ທ່ານລັດຖະມົນຕີປະຈຳ ສນຍ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອປະຊາຊົນ

 ໃນວັນທີ 14-15 ກັນຍາ 2019 ທີ່ຜ່ານມາ, ທ່ານ ປອ. ນ. ສຸວັນເພັງ ບຸບຜານຸວົງ, ລັດຖະ ມົນຕີປະຈຳສຳນັກງານນາຍົກ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມດ້ວຍຄອບຄົວ, ເພື່ອນມິດສະຫາຍ ແລະຍາດຕິພີ່ນ້ອງ ໄດ້ນຳເອົາວັດຖຸປັດໃຈມີມູນຄ່າ 112 ລ້ານກວ່າກີບ ໄປແຈກຢາຍໃຫ້ພໍ່ແມ່ປະຊາຊົນຈຳນວນ 662 ຄອບຄົວ, ໃນ 11 ບ້ານ ຂອງເມືອງເຊໂປນ ແລະ ເມືອງວິລະບູລີ, ແຂວງສະຫວັນນະເຂດ.

  ການລົງຢ້ຽມຢາມ ແລະມອບເຄື່ອງຊ່ວຍເຫຼືອຄັ້ງນີ້, ທ່ານລັດຖະມົນຕີປະຈຳສຳນັກງານນາຍົກໄດ້ໃຫ້ການໂອ້ລົມຢື້ຢາມຖາມຂ່າວ ພໍ່ແມ່ປະຊາຊົນ ແລະ ນຳເອົາຄວາມເປັນຫ່ວງເປັນໄຍຂອງພັກ, ສະພາແຫ່ງຊາດ ແລະລັດຖະບານມາຍັງພໍ່ແມ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມ, ພ້ອມທັງປຸກລະດົມກຳລັງໃຈ, ນຳ້ໃຈສາມັກຄີຮັກແພງຊ່ວຍ ເຫຼືອເຊິ່ງກັນ ແລະກັນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆໃນຄັ້ງນີ້. ໃນນັ້ນ, ໄດ້ເນັ້ນໜັກໃຫ້ພ້ອມກັນເອົາໃຈໃສ່ຈັດຕັ້ງການຜະລິດຕາມເງື່ອນໄຂ ແລະທ່າແຮງຂອງທ້ອງຖິ່ນ, ບຸກບືນປັບປຸງຊີວິດການເປັນຢູ່ຂອງຄອບຄົວໃຫ້ນັບມື້ດີຂຶ້ນເປັນກ້າວໆ.

 ໃນໂອກາດນີ້, ຕາງໜ້າປະຊາຊົນຜູ້ທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້, ທ່ານ ປອ. ນ. ສຸວັນເພັງ ບຸບຜານຸວົງ ຂໍສະແດງຄວາມຂອບໃຈມາຍັງຜູ້ທີ່ໃຫ້ການສະໜັບສະໜູນ ທຶນຮອນ ແລະວັດຖຸປັດໃຈຊ່ວຍເຫຼືອປະຊາຊົນໃນຄັ້ງນີ້,ຊຶ່ງປະກອບມີ: ທ່ານ ອິນຕອງ ອຸດົມ (ບໍລິສັດ ແສນອຸດົມ ຈຳກັດ) ພ້ອມຄອບຄົວ ແລະຍາດຕິພີ່ນ້ອງ 30.00 0.000 ກີບ, ທ່ານ ນ. ວັນສີ (ບໍລິສັດ ສຸກປະເສີດ) 21.500.000 ກີບ, ທ່ານ ວິໄລສຸກ ເຄນນະວົງ ພ້ອມຄອບຄົວ ແລະຍາດຕິພີ່ນ້ອງ 17.500.000 ກີບ, ທ່ານ ຈັນສອນ ແສນບຸດຕະລາດ ພ້ອມຄອບຄົວ 12.000.000 ກີບ, ທ່ານ ນ. ວຽງເງິນ ໄຂຄຳພິທູນ ພ້ອມຄອບຄົວ ແລະ ຍາດຕິພີ່ນ້ອງ 6.000.000 ກີບ,

ທ່ານ ນ. ສົມຈິດ ວົງສຳອາງ ພ້ອມຄອບຄົວ 4.100.000 ກີບ, ທ່ານ ແສງເດືອນ ວົງໄຊຍາ ພ້ອມຄອບຄົວ 4.000.000 ກີບ, ທ່ານ ສົມບູນ ພົມມະຈັນ ພ້ອມຄອບຄົວ 4.000.000 ກີບ, ບໍລິສັດ ດາວເຮືອງ 3.000.000 ກີບ, ບໍລິສັດ ທິບໂກລາວ 2.000.000 ກີບ, ທ່ານ ນ. ຈັນທະຈອນ ວົງໄຊ ພ້ອມຄອບຄົວ 2.00 0.000 ກີບ, ແມ່ເຖົ້າ ສູນ ກົມມະດຳ ພ້ອມລູກຫຼານ 2.000.000 ກີບ, ທ່ານ ໂພສີ ເຕັມເມລາດ 2.000.000 ກີບ, ທ່ານ ມະນີສອນ ທຳມະສັກ ພ້ອມຄອບ ຄົວ 1.220.000 ກີບ, ທ່ານ ອຸດອນ ອິນລະວົງສາ (ສູນຈຳໜ່າຍນ໋ອດວຽງຈັນ) 1.200.000 ກີບ.

---------------

ນສພ ເສດຖະກິດ-ສັງຄົມ