ສະພາບເສັ້ນທາງ 6 ແຂວງນໍ້າຖ້ວມ, ຍອດສະຫຼຸບຜົນເສຍຫາຍເບື້ອງຕົ້ນ 270 ກິໂລແມັດ

 ການເກັບກໍາເບື້ອງຕົ້ນຂອງພາກສ່ວນກ່ຽວຂ້ອງກະຊວງ ຍທຂ ຕໍ່ກັບສະພາບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ 6 ແຂວງພາກກາງ-ພາກໃຕ້ເຮັດໃຫ້ເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນຖືກເປ່ເພປະມານ 270 ກິໂລແມັດ, ຊຶ່ງປະຈຸບັນບາງເສັ້ນທາງສາມາດສັນຈອນໄດ້ແລ້ວ, ແຕ່ກໍຍັງຫຍຸ້ງຍາກຢູ່ ແລະບາງເສັ້ນກໍຍັງບໍ່ທັນທຽວໄດ້, ເນື່ອງຈາກລະດັບນໍ້າຍັງເລິກ.

 ອີງຕາມບົດລາຍງານຂອງກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ກ່ຽວກັບການຕິດຕາມ, ກວດກາ ແລະແກ້ໄຂ ໄພນໍ້າຖ້ວມຢູ່ 6 ແຂວງພາກກາງ-ພາກໃຕ້ແຕ່ວັນທີ 3-9 ກັນຍາ 2019 ເຫັນວ່າ: ແຂວງຄຳມ່ວນເສັ້ນທາງຫຼວງແຫ່ງ ຊາດທາງເລກ 12 (ກິໂລແມັດ 55+ 000-128+000, ຍົມມະລາດ-ລັງຄັງ) ໃນວັນທີ 6 ມີນໍ້າຖ້ວມທາງ 3 ຈຸດຄື: ກິໂລແມັດ 68+000-72+000 ນໍ້າຖ້ວມເລິກ 15-20 ຊັງຕີແມັດ, ກິໂລ ແມັດ 85+200-85+400 ຖ້ວມເລິກ 10 ຊັງຕີແມັດ ແລະກິໂລແມັດ 86+200-86+500 ຖ້ວມເລິກ 20 ຊັງຕີແມັດ ແລະວັນທີ 7-8 ກັນຍາ ລະດັບນໍ້າແມ່ນເພີ່ມຂຶ້ນເລື້ອຍໆ ມາຮອດວັນທີ 9 ກັນຍາ ທັງ 3 ຈຸດ ລະດັບນໍ້າໄດ້ເຊື່ອມຕໍ່ໃສ່ກັນເປັນຈຸດດຽວແຕ່ບ້ານນາໂສກ, ກິໂລແມັດ 64+000 ຫາບ້ານໄຮ, ກິໂລແມັດ 86+500 ຍາວ 22,5 ກິ ໂລແມັດ, ຖ້ວມເລິກປະມານ 1,20 ແມັດ ການສັນຈອນຖືກຕັດຂາດ, ປະຈຸບັນໄດ້ອອກແຈ້ງການເຖິງຜູ້ປະກອບການຂົນສົ່ງພາຍໃນ ແລະຜ່ານແດນລະຫວ່າງປະເທດປິດການສັນ ຈອນແຕ່ວັນທີ 7 ກັນຍາ ເປັນຕົ້ນໄປເພື່ອຄວາມປອດໄພສ່ວນຈຸດເສັ້ນທາງຫຼວງແຫ່ງຊາດທາງເລກ 12 (ຊ່ວງຕອນທາງພູ 18 ກິໂລແມັດ, ກິໂລແມັດ 128 +000-ກິໂລແມັດ 146+000, ລັງຄັງ-ຊາຍແດນລາວ-ຫວຽດນາມ) ໃນວັນທີ 4-6 ກັນຍາ ເກີດດິນເຈື່ອນຢູ່ 15 ຈຸດຄື: ກິໂລແມັດ133+400, 139+ 500, 140+000, 140+900, 141+100, 141+125, 141+200, 141+300, 141+500, 141+800, 141+000, 143+ 200, 143+400, 143+500 ແລະ143+800, ຊຶ່ງໄດ້ ແກ້ໄຂດ້ວຍການຕັກດິນເຈື່ອນອອກ ແລະເປີດ-ປິດການສັນຈອນເປັນໄລຍະ, ປະຈຸບັນເປີດການສັນຈອນໄປມາໄດ້ ສະເພາະແຕ່ກິໂລແມັດ 86+500 (ບ້ານໄຮ) ຈຸດນໍ້າຖ້ວມ-ຊາຍແດນລາວ-ຫວຽດນາມ (ດ່ານນາເພົ້າ-ຈໍຫຼໍ).

