ສະໜາມບິນໜອງຄ້າງ ສ້າງ 6 ປີ ສຳເລັດເກືອບ 70%

  ໂຄງການກໍ່ສ້າງສະໜາມບິນໜອງຄ້າງໄດ້ເລີ່ມປະຕິບັດມາແຕ່ຕົ້ນເດືອນຕຸລາ 2013, ຮອດຕົ້ນເດືອນຕຸລາ 2015 ໂຄງການດັ່ງກ່າວໄດ້ສິ້ນສຸດ ແລະໄດ້ເລີ່ມຈັດ ຕັ້ງປະຕິບັດຄືນໃໝ່ໄລຍະທີ 2 ແຕ່ວັນທີ 21 ມິຖຸນາ 2019 ຄາດວ່າຮອດທ້າຍເດືອນທັນວາ 2019 ແມ່ນຈະໃຫ້ສໍາເລັດ 100% ປະຈຸບັນນີ້ການກໍ່ສ້າງໄດ້ແລ້ວເກືອບ 70%.

ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ແມ່ນໂຄງການຂອງລັດຖະບານ, ເພື່ອຮອງຮັບເຮືອບິນຈາກສາຍພາຍໃນ ແລະ ຕ່າງປະເທດໃນອະນາຄົດ, ຈຸດປະສົງເພື່ອຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະການທ່ອງທ່ຽວພາຍໃນປະເທດ, ກໍຄືແຂວງຫົວພັນໂດຍສະເພາະແມ່ນວຽກງານການຂົນສົ່ງທາງອາກາດ ໃນໄລຍະຍາວ ເພື່ອຜັນຂະຫຍາຍແຜນ ພັດທະນາປະເທດ ແຕ່ປີ 2010-2020, ຕາມນະໂຍບາຍເພື່ອຫັນປະເທດ ສປປ ລາວ ຈາກບໍ່ມີຊາຍແດນຕິດກັບທະເລມາເປັນປະເທດບໍລິການທາງຜ່ານ ແລະມີຄວາມມຸ້ງໝັ້ນເພື່ອນໍາພາປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020.

  ໂຄງການດັ່ງກ່າວນີ້ມີມູນຄ່າທັງໝົດ 74 ລ້ານກວ່າໂດລາ ໂດຍແມ່ນທຶນກູ້ຢືມຈາກບໍລິສັດຮຸ້ນສ່ວນຮວ່າງແອັງຢາລາຍ (HAGL), ກົມການບິນພົນລະເຮືອນ, ກະ ຊວງໂຍທາທິການ ແລະຂົນສົ່ງເປັນເຈົ້າຂອງໂຄງການ, ບໍລິສັດ ADCC ສສ ຫວຽດນາມ ເປັນທີ່ປຶກສາ ແລະຜູ້ຮັບເໝົາກໍ່ສ້າງໂດຍບໍລິສັດພັດທະນາກະສິກໍາຮວ່າງແອັງ ອັດຕະປື ຈໍາກັດ.

 ມາຮອດປະຈຸບັນໂຄງການມີຄວາມຄືບໜ້າແລ້ວ 66,38% ຂອງໜ້າວຽກທັງໝົດໃນນີ້ວຽກກໍ່ສ້າງອາຄານຄືບໜ້າ 80%, ທາງແລ່ນຂຶ້ນ-ລົງຂອງເຮືອບິນປູດ້ວຍຢາງຂົ້ວໜາ 15 ຊັງຕີແມັດ ມີຄວາມຍາວທັງໝົດ 2,4 ພັນແມັດ, ກວ້າງ 30 ແມັດ ປູຢາງ ຂົ້ວສຳເລັດແລ້ວ 1,5 ພັນແມັດ.

 ສ່ວນໜ້າວຽກທີ່ພວມສືບຕໍ່ຈັດຕັ້ງປະຕິບັດແມ່ນ: ສືບຕໍ່ວຽກຂົນສົ່ງວັດສະດຸ ແລະອຸປະກອນຕ່າງໆ ມາຮັບໃຊ້ໂຄງການເປັນປົກກະຕິ, ຕັດດິນຢູ່ເຂດພື້ນທີ່ ແລວລົງເດີນຂອງທາງແລ່ນຂຶ້ນ-ລົງສົ້ນເບື້ອງທິດເໜືອ, ສືບຕໍ່ກໍ່ສ້າງທາງແລ່ນຂຶ້ນ-ລົງເຊັ່ນ: ຖົມຊັ້ນຫີນປູຢາງຂົ້ວທາງແລ່ນຂຶ້ນ-ລົງຕິດຕັ້ງບານແກ້ວໃສ່ອາຄານຜູ້ໂດຍ ສານ, ສືບຕໍ່ກໍ່ສ້າງຮົ້ວອ້ອມສະໜາມບິນ, ກັນເຈື່ອນ ແລະກໍ່ສ້າງລະບົບລະບາຍນໍ້າເຂດປະຕິບັດການບິນ.

  ນອກຈາກວຽກກໍ່ສ້າງຢູ່ພາກສະໜາມແລ້ວບໍລິສັດຜູ້ຮັບເໝົາກໍ່ສ້າງກໍ່ໄດ້ສຸມໃສ່ວຽກຈັດຊື້ອຸປະກອນມາຕິດຕັ້ງໃສ່ສະໜາມບິນໃຫ້ສໍາເລັດຕາມແຜນການເຊັ່ນ: ອຸປະ ກອນຊ່ວຍການບິນ, ເຄື່ອງຈັກປັ່ນໄຟຟ້າສໍາຮອງເຄື່ອງວັດແທກສະພາບອາກາດ, ເຄື່ອງເອັກສະເລ (X-RAY) ແລະອຸປະກອນອື່ນໆ ຕາມການອອກແບບ.

 ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແມ່ນກໍ່ສ້າງໃຫ້ໄດ້ຕາມມາດຕະຖານຄວາມປອດໄພຂອງກົມການບິນພົນລະເຮືອນແລະມາດຕະຖານສາກົນ, ຊຶ່ງສາມາດຮອງຮັບເຮືອບິນຂະຫນາດ 70-100 ບ່ອນນັ່ງເຊັ່ນ: ເຮືອບິນ ATR72 ແລະເຮືອບິນອື່ນໆ ພາຍຫຼັງກໍ່ສ້າງສຳເລັດແລ້ວບໍລິສັດຜູ້ຮັບເໝົາກໍ່ຈະໄດ້ມອບຕໍ່ໃຫ້ກົມການບິນພົນລະເຮືອນເປັນຜູ້ບໍລິຫານຈັດການຕໍ່ໄປ.

--------

ຂຽນໂດຍງຸດ ວິໄລຄຳ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