ທະນາຄານເອຊີລີດາ ລາວ ມີແຜນເພີ່ມເງິນທຶນຂື້ນເປັນ 500 ຕື້ກີບ

  ຂະແໜງການທະນາຄານເປັນອີກຂະແໜງການຫຼັກທີ່ປະກອບສ່ວນເຂົ້າໃນການຈະເລີນເຕີບໂຕຂອງເສດຖະກິດ-ສັງຄົມ ແລະ ລວມຍອດຜະລິດຕະພັນພາຍໃນຂອງ ສປປ ລາວ ດ້ວຍແຫຼ່ງຂອງທຶນທີ່ຫຼາກຫຼາຍລວມທັງເງິນທຶນທະນາຄານ ເອຊີລີດາ ລາວ ຈຳກັດ, ປະຊາທະນາຄານທີ່ທ່ານໄວ້ວາງໃຈ ແລະ ມີວິໄສທັດໃນການເປັນຜູ້ນຳໃນດ້ານທະນາຄານເພື່ອທຸລະກິດຂະໜາດນ້ອຍ ແລະຂະໜາດກາງໃນ ສປປລາວ ມີແຜນການເພີ່ມເງິນທຶນເປັນຄັ້ງທີ 3 ຈາກ 300 ຕື້ກີບ ເປັນ 500 ຕື້ກີບ ຫຼື 57 ລ້ານໂດລາ ແລະຈະມີຊັບສິນທັງໝົດຮອດ 469 ລ້ານໂດລາ ຂອງແຜນການການຈະເລີນເຕີບໂຕໃນ 5 ປີ.

  ທະນາຄານໄດ້ກຳນົດຍຸດທະສາດໃນການຂະຫຍາຍສິນເຊື່ອຂະໜາດກາງໂດຍສະເລ່ຍຫຼາຍກວ່າ 20% ໂດຍສະເພາະໃນຂະແໜງກະສິກຳ, ທະນາຄານ ເອຊີລີດາມີຄວາມຍິນດີຕ້ອນຮັບລູກຄ້າທຸກທ່ານເຂົ້າມາໃຊ້ຜະລິດຕະພັນ-ບໍລິການເຊັ່ນ Mobile App “ເອຊີລີດາ ທັນໃຈ”, ເງິນຝາກສ່ວນບຸກຄົນ ແລະນິຕິບຸກຄົນ, ສິນເຊື່ອເງິນດ່ວນ SME, ທຸລະກິດຂະໜາດໃຫຍ່ທີ່ໃຫ້ວົງເງິນກູ້ສູງເຖິງ 17 ຕື້ກີບ(ປະມານ 2 ລ້ານໂດລາ), ບໍລິການເບີກຈ່າຍເງິນເດືອນ, ຄຸ້ມຄອງເງິນສົດ, ໂອນເງິນພາຍໃນ ແລະ ຕ່າງປະເທດ

ທ່ານ ດຣ ຮາຍ ສະວາຍ ຜູ້ອຳນວຍການໃຫຍ່ທະນາຄານ ເອຊີລີດາ ລາວ ຈຳກັດ ກ່າວວ່າພວກເຮົາໄດ້ໃຊ້ເງິນທຶນຈາກຫຼາຍໆແຫຼ່ງເຊັ່ນ: ການລະດົມທຶນ,ການລະດົມເງິນຝາກ, ເງິນຝາກລະຫວ່າງ ທະນາຄານ ແລະຕະຫຼາດ, ການກູ້ຢືມຈາກຄູ່ຮ່ວມທຸລະກິດຕ່າງປະເທດ ແລະ ອື່ນໆ. ໂດຍອີງຕາມລະບຽບກົດໝາຍ ແລະການເຕີບໂຕໄປພ້ອມໆກັບລູກຄ້າທຸກໆພາກສ່ວນ, ທະນາຄານ ເອຊີລີດາ ລາວ ຈຳກັດ ຈະເພີ່ມທຶນເຖິງ 500 ຕື້ກີບ (ຫຼື 57 ລ້ານໂດລາ) ສຳລັບແຜນການ 5 ປີ ຊຶ່ງຊັບສິນທັງ ໝົດຂອງທະນາຄານຈະເພີ່ມຂຶ້ນ 2,7 ເທົ່າເປັນຈຳນວນປະມານ 469 ລ້ານໂດລາ ດ້ວຍການດຳເນີນງານທີ່ວ່ອງໄວ ແລະມີປະສິດທິພາບລູກຄ້າສາມາດໃຊ້ຜະລິດຕະ ພັນ-ການ ບໍລິການຂອງທະນາຄານເອຊີລີດາໄດ້ ໃນ ສປປ ລາວ ແລະພາກພື້ນຕ້ອງການການບໍລິການທີ່ວ່ອງໄວ, ຄິດເຖິງທະນາຄານເອຊີລີດາທ່ານກ່າວເພີ່ມ.