 ສ່ວນຢູ່ແຂວງສະຫວັນນະເຂດ ແຕ່ເສັ້ນທາງຫຼວງແຫ່ງຊາດທາງ 9 (ສະຫວັນນະເຂດ-ຊາຍແດນຫວຽດນາມ), ໃນວັນທີ 4 ກັນຍາ ໄດ້ມີນໍ້າຖ້ວມທາງເຂດເມືອງເຊໂປນ 5 ຈຸດຄື: ກິໂລແມັດ 182+000 ຂົວຫ້ວຍລາວີ ບ້ານໂພນໄຊ ຖ້ວມເລິກ 1,2 ແມັດ, ກິໂລແມັດ 191+700 ບ້ານນາບໍ່ ຖ້ວມເລິກ 0,8 ແມັດ, ກິໂລ ແມັດ 199+000 ບ້ານ ທ່າໂຄງຖ້ວມເລິກ 0,5 ແມັດ, ກິໂລ ແມັດ205+000 ບ້ານເມືອງຈັນ ຖ້ວມເລິກ 1,2 ແມັດ ແລະຈຸດກິໂລແມັດ 216+000 ບ້ານອາລາງໃຫ່ຍຖ້ວມເລິກ 0,8 ແມັດຮອດວັນທີ 6 ກັນຍາ ລະດັບນໍ້າໄດ້ຫຼຸດລົງຍັງເຫຼືອພຽງ 1 ຈຸດຄື: ກິໂລ ແມັດ 191+700 ບ້ານນາບໍ່ນໍ້າເລິກ 30 ຊັງຕີ ແມັດ, ການສັນຈອນໄປມາໄດ້ແຕ່ຕ້ອງໄດ້ລະມັດລະວັງມາຮອດວັນທີ 9 ກັນຍາ ນໍ້າໄດ້ຫຼຸດລົງຈາກບ່າທາງສ່ວນການສັນຈອນໄປມາເປັນປົກກະຕິ.

  ສຳລັບແຂວງສາລະວັນ ເສັ້ນທາງເລກ 13 ໃຕ້ (ເມືອງຄົງເຊໂດນ-ປາກເຊ) ກິໂລແມັດ 609+000 ມີນໍ້າຖ້ວມທາງໃນວັນທີ5-6 ກັນຍາ ຄວາມເລິກ 60 ຊັງ ຕີແມັດ, ຕົກມາຮອດວັນທີ 9 ກັນຍາ ນໍ້າໄດ້ຫຼຸດລະດັບລົງຈາກບ່າທາງ ແລະ ການສັນຈອນໄປມາໄດ້ແຕ່ຕ້ອງລະມັດ ລະວັງ ເນື່ອງຈາກສະພາບໜ້າທາງເປ່ເພຫຼາຍສົມຄວນ, ສະເພາະເສັ້ນທາງຫຼວງແຫ່ງຊາດທາງເລກ 15 (ນາປົ່ງ-ສາລະວັນ), ກິໂລແມັດ 13+000 ຫ້ວຍກອດ ເຂດເມືອງວາປີ ວັນທີ 3-6 ກັນຍາ ເກີດ ນໍ້າຖ້ວມທາງຍາວ 200 ແມັດ, ເລິກ 70-100 ຊັງຕີແມັດມາວັນທີ 6 ກັນຍາ ລະດັບນໍ້າຍັງບໍ່ທັນຫຼຸດລົງການສັນຈອນໄປມາລົດທຸກຊະນິດບໍ່ສາມາດຜ່ານໄດ້ຈົນມາ ຮອດວັນທີ 9 ກັນຍາ ນໍ້າໄດ້ຫຼຸດລະ ດັບລົງຈາກບ່າທາງແລ້ວການສັນຈອນໄປມາໄດ້ແຕ່ຕ້ອງລະວັງເນື່ອງຈາກສະພາບໜ້າທາງເປ່ເພຫຼາຍສົມຄວນ, ເສັ້ນທາງຫຼວງແຫ່ງຊາດທາງເລກ 15 (ສາ ລະວັນ-ຊາຍແດນຫວຽດນາມ, ກິໂລແມັດ 77+800) ເຂດເມືອງສາລະວັນ, ວັນທີ 5 ກັນຍາ ຖືກນໍ້າໄຫຼຊຸດິນຖົມທາງເຂົ້າທໍ່ລ່ຽມທັງສອງຂ້າງລວມທັງດິນຖົມຫຼັງທໍ່ຂາດ, ລົດບໍ່ສາມາດສັນຈອນຜ່ານໄປມາໄດ້, ປະຈຸບັນໄດ້ຖົມດິນເຮັດທາງເວັ້ນເພື່ອແກ້ໄຂການສັນຈອນ ແລະ ໄດ້ເປີດການສັນຈອນຜ່ານໄດ້ທັງລົດ ນ້ອຍ ແລະລົດບັນທຸກໜັກ, ເພື່ອແກ້ໄຂ ການສັນຈອນ ແລະຮັບປະກັນ ໃນກໍລະນີຝົນຕົກແຮງຈະເຮັດໃຫ້ທາງເວັ້ນຂາດຈຶ່ງໄດ້ຕິດຕັ້ງຂົວເຫຼັກເບເລໃສ່ຈຸດທໍ່ຂາດແນໃສ່ຮັບປະກັນໃຫ້ສາມາດສັນຈອນໄປມາໄດ້ຈົນກວ່າໝົດລະດູຝົນ.

