ລັດຖະບານຊີ້ນຳ ຖວທ ຕິດຕາມແກ້ໄຂສື່ອອນລາຍທີ່ອອກຂ່າວບິດເບືອນຄວາມຈິງ

  ໃນກອງປະຊຸມປຶກສາຫາລືກ່ຽວກັບສະພາບໄພພິບັດນໍ້າຖ້ວມຄັ້ງທີ 2, ລັດຖະບານໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະທ້ອງຖິ່ນຈັດຕັ້ງປະຕິບັດຫຼາຍບັນຫາໜຶ່ງໃນນັ້ນແມ່ນໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເອົາໃຈໃສ່ລົງຕິດຕາມ ແລະ ລາຍງານສະພາບຕົວຈິງໃນການແກ້ໄຂບັນຫາໄພພິບັດ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຂໍ້ມູນທີ່ຖືກຕ້ອງ ແລະ ທັນການ, ພ້ອມທັງໃຫ້ເອົາໃຈໃສ່ຕິດຕາມ ແລະແກ້ໄຂການອອກຂ່າວທີ່ບໍ່ມີມູນຄວາມຈິງ, ຕໍ່ຕ້ານ, ໃສ່ຮ້າຍປ້າຍສີຂອງບຸກຄົນແລະສື່ສັງຄົມອອນລາຍຢ່າງທັນການ.

ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນ ວັນທີ 16 ກັນຍາຜ່ານມາ ທີ່ສໍານັກງານ ນາຍົກ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນ ຕີ ໂດຍກອງປະຊຸມໄດ້ຮັບຟັງການລາຍ ງານ ແລະປະກອບຄຳເຫັນກ່ຽວກັບ ຜົນກະທົບຈາກໄພພິບັດທີ່ເກີດຂຶ້ນໃນ ທົ່ວປະເທດ ປີ 2019 ຈາກບັນດາຂະ ແໜງການທີ່ກ່ຽວຂ້ອງ, ຊຶ່ງນັບຕັ້ງແຕ່ ເດືອນມັງກອນຫາກັນຍາ ໄດ້ເກີດໄພ ພິບັດນໍ້າຖ້ວມ, ລົມພາຍຸພັດ, ຟ້າຜ່າ, ດິນເຈື່ອນ, ໄຟໄໝ້ ແລະສັດຕູພືດທໍາລາຍ ຜົນລະປູກຢູ່ 13 ແຂວງ ອັນໄດ້ສົ່ງຜົນກະ ທົບໂດຍກົງຕໍ່ປະຊາຊົນໃນ 112 ເມືອງ, 2.072 ບ້ານ, 179.068 ຄອບຄົວ, 579.299 ຄົນ, ເສຍຊີວິດ 28 ຄົນ ແລະສູນຫາຍ7 ຄົນ.

  ສະເພາະໄພພິບັດນໍ້າຖ້ວມທີ່ເກີດຂຶ້ນໃນທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນ ຍາ ລວມມີ 6 ແຂວງຄື: ຄໍາມ່ວນ, ສະ ຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາ ສັກ ແລະແຂວງອັດຕະປື, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 47 ເມືອງ, 1.655 ບ້ານ, 1,69 ແສນຄອບຄົວ, 5,46 ແສນຄົນ, ຍິງ 39,3 ພັນຄົນ, ເສຍຊີວິດ 18 ຄົນ (ສະຫວັນນະເຂດ 3 ຄົນ, ສາລະວັນ 3 ຄົນ, ອັດຕະປື4 ຄົນ ແລະ ຈໍາປາສັກ 8 ຄົນ, ສູນຫາຍ 1 ຄົນ), ປະຊາຊົນທີ່ຖືກຍົກຍ້າຍມີ 10,1 ພັນຄອບຄົວ, 39,5 ພັນຄົນ, ຍິງ 10,9 ພັນຄົນ, ຊຶ່ງຜົນກະທົບຈາກໄພນໍ້າຖ້ວມໃນປີນີ້ແມ່ນໜັກໜ່ວງຢູ່ເຂດພາກກາງ-ພາກໃຕ້ ແລະຖ້ວມໜັກໃນຮອບ 40 ກວ່າປີ, ເຮັດໃຫ້ມີຜົນເສຍຫາຍທາງດ້ານຊີວິດ, ຊັບສິນ, ພື້ນຖານໂຄງລ່າງ ແລະພື້ນຖານການຜະລິດຢ່າງໜັກໜ່ວງ.