  ທ່ານນາງ ສົມພະໄທ ທອງມະນີລາ ຫົວໜ້າພະແນກການເງິນທະນາຄານ ເອຊີລີດາ ລາວ ຈຳກັດ, ກ່າວເພີ່ມເຕີມວ່າທະນາຄານຄານມີສະພາບຄ່ອງສູງ ແລະ ສ່ວນແບ່ງທາງຕະຫຼາດທີ່ໃຫຍ່ໃນການໃຫ້ບໍລິການຜະລິດຕະພັນທີ່ເໝາະສົມສຳລັບລູກຄ້າຈາກຫຼາກຫຼາຍຮູບແບບທຸລະກິດດ້ວຍສິນເຊື່ອເງິນດ່ວນ SME, ທຸລະກິດຂະໜາດກາງ ແລະໃຫຍ່ດ້ວຍ ວົງເງິນສູງເຖິງ 17 ຕື້ກີບ ຜ່ານ 39 ສຳນັກ ງານໃນທົ່ວປະເທດ, ທະນາຄານເລີ່ມດຳເນີນທຸລະກິດດ້ວຍເງິນທຶນເລີ່ມ ຕົ້ນ 100 ຕື້ກີບ ຈາກນັ້ນເພີ່ມຂຶ້ນເປັນ 2 ເທົ່າໃນປີ 2010 ແລະ 2014 ໂດຍເພີ່ມຂຶ້ນເຖິງ 220 ຕື້ກີບ ແລະ 300 ຕື້ ກີບຕາມລຳດັບ. ພວກເຮົາມີແຜນການຈະເພີ່ມເງິນທຶນເຖິງ 500 ຕື້ກີບ ໃນປີທີ່ຈະມາເຖິງນີ້ເພື່ອຄວາມໝັ້ນຄົງໃນການການເຕີບໂຕຂອງລູກຄ້າຂອງພວກເຮົາ.

ທະນາຄານ ເອຊີລີດາ ລາວ ຈຳກັດ ດຳເນີນທຸລະກິດໃນ ສປປ ລາວ ມາໄດ້ 11 ປີ ໄດ້ຖືກຍອມຮັບໃນການເປັນທະນາຄານອັນດັບທີ 1 ໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວໃນຂະ ແໜງການດັ່ງກ່າວ. Mobile App ເຕັກໂນໂລຊີທີ່ທັນສະໄໝດັ່ງທີ່ຮູ້ຈັກດີໃນນາມເອຊີລີດາ ທັນໃຈທີ່ຊ່ວຍໃຫ້ລູກຄ້າສາມາດເຮັດທຸລະກຳໄດ້ທຸກວັນ ທຸກເວລາ ທຸກສະຖານທີ່ໃນລະດັບພູມີພາກ, ກຸ່ມເອ ຊີລີດາມີ ທະນາຄານເອຊີລີດາມະຫາຊົນ ໄດ້ສ້າງຕັ້ງຂຶ້ນແຕ່ປີ 1993 ແລະມີ 5 ບໍລິສັດລູກທີ່ດຳເນີນທຸລະກິດໃນປະເທດ ກຳປູເຈຍ, ລາວ ແລະມຽນມາ ໂດຍມີ ຊັບສິນລວມທັງໝົດປະມານ 6 ຕື້ໂດລາ ສະຫະລັດ, 311 ສໍານັກງານ, ຕູ້ເອທີ ເອັມ 679 ໜ່ວຍ ແລະໃຫ້ບໍລິການລູກຄ້າຫຼາຍລ້ານຄົນທີ່ມີເງິນຝາກຫຼາຍຕື້ໂດລາສະຫະລັດ ແລະນຳໃຊ້ຜະລິດຕະພັນ-ການບໍລິການຂອງທະນາຄານເອຊີລີດາ.

---------------

ໜັງສືພິມເສດຖະກິດ-ສັງຄົມ