ໃກ້ຄວາມເປັນຈິງ 2 ໂຄງການພັດທະນາຂອງບໍລິສັດກຸ່ມຄຳໄພຊະນະທີ່ແຂວງໄຊສົມບູນ

  ບໍລິສັດກຸ່ມຄຳໄພຊະນະມີຄວາມປາດຖະໜາຈະເປັນສ່ວນໜຶ່ງຮ່ວມພັດທະນາແຂວງໄຊສົມບູນໃຫ້ມີຄວາມຈະເລີນທຽບທັນກັບແຂວງອື່ນໆໃນລາວດ້ວຍການຈະນຳເອົາ 2 ໂຄງການດ້ານ ທ່ອງທ່ຽວທຳມະຊາດພູເບ້ຍແບບອະນຸລັກ ແລະຜະລິດກະສິກຳສະອາດຄົບວົງຈອນໂດຍຮ່ວມມືກັບປະຊາຊົນຊຶ່ງມາຮອດປະຈຸບັນ 2 ໂຄງການດັ່ງກ່າວແມ່ນໃກ້ຄວາມເປັນຈິງຂຶ້ນນັບມື້ເວລານີ້ແມ່ນຜ່ານບົດວິພາກເສດຖະກິດ ແລະເຕັກນິກລະຫວ່າງບໍລິສັດກັບແຂວງທັງນີ້ຫາກ 2 ໂຄງການເກີດຂຶ້ນຄາດວ່າຈະສ້າງຜົນປະໂຫຍດຢ່າງມະຫາສານໃຫ້ກັບແຂວງກໍຄືປະຊາຊົນໃນທ້ອງຖິ່ນໄດ້ມີວຽກເຮັດງານທຳ ແລະ ລາຍຮັບທີ່ຍືນຍົງປະກອບສ່ວນພັດທະນາຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

 ພິທີປ້ອງກັນບົດວິພາກເສດຖະກິດ ແລະເຕັກນິກໂຄງການປູກຝັງລ້ຽງສັດປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະໂຄງການພັດທະນາສະຖານທີ່ທ່ອງທ່ຽວສະ ຫວັນທະເລໝອກພູເບ້ຍຂອງ ບໍລິສັດກຸ່ມຄຳໄພຊະນະ ແລະພະແນກ ແຜນການ ແລະການລົງທຶນແຂວງໄຊ ສົມບູນໄດ້ຈັດຂຶ້ນໃນວັນທີ 17 ກັນຍານີ້ ທີ່ແຂວງດັ່ງກ່າວໂດຍການເປັນປະທານຂອງທ່ານ ຈັນທະໝອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງພ້ອມນີ້ມີການນຳເມືອງອະນຸວົງບັນດາພະ ແນກການ, ທີມງານ ຈາກບໍສັດກຸ່ມຄຳໄພຊະນະ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ເຫວດປານີ ສີວົງໄຊ ຜູ້ຕາງໜ້າບໍລິສັດກຸ່ມຄຳໄພຊະນະ ໄດ້ຜ່ານບົດວິພາກຂອງໂຄງການວ່າ: ສະເພາະໂຄງການສົ່ງເສີມການປູກຝັງ-ລ້ຽງສັດ ຈະໄດ້ດຳເນີນຢູ່ໃນຂອບເຂດເມືອງອະນຸວົງ, ລ້ອງຊານ, ລ້ອງແຈ້ງ ແລະເມືອງທ່າໂທມມູນຄ່າຈະລົງທຶນ 58,01 ລ້ານໂດລາໄລຍະຂອງໂຄງການແມ່ນ 35 ປີ ຈຸດປະສົງເພື່ອພັດທະນາເສດຖະກິດ-ສັງຄົມເຮັດໃຫ້ການຜະລິດສິນຄ້າມີການ ຂະຫຍາຍຕົວເຂັ້ມແຂວງ ແລະໃຫ້ປະ ຊາຊົນພາຍໃນແຂວງຫຼຸດພົ້ນອອກຈາກ ຄວາມທຸກຍາກ ຊຶ່ງຈະນຳໃຊ້ເຕັກໂນ ໂລຊີລົງ ທຶນໃສ່ການຜະລິດກະສິກຳ, ປູກຝັງ, ລ້ຽງສັດ, ລ້ຽງແບບເປັນຟາມ ເປັນສິນຄ້າແບບກຸ່ມ,  ໂດຍສັນຍາຜູກພັນ ກັບຊາວກະສິກອນ ຊຶ່ງທາງບໍລິສັດຈະລົງທຶນໂດຍກົງໃນນັ້ນປະກອບມີ: ການລ້ຽງງົວລາດພື້ນເມືອງ, ງົວຊົນພື້ນເມືອງ, ແກະ, ແບ້, ລ້ຽງປາກະຊັງ ແລະ ປາໜອງ, ໝູລາດ-ໝູພັນ ພ້ອມທັງປູກຜັກປອດສານຜິດ ແລະໝາກໄມ້ຕາມລະດູການເພື່ອຕອບສະໜອງໃຫ້ກັບຕະຫຼາດພາຍໃນ ແລະຕ່າງປະເທດ.