  ຕໍ່ສະພາບການດັ່ງກ່າວ, ລັດຖະບານໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ ແລະບັນດາກະຊວງທີ່ກ່ຽວຂ້ອງ, ກຳລັງປກຊ-ປກສ, ບັນດາແຂວງ ແລະ ອົງການຊ່ວຍເຫຼືອສັງຄົມຕ່າງໆໄດ້ສຸມທຸກກຳລັງແຮງ, ພາຫະນະ ແລະວັດຖຸອຸປະກອນເຂົ້າໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຢ່າງທັນການ, ຊຶ່ງສາມາດຫຼຸດຜ່ອນຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນໄດ້ດີສົມຄວນ, ແຕ່ກໍ່ໄດ້ພົບກັບອຸປະສັກຕ່າງໆນາໆຫຼາຍປະການ, ເປັນຕົ້ນແມ່ນບັນຫາຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງໄດ້ສ້າງຄວາມສັບສົນວຸ້ນວາຍຕໍ່ສັງຄົມ, ບຸກຄົນ ແລະການຈັດຕັ້ງປະຕິບັດວຽກງານຂອງລັດຖະບານເພາະມີບຸກຄົນ ແລະສື່ສັງຄົມອອນລາຍຈໍານວນໜຶ່ງໄດ້ປ່ອຍຂໍ້ຄວາມໂຄສະນາທີ່ ສ້າງຄວາມເຂົ້າໃຈຜິດ ແລະ ປັ່ນປ່ວນສັງຄົມຊຶ່ງສວນທາງກັບຄວາມເອົາໃຈໃສ່ຂອງລັດຖະບານໃນການແກ້ໄຂໄພພິບັດ ແລະ ການໃຫ້ຄວາມຊ່ວຍເຫຼືອບັນເທົາທຸກສຸກ ເສີນແກ່ປະຊາຊົນໜຶ່ງໃນນັ້ນກໍມີ ນາງ ຮວ່າຍເຮືອງ ໄຊຍະບູລີ (ໝວຍ) ບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈໍາປາສັກ ທີ່ເຄື່ອນໄຫວໂຄສະນາຕ້ານ ສປປ ລາວ ຜ່ານສື່ສັງຄົມອອນ ລາຍ ຊຶ່ງປະຈຸບັນເຈົ້າໜ້າທີ່ຮັກສາ ຄວາມສະຫງົບໄດ້ກັກຕົວໄປດໍາເນີນຄະດີຕາມກົດໝາຍແລ້ວ.

 ໃນກອງປະຊຸມດັ່ງກ່າວທ່ານນາຍົກຍັງໄດ້ຊີ້ນຳໃຫ້ກະຊວງ ຖວທ ເອົາໃຈໃສ່ລົງຕິດຕາມ ແລະລາຍງານສະພາບຕົວຈິງການແກ້ໄຂບັນຫາໄພພິບັດເພື່ອໃຫ້ສັງຄົມໄດ້ຮັບຊາບຂໍ້ມູນທີ່ຖືກຕ້ອງຢ່າງລະອຽດ ແລະ ທັນການທັງເປັນການປຸກລະດົມເຕົ້າໂຮມຄວາມສາມັກຄີທົ່ວສັງຄົມ ແລະ ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນ ພ້ອມທັງໃຫ້ເອົາໃຈໃສ່ຕິດຕາມ ແລະ ແກ້ໄຂການອອກຂ່າວທີ່ບໍ່ມີມູນຄວາມຈິງ, ໃສ່ຮ້າຍປ້າຍສີ, ບິດເບືອນແນວທາງຂອງພັກແລະນະໂຍບາຍຂອງລັດລົງໃນສື່ເອເລັກ ໂຕນິກ ຫຼື ຮູບການອື່ນໆ ຂອງບຸກຄົນ ແລະ ສື່ສັງຄົມອອນລາຍຈຳນວນໜຶ່ງຢ່າງທັນການນອກນີ້ຍັງໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນເອົາໃຈໃສ່ຈັດຕັ້ງປະຕິບັດເພື່ອແກ້ໄຂໄພພິບັດດັ່ງກ່າວເປັນຕົ້ນແມ່ນຄະນະຮັບຜິດຊອບແກ້ໄຂໄພພິບັດ, ກະຊວງການເງິນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະຊວງອຸດສາຫະກໍາ ແລະການຄ້າ ແລະພາກສ່ວນອື່ນໆ.

-----------------

ໜັງສືພິມເສດຖະກິດ-ສັງຄົມ