ເນລະມິດ ໄຊປັນຍາ ຄວ້າຕຳແໜ່ງມິສເວີດລາວ

 

 ສຳເລັດລົງໄປດ້ວຍດີການປະກວດ Miss World Laos 2019 ພາຍໃຕ້ຫົວຂໍ້ງາມຢ່າງມີຄຸນຄ່າສູ່ສາຍຕາທີ່ສຳຜັດໄດ້ຂອງເວທີຄົ້ນຫາສາວງາມທີ່ຈະເປັນຕົວ ແທນແມ່ຍິງລາວໄປເຜີຍແຜ່ວັດທະທໍາ, ຄວາມຮູ້ຄວາມສາມາດ ແລະແຂ່ງຂັນປະກວດໃນເວທີປະກວດ Miss World 2019 ທີ່ລອນດອນປະເທດອັງກິດຜູ້ທີ່ຄວ້າຕໍາແໜ່ງປະຈໍາປີ 2019 ແມ່ນໝາຍເລກ 1 ນາງ ເນລະມິດ ໄຊປັນຍາ ໄດ້ຄອງມຸງກຸດມູນຄ່າ 150 ລ້ານກີບ ແລະເງິນລາງວັນ 30 ລ້ານກີບ.

 ຮອບຕັດສິນໄດ້ຈັດຂຶ້ນວັນທີ 19 ກັນຍາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍເຂົ້າຮ່ວມ ທ່ານນາງ ສຸດາວັນ ຈັນທະວີທອງ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ, ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທປະຈຳລາວ, ທ່ານ ສາຍແກ້ວ ສີດາວົງປະທານໂຄງການປະກວດ Miss World Laos ບັນດາແຂກພາກສ່ວນກ່ຽວຂ້ອງພ້ອມດ້ວຍຄະນະກໍາມະການ, ຜູ້ໃຫ້ສະໜັບສະໜູນ ແລະສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

  ໂຄງການປະກວດ Miss World Laos 2019 ໂດຍແມ່ນຮ້ານແພັດຕີ້ເສີມຄວາມງາມຮ່ວມກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ບໍລິສັດ Prime Modeling Agency ຜູ້ຖືລິຂະສິດຈັດງານຂອງໂຄງການປະກວດດັ່ງກ່າວພາຍໃຕ້ຫົວຂໍ້ງາມຢ່າງມີຄຸນຄ່າສູ່ສາຍຕາທີ່ສຳຜັດໄດ້ມຸງກຸດ Miss World Laos

ປີນີ້ໄດ້ແຮງບັນດານໃຈມາຈາກນົກຍຸງເພາະເປັນສັດທີ່ມີຄວາມສະຫງ່າງາມພາຍນອກ ແລະພາຍໃນແຂງແກ່ນບໍ່ເປັນອັນຕະລາຍຕໍ່ຜູ້ໃດໂຄງການປະກວດ Miss Worl d Laos 2019 ແມ່ນໄດ້ເປີດຮັບສະໝັກໃນເດືອນມິຖຸນາເປັນຕົ້ນມາແລ້ວມາຄັດເລືອກໃຫ້ເຫຼືອ 20 ຄົນສຸດທ້າຍເພື່ອເປີດໂອກາດໃຫ້ບັນດານ້ອງໆໄດ້ສະແດງແຂ່ງ ຂັນຄວາມສາມາດ ແລະເຜີຍຄວາມຮູ້ຊີງຕຳແໜ່ງຊະນະເລີດ.

  ຜ່ານການປະກວດສາວງາມທີ່ຄວ້າຕຳແໜ່ງ Miss World Laos ປະຈໍາ ປີ 2019 ແມ່ນໝາຍເລກ 1 ນາງ ເນລະມິດ ໄຊປັນຍາ ໄດ້ຄອງມຸງກຸດມູນຄ່າ 150 ລ້ານກີບ ແລະເງິນລາງວັນ 30 ລ້ານກີບ, ຮອງອັນດັບໜຶ່ງແມ່ນໝາຍເລກ 18 ນາງ ປານີດາ ບຸບຜາ ພ້ອມໄດ້ ຄອງມຸງກຸດມູນຄ່າ 100 ລ້ານກີບ ແລະ ລາງວັນເງິນສົດ 20 ລ້ານກີບ ແລະຮອງອັນດັບສອງແມ່ນໝາຍເລກ 14 ນາງ ຊະນີຕາ ສະແຫວງໂຊກພ້ອມໄດ້ຄອງມຸງກຸດມູນຄ່າ 100 ລ້ານກີບ ແລະ ລາງວັນເງິນສົດ 10 ລ້ານກີບ ນອກນັ້ນຍັງມີລາງວັນພິເສດຈຳນວນ 8 ລາງວັນລວມມູນຄ່າ 40 ກວ່າລ້ານກີບ.

-----------

ຂຽນໂດຍແພງຕາ

ພາບ ແລະຈາກ: ໜັງສືພິມເສດຖະກິດ-ສັງຄົມ