  ແຂວງຈໍາປາສັກ ແຕ່ເສັ້ນທາງຫຼວງແຫ່ງຊາດທາງ 13 ໃຕ້ (ກິໂລແມັດ 654+000, 663 ແລະ 664) ເຂດເມືອງຊະນະສົມບູນ ແລະນະຄອນປາກເຊເລີ່ມວັນທີ 4-6 ກັນຍາ, ເກີດນໍ້າຖ້ວມທາງຍາວ 1,20 ກິໂລແມັດ, ເລິກ 70 ຊັງຕີແມັດ, ມາຮອດວັນທີ 9 ກັນຍາ ນໍ້າໄດ້ຫຼຸດລົງຈາກບ່າທາງການສັນຈອນໄປມາໄດ້ແຕ່ຕ້ອງລະວັງເພາະບ່າທາງຖືກນໍ້າກັດເຊາະເລິກເປັນໄລຍະ ແລະກັດເຊາະຮອດເຄິ່ງທາງ, ປະຈຸບັນກໍາລັງຈັດຕັ້ງສ້ອມແປງຄືນເພື່ອຮັບປະກັນການສັນຈອນໄປມາໃຫ້ເປັນປົກກະຕິເສັ້ນທາງຫຼວງແຫ່ງຊາດທາງເລກ 18 ເອ (ເມືອງປະທຸມພອນ-ເຊຄໍາພໍ) ກິໂລແມັດ 3+800 ເຂດບ້ານທ່າຮູ້, ເມືອງປະທຸມພອນວັນທີ 4-6 ກັນ ຍາ ເກີດນໍ້າຖ້ວມທາງເລິກ 50 ຊັງຕີແມັດ, ມາຮອດວັນທີ 9 ກັນຍາ ນໍ້າໄດ້ຫຼຸດລະດັບລົງຈາກບ່າທາງແລ້ວການສັນຈອນໄປມາໄດ້ແຕ່ຕ້ອງລະວັງເນື່ອງຈາກບ່າທາງຖືກນໍ້າກັດເຊາະຮອດໃຈກາງທາງປະຈຸບັນກໍາລັງກະກຽມເຄື່ອນຍ້າຍກົນຈັກເຂົ້າສ້ອມແປງ.