 ສຳລັບໂຄງການພັດທະນາສະຖານທີ່ທ່ອງທ່ຽວສະຫວັນທະເລໝອກພູເບ້ຍ ທ່ານ ເຫວດປານີ ສີວົງໄຊ ກ່າວວ່າ: ແມ່ນຈະລົງທຶນທັງໝົດ300 ລ້ານໂດລາ, ກຳນົດເວລາໃນການຄຸ້ມຄອງ ແລະ ບໍລິຫານໂຄງການ 75 ປີ ຊຶ່ງຈະມີຫຼາກ ຫຼາຍກິດຈະກຳຕ້ອນຮັບແຂກເປັນຕົ້ນ ສັນຍາລັກອະລິຍະທຳປະຈຳຊາດຂອງ ບັນດາປະເທດ, ຂີ່ກະຕ່າລອຍຟ້າ, ເຮືອນຊົງລາວສຳພັດວິຖີຊີວິດແບບລາວ, ອາຊຽນແບບອະນຸລັກທຳມະຊາດ, ໂຮງແຮມ-ເຮືອນພັກຕາກອາກາດ, ສະຖານບັນເທິງ, ໂຮງລະຄອນ, ຕູ້ເກມ, ຮ້ານຂາຍສິນຄ້າ, ຮ້ານອາຫານ ແລະ ກິນດື່ມ, ຮ້ານຂາຍເຄື່ອງທີ່ລະນຶກ-ຫັດຖະກຳ ແລະ ແກະສະຫຼັກຂອງລາວນວດແຜນບູຮານສະຖານທີ່ສະແດງສິ ລະປະ ແລະ ກະຍາສິນ, ສວນນໍ້າ, ຕະລຸດ, ລອຍກົງເບັງ, ຄື້ນນໍ້າທະເລຈຳລອງ, ສວນດອກໄມ້, ພະພຸດທະຮູບໃຫຍ່ວັດວາອາລາມ, ຈຸດຊົມການສະແດງຄວາມມະຫັດສະຈັນນໍ້າເຕ້ັ້ນລະບຳແລະສະໂມສອນຈຳລອງຫິມະ.

  ທັງນີ້ກໍເພື່ອເປັນການພັດທະນາແຫຼ່ງທ່ອງທ່ຽວທາງວັດທະນະທຳແບບອະນຸລັກໃຫ້ຢືນຢົງ ແລະຮັກສາຮີດຄອງປະເພນີຂອງຊາດເພື່ອພັດທະນາໃຫ້ກາຍເປັນບ່ອນທີ່ດຶງດູດ ແລະຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ມາພັກຜ່ອນທ່ຽວຊົມເພື່ອໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງນອກຈາກນີ້ຍັງເປັນການປະ ກອບອາຊີບສ້າງວຽກເຮັດງານທຳ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນພ້ອມທັງຊ່ວຍຊຸກຍູ້ການຂະຫຍາຍຕົວຂອງຍອດຜະລິດຕະພັນພາຍໃນ ຂອງແຂວງໄຊສົມບູນ ກໍ່ຄືຂອງຊາດໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆທ່ານ ເຫວດປານີ ສີວົງໄຊ ກ່າວ.

  ທ່ານ ເຫວດປານີ ສີວົງໄຊ ກ່າວຢໍ້າຕື່ມອີກວ່າ: ຫຼັງຈາກນີ້ທາງບໍລິສັດຈະໄດ້ສືບຕໍ່ຮ່ວມມືກັບທຸກພາກສ່ວນຂອງພາກລັດເພື່ອສືບຕໍ່ລົງສຳຫຼວດວັດແທກທີ່ດິນ ແລະຊີວະນາໆພັນ, ຜ່ານແບບເຮືອນຊົນເຜົ່າແບບໂຮມສະເຕທີ່ພັກກຳນົດລະອຽດທີ່ຕັ້ງເນື້ອທີ່ເພື່ອກຽມຊົດເຊີຍກ່ອນຂໍອະນຸມັດລົງທຶນພັດທະນາຈາກລັດຖະບານ.

--------------------

ຂຽນໂດຍພຸດທະສອນ ເວດສະວົງ

ພາບ ແລະຂ່າວຈາກ: ນສພ ເສດຖະກິດ-ສັງຄົມ