂອງກຸ່ມລູກຄ້າຜູ້ຊົມໃຊ້ທີ່ສໍາຄັນກໍ່ເພື່ອເປັນການຕໍ່ຍອດໃຫ້ກັບວົງການລົດ, ຊຶ່ງພາຍໃນງານຈະມີກິດ ຈະກໍາຫຼາກຫຼາຍ ໃນນັ້ນ ຜູ້ຈອງລົດ ຫຼື ເຂົ້າຮ່ວມງານຈະໄດ້ພົບກິດຈະກໍາຈາກ ຄ້າຍລົດ ແລະຍັງຈະໄດ້ພົບກັບນະວັດຕະ ກໍາໃໝ່ຄືລົດຕົ້ນແບບເປັນລົດໄຟຟ້າປະ ຢັດພະລັງງານມາວາງສະແດງສາມາດ ນໍາໃຊ້ໄດ້ໂຕຈິງແລະມີວາງຈໍາໜ່າຍ ທົດລອງຂັບລ້າ ພ້ອມກັນນີ້ ຍັງມີສິດລຸ້ນ ຮັບລາງວັນ ບໍ່ວ່າຈະເປັນສາຍຄໍຄໍາ, ເສື້ອຢືດ, ພວງກະແຈ, ບັດສ່ວນຫຼຸດເຄືອບແກ້ວລົດ, ເກມໝູນວົງລໍ້ລຸ້ນລາງວັນ ແລະອື່ນໆອີກຢ່າງຫຼວງຫຼາຍ, ນອກຈາກນີ້ຍັງຈະມີການທັດສະນະສຶກສາເພື່ອຮ່ວມຟັງການບັນ ຍາຍກົດລະບຽບຈະລາຈອນ, ມີການສະແດງຄອນເສີດຈາກສິນລະປິນພາຍໃນ ແລະປະເທດເພື່ອບ້ານຮວມໄປເຖິງກິດຈະກໍາການປະກວດເຄື່ອງສຽງລົດນໍາອີກ.

  ສໍາລັບງານຄັ້ງນີ້ແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 28 ກັນຍາ ຫາ 6 ຕຸລ 2019 ທີ່ຈະມາເຖິງນີ້ ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ຈະມີຄ້າຍລົດມາວາງສະແດງ 13 ຄ້າຍ 20 ຍີ່ຫໍ້ ແລະລົດບັນທຸກໜັກພ້ອມລົດມື 2 ຕື່ມອີກ ໂດຍຄາດວ່າຍອດຂາຍ ແລະຕົວເລກຜູ້ເຂົ້າທ່ຽວຊົມງານຈະເພີ່ມຫຼາຍຂຶ້ນກວ່າປີຜ່ານມາ.

-------------

ໜັງສືພິມເສດຖະກິດ-ສັງຄົມ