  ແຂວງເຊກອງ ເສັ້ນທາງຫຼວງແຫ່ງຊາດທາງ 16 ເບ (ເຊກອງ-ດັກຈຶງ), ກິໂລແມັດ 37+100 ແລະກິໂລແມັດ 80+200 ເຂດ ເມືອງລະມາມ ແລະ ເມືອງດັກຈຶງ ແຕ່ວັນທີ 3-4 ກັນຍາ, ເກີດດິນເຈື່ອນຫຼາຍຈຸດ, ການສັນຈອນ ຖຶກຕັດຂາດ, ມາຮອດວັນທີ 5 ກັນຍາ ໄດ້ແກ້ໄຂຕັກດິນເຈື່ອນອອກໝົດແລ້ວການສັນຈອນຖືວ່າໄປມາໄດ້, ເສັ້ນທາງຫຼວງແຫ່ງຊາດທາງ 1 ໄອ, ກິໂລແມັດ 9+800 ເຂດເມືອງລະມາມ, ວັນທີ 3-4 ກັນຍາ, ເກີດນໍ້າຖ້ວມທາງ ແລະຂົວຫ້ວຍລໍາພັນ ເລິກ 2 ແມັດ, ການສັນຈອນຖືກຕັດຂາດ, ມາຮອດວັນທີ 5 ກັນຍາ ລະດັບນໍ້າໄດ້ຫຼຸດລົງການສັນຈອນໄປມາໄດ້ເປັນປົກກະຕິ, ສຳລັບແຂວງອັດຕະປືເສັ້ນທາງຫຼວງແຫ່ງ ຊາດທາງ 1 ໄອ (ເຊກອງ-ອັດຕະປື) ກິໂລແມັດ 39-40 ເຂດເຂື່ອນຫ້ວຍເຫາະເມືອງສາມັກຄີໄຊ ວັນທີ3-5 ກັນຍາເກີດນໍ້າຖ້ວມທາງ ຍາວ 1,20 ກິໂລ ແມັດ, ເລິກ 70 ຊັງຕີແມັດ, ການສັນຈອນຖືກຕັດຂາດບໍ່ສາມາດສັນຈອນໄປແຂວງເຊກອງ ແລະ ແຂວງຈໍາປາສັກໄດ້, ມາຮອດວັນທີ 9 ກັນຍາ ນໍ້າໄດ້ຫຼຸດລົງຈາກບ່າທາງການສັນຈອນໄປມາໄດ້ເປັນປົກກະຕິ.

  ສະພາບໜ້າທາງ ແລະບ່າທາງເປ່ເພເລັກນ້ອຍ, ສ່ວນຢູ່ເສັ້ນທາງຫຼວງແຫ່ງຊາດທາງ 18 ເອ (ເມືອງສາມັກຄີໄຊ-ສະໜາມໄຊ-ເຊຄໍາພໍ) ໃນວັນທີ 3-6 ກັນຍາ, ເກີດນໍ້າຖ້ວມທາງຫຼາຍຈຸດເລິກ 50-100 ຊັງຕີແມັດ, ການສັນຈອນໄປມາຖືກຕັດຂາດ, ມາໃນວັນທີ 9 ກັນຍາ ລະດັບນໍ້າຍັງບໍ່ຫຼຸດລົງຢູ່ຊ່ວງກິໂລແມັດ 64+00 0 (ຂົວເຊປຽນ) ໄປຫາເຊຄໍາພໍ (ຊາຍແດນຈໍາປາສັກ) ລະດັບນໍ້າເລິກປະມານ 1,60 ແມັດ ການສັນຈອນຍັງບໍ່ສາມາດໄປມາໄດ້.

  ໂດຍຄວາມເສຍຫາຍເບື້ອງຕົ້ນທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຍທຂ ໃຫ້ຮູ້ວ່າ: ສະເພາະເສັ້ນທາງຫຼວງແຫ່ງຊາດ ແລະ ເສັນທາງຫຼວງ ທ້ອງຖິ່ນປະມານ 270 ກິໂລແມັດ ຈາກທັງໝົດຂອງເສັ້ນທາງແຕ່ແຂວງຄຳມ່ວນ ຮອດແຂວງອັດຕະປື ຍາວ 688 ກິໂລ ແມັດ, ປະຈຸບັນກະຊວງໄດ້ສົ່ງພະນັກງານ ລົງສົມທົບກັບພະແນກ ຍທຂ ແຂວງເລັ່ງແກ້ໄຂ ແລະສ້ອມແປງ, ທັງນີ້ກໍເພື່ອເຮັດໃຫ້ການສັນຈອນມີຄວາມສະດວກຂຶ້ນ, ສ່ວນຄວາມເສຍຫາຍທີ່ເປັນມູນຄ່າຍັງບໍ່ສາ ມາດປະເມີນໄດ້ເນື່ອງສະພາບອາກາດຍັງມີຝົນຕໍ່ຢູ່, ຊຶ່ງອາດເຮັດໃຫ້ສະພາບເສັ້ນທາງມີຄວາມເສຍຫາຍເພີ່ມອີກ.

----------

ໜັງສືພິມເສດຖະກິດ-ສັງຄົມ