ກຽມປັບປຸງກົງຈັກການຈັດຕັ້ງ-ບຸກຄະລະກອນດ່ານຊາຍແດນ ແລະສະໜາມບິນສາກົນທົ່ວປະເທດຄືນໃໝ່

  ລັດຖະບານກຽມປັບປຸງກົງຈັກການຈັດຕັ້ງ ແລະບຸກຄະລາກອນຂອງບັນດາດ່ານຊາຍແດນ ແລະສະໜາມບິນສາກົນໃນຂອບເຂດທົ່ວປະເທດຄືນໃໝ່ໂດຍທ້າຍເດືອນສິງຫາຜ່ານມາ, ທີ່ເຂດເສດຖະກິດພິເສດບໍ່ເຕ່ນ ແຂວງຫຼວງນໍ້າທາ, ຄະນະສະເພາະກິດໂດຍມີກະຊວງພາຍໃນເປັນເຈົ້າການປະສານສົມທົບກັບບັນດາຂະແໜງການ ແລະອົງການປົກຄອງທ້ອງຖິ່ນ, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງດັ່ງກ່າວຂຶ້ນໂດຍເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດ

ຖະມົນຕີກະຊວງການເງິນ, ມີທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີຫົວໜ້າຫ້ອງວ່າການປົກຄອງແຂວງຫຼວງນໍ້າທາ, ພ້ອມດ້ວຍຄະນະກ່ຽວຂ້ອງຈາກກະຊວງອຸດສາຫະກຳ ແລະການຄ້າ,ກະຊວງແຜນການ ແລະການລົງທຶນ, ຄະນະດ່ານສາກົນ, ເຈົ້າໜ້າທີ່ພາສີປະຈຳດ່ານ, ຍທຂ ແຂວງປະຈຳດ່ານ, ສາທາແຂວງປະຈຳດ່ານ ແລະພາກສ່ວນທີ່ກ່ຽວຂ້ອງກັບດ່ານຊາຍແດນເຂົ້າ ຮ່ວມ.

  ທ່ານ ຄຳມູນ ວິພົງໄຊ ກ່າວວ່າ: ການປັບປຸງກົງຈັກການຈັດຕັ້ງ ແລະບຸກຄະລາກອນຂອງບັນດາດ່ານຊາຍແດນ ແລະສະໜາມບິນສາກົນແມ່ນປະຕິບັດຕາມດຳລັດວ່າດ້ວຍດ່ານຊາຍແດນ ແລະສະໜາມບິນສາກົນສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ເພື່ອແນ່ໃສ່ກໍານົດຫຼັກການ, ລະບຽບ, ມາດຕະການກ່ຽວ ກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານດ່ານຊາຍແດນ ແລະ ສະໜາມບິນເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນ, ອຳນວຍຄວາມສະດວກໃນການບໍລິ

 

ການ, ການແລກປ່ຽນສິນຄ້າ, ການເຂົ້າ-ອອກຂອງຜູ້ໂດຍສານໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງໂປ່ງໃສປະກອບສ່ວນສ້າງສາຍພົວພັນຮ່ວມມືມິດຕະພາບທີ່ດີກັບບັນ ດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ, ບັນດາປະເທດໃນພາກພື້ນແລະສາກົນແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດມີການຂະຫ ຍາຍຕົວຢ່າງຕໍ່ເນື່ອງ ແລະຍືນຍົງ. ສຳລັບການຈັດຕັ້ງປະຕິບັດກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະບຸກຄະລາກອນຂອງບັນດາດ່ານຊາຍແດນ ແລະສະໜາມ ບິນສາກົນ; ຕາມດຳລັດສະບັບເລກທີ 558/ລບ, ແມ່ນໃຫ້ສຳເລັດພາຍໃນ 12 ເດືອນໃນ 27 ດ່ານທົ່ວປະເທດພາຍຫຼັງດຳລັດໄດ້ຮັບຮອງ ແລະ ປະກາດໃຊ້.

--------------

ຂຽນໂດຍກະຊວງການເງິນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