ສະມາຄົມເຟີນີເຈີ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

  ວັນທີ 17 ກັນຍາຜ່ານມາທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມສະມາຄົມເຟີນີເຈີລາວໄດ້ນຳເອົາເງິນຈຳນວນ 15 ລ້ານກີບ ທີ່ລະດົມໄດ້ຈາກສະມາຊິກເພື່ອໄປມອບໃຫ້ຜູ້ທີ່ປະສົບໄພນໍ້າຖ້ວມທາງພາກໃຕ້ຂອງລາວໂດຍ ຕາງໜ້າມອບຂອງທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ແລະ ຮັບໂດຍ ທ່ານນາງ ໃບຄຳ ຂັດທິຍະຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງ ແລະສະມາຊິກສະມາຄົມເຟີນີເຈີລາວເຂົ້າຮ່ວມ.

bbທ່ານ ກອງມາລາ ພົມມາໄລ ກ່າວວ່າ: ເນື່ອງຈາກເປັນຫ່ວງຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດນໍ້າຖ້ວມຢູ່ທາງພາກກາງ ແລະພາກໃຕ້ຂອງລາວຢ່າງໜັກໜ່ວງດັ່ງນັ້ນທາງສະມາຄົມເຟີນິເຈີລາວຈຶ່ງໄດ້ລະດົມເງິນນຳບັນດາສະມາຊິກເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທາງພາກກາງ ແລະພາກໃຕ້ສະນັ້ນຈຶ່ງນຳເອົາເງິນທີ່ລະດົມໄດ້ທັງໝົດ 15 ລ້ານກີບ ມາມອບຫ້ກະຊວງແຮງງານ ແລະສະຫວັດດີການສັງຄົມເພື່ອນຳໄປມອບຕໍ່ໃຫ້ຜູ້ປະສົບໄພ, ໄດ້ພັດທະນາຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

  ໂອກາດນີ້ ທ່ານນາງ ໃບຄຳ ຂັດທິຍະ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ສະມາຄົມເຟີນີເຈີລາວທີ່ມີຄວາມເປັນຫ່ວງເປັນໃຍພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດນໍ້າຖ້ວມໂດຍພວກເຮົາຈະນຳໃຊ້ເງິນດັ່ງກ່າວຢ່າງມີປະສິດທິຜົນ.

  ຊຶ່ງເງິນທີ່ມາມອບໃນຄັ້ງນີ້ໄດ້ຈາກການປະກອບສ່ວນຂອງຫ້ອງການສະມາຄົມເຟີນິເຈີລາວ ແລະສະມາຊິກຄື: ທ່ານຄຳໄພ ສົມຊະນະ, ທ່ານ ກອງມາລາ ພົມມາໄລ, ທ່ານ ທອງດຳ ສີຫາມາຍາ, ທ່ານວັນເພັງ ສົມຊະນະ, ທ່ານ ບຸນຖອງຫຼວງໂຄດ, ເຟີນິເຈີເທືອງ, ທ່ານນາງ ພອນບູລີ ນໍລະສິດ, ທ່ານ ຄຳປຸ່ນ ເຈົ້າພະສີຮົ່ມຂາວ, ທ່ານນາງ ຈັນໄຕ ທຳມະວົງສາ, ທ່ານນາງ ເພັດສະໝອນ ເນື່ອງກອງມະນີ, ທ່ານນາງ ວອນມະນີວົງ ສະເຕີນ, ທ່ານ ກອງແຊງ ລາດຊະມູນ, ທ່ານນາງ ໄມພອນ ເພັງພະຈັນ, ທ່ານ ກົງສາ ດວງມາລາ, ທ່ານນາງ ສົມບູນ ພິມມະສອນ, ເຟີນິເຈີຂຽນທອງ, ເຟີນິເຈີອາສິດ, ເຟີນິເຈີຕ໋ອງ ແລະເຟີນິເຈີສົມໃຈ.

 ---------------

ນສພ ເສດຖະກິດ-ສັງຄົມ