ຫາລືຄວາມເປັນເອກະພາບທາງດ້ານປະກັນໄພໃນລາວ

  ວັນທີ 16 ກັນຍາຜ່ານມາທີ່ກະຊວງການເງິນ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມລະຫວ່າງຄະນະບໍລິຫານສະມາຄົມປະກັນໄພແຫ່ງ ສປປ ລາວ ກັບບັນດາ ບໍລິສັດປະກັນໄພໃນລາວຄັ້ງທີ 2 ໂດຍການເປັນປະທານຂອງທ່ານ ຫໍລະດີ ວໍລະຣາດ ປະທານສະມາຄົມປະກັນໄພແຫ່ງ ສປປ ລາວ, ທ່ານ ພອນວິໄລ ເທບວິໄລ ຕາງ ໜ້າກົມຄຸ້ມຄອງ, ພັດທະນາລັດວິສາຫະກິດ ແລະປະກັນໄພກະຊວງການເງິນພ້ອມດ້ວຍ 14 ບໍລິສັດ ປະກັນໄພທີ່ໄດ້ເຂົ້າເປັນສະມາຊິກສົມບູນຂອງສະມາຄົມປະກັນ ໄພແຫ່ງ ສປປ ລາວ ແລະ 2 ບໍລິສັດປະກັນໄພທີ່ຍັງບໍ່ທັນໄດ້ ເປັນສະມາຊິກສົມບູນຂອງສະມາຄົມປະ ກັນໄພເຂົ້າຮ່ວມ.

  ສະມາຄົມປະກັນໄພແຫ່ງ ສປປ ລາວ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 9 ກໍລະກົດ 2018 ຕາມຂໍ້ຕົກລົງເລກທີ 2228/ກງ ແຕ່ສະພາປະກັນໄພອາຊຽນ AIC ໄດ້ຮັບເອົາສະມາຄົມປະກັນໄພ ແຫ່ງ ສປປ ລາວ ເຂົ້າເປັນສະມາຊິກສົມບູນຢ່າງເປັນທາງການໃນກອງປະຊຸມສະພາປະກັນໄພອາຊຽນທີ່ເປີດຂຶ້ນຢູ່ນະ ຄອນຫຼວງວຽງຈັນ ໃນເດືອນພະຈິກ 2017.

  ທ່ານ ຫໍລະດີ ວໍລະຣາດ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ກໍເພື່ອປຶກສາຫາລືຄວາມເປັນເອກະພາບທາງດ້ານປະກັນໄພລົດພາກບັງຄັບ, ອາກອນການປະກັນໄພຕໍ່, ອາກອນມູນຄ່າເພີ່ມ, ອາກອນກ່ຽວກັບຄ່າທໍານຽມທີ່ເຮັດປະກັນໄພຕໍ່ໄປຕ່າງປະເທດການສ້າງຕັ້ງກອງທຶນປົກປ້ອງຜູ້ປະສົບໄພຢູ່ຖະໜົນ, ການໃຫ້ຄອມມິດຊັນ ແລະສິ່ງກະຕຸ້ນນໍ້າໃຈແກ່ຕົວແທນ ແລະບັນຫາກ່ຽວກັບຫຼຸດລາຄາ, ນອກນັ້ນໃນກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ 14 ບໍລິສັດປະກັນໄພທີ່ໄດ້ເຂົ້າເປັນສະມາຊິກສົມບູນຂອງສະມາຄົມປະກັນໄພແຫ່ງ ສປປ ລາວ.

--------------

ຂຽນໂດຍວົງມະນີ

ພາບ ແລະຂ່າວຈາກ:​ນສພ ເສດຖະກິດ-ສັງຄົມ