ທະນາຄານຫວຽດຕິນລາວເປີດອາຄານໃໝ່

  ທະນາຄານຮຸ້ນສ່ວນອຸດສາຫະກໍາການຄ້າຫວຽດນາມ (ທະນາຄານຫວຽດຕິນ) ໄດ້ເປີດອາຄານສໍານັກງານໃຫຍ່ທະນາຄານຫວຽດຕິນລາວ ຈໍາກັດ ໃນວັນທີ 17 ກັນຍ ີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ເລ ດຶກເທາະ ປະທານບໍລິຫານທະນາຄານຫວຽດຕິນ, ມີບັນດາລັດຖະມົນຕີ, ເອກອັກຄະລັດຖະທູດຫວຽດນາມປະຈໍາລາວ ແລະພາກສ່ວນກ່ຽວຂ້ອງ.

 ທ່ານ ເລກວກນາມ ຜູ້ອຳນວຍການໃຫຍ່ທະນາຄານຫວຽດຕິນລາວ ຈຳກັດໃຫ້ຮູ້ວ່າ: ໄດ້ເຂົ້າມາດໍາເນີນທຸລະກິດຢູ່ລາວ ໃນຕົ້ນປີ 2012, ຮອດເດືອນສິງຫາ 201 5 ທະນາຄານຫວຽດຕິນສາຂາລາວໄດ້ຍົກຂຶ້ນເປັນທະນາຄານຮຸ້ນສ່ວນອຸດສາຫະກໍາການຄ້າຫວຽດນາມສາຂາລາວໃນຮູບແບບດໍາເນີນທຸລະກິດເປັນທະນາຄານລູກຄ້າຂອງລະບົບທະນາຄານຫວຽດຕິນໂດຍໃຫ້ຄໍາໝັ້ນສັນຍາໃນການລົງທຶນຮ່ວມມືໄລຍະຍາວຢູ່ລາວ,ທະນາຄານຫວຽດຕິນລາວຈໍາກັດໄດ້ກໍ່ສ້າງພັດທະນາ ແລະ ເປີດກວ້ າງເຄືອຂ່າຍຢ່າງວ່ອງໄວເພື່ອຮັບໃຊ້ບໍລິການຕາມຄວາມຕ້ອງການຂອງປວງຊົນໂດຍການເປີດສາຂາໃໝ່ຢູ່ ແຂວງຈໍາປາສັກໃນ 2016; ສ່ວນດ້ານການເງິນທະນາຄາ ນໄດ້ຂະຫຍາຍຕົວຕໍ່ເນື່ອງໃນປີ2018 ຊັບສິນຂອງທະນາຄານຫວຽດຕິນລາວ ຈໍາກັດ ບັນລຸຫຼາຍກວ່າ 358 ລ້ານໂດລາ, ລວມຍອດປ່ອຍ ກູ້ 249 ລ້າໂດລາ ແລະລະດົມເງິນຝາກ 279 ລ້ານໂດລາ, ບັນລຸໄດ້ 104% ຂອງແຜນການ ແລະໄດ້ຮັບນາມມະຍົດດີເດັ່ນໃນ 6 ປີຊ້ອນ, ປະຈຸບັນທະນາຄານຫວຽດຕິນລາວ ຈໍາກັດມີ 2 ສາຂາ ແລະ 1 ໜ່ວຍບໍລິການ, ຊຶ່ງໃນປີຕໍ່ໜ້າຈະສືບຕໍ່ເປີດສາຂາໄປທົ່ວແຂວງຕ່າງໆ ຂອງລາວເປັນຕົ້ນແມ່ນສະຫວັນນະເຂດ, ຫຼວງພະບາງ, ບໍລິຄໍາໄຊ...

ສໍາລັບອາຄານສໍານັກງານໃຫຍ່ທະນາຄານຫວຽດຕິນລາວ ຈໍາກັດ ໄດ້ອອກແບບຢ່າງທັນສະໄໝຕອບສະໜອງມາດຕະຖານສາກົນແລະຕັ້ງຢູ່ບ້ານຫັດສະດີ ເມືອງຈັນ ທະບູລີ ຊຶ່ງເປັນໃຈກາງເສດຖະກິດນະຄອນຫຼວງວຽງຈັນ ໃນເນື້ອທີ່ດິນ 3.609 ຕາແມັດ, ສ້າງເປັນ 9 ຊັ້ນ(2 ຊັ້ນໃຕ້ດິນ ແລະ 7 ຊັ້ນເທິງໜ້າດິນ), ເນື້ອທີ່ປຸກສ້າງ 18.522 ຕາແມັດ ຕຶກອາຄານຈະສະໜອງຄວາມຕ້ອງການດ້ານການບໍລິການການເງິນຂອງລູກຄ້າ, ຍົກສູງຄຸນນະພາບການບໍລິການ ແລະໃນໂອກາດເປີດອາຄານໃໝ່ຮອດທ້າຍເດືອນທັນວາ 2019 ທາງທະນາຄານມີໂປໂມເຊິນດອກເບ້ຍເງິນກູ້ຕໍ່າ, ອັດຕາດອກເບ້ຍເລີ່ມຕົ້ນພຽງ 7% ຕໍ່ປີ ແລະມີໄລຍະເວລາກູ້ຢືມເຖິງ 15 ປີ.

  ໃນໂອກາດເປີດໂຕອາຄານໃໝ່ນີ້ທະນາຄານຫວຽດຕິນ ລາວ ຈໍາກັດ ໄດ້ມອບເງິນຈໍານວນ 1 ແສນໂດລາໃຫ້ລັດຖະບານລາວ ເພື່ອຊ່ວຍເຫຼືອຜົນກະທົບຈາກໄພນໍ້າຖ້ວມບັນດາແຂວງພາກກາງ ແລະພາກໃຕ້ຂອງລາວທີ່ເກີດຂຶ້ນໃນທ້າຍເດືອນສິງຫາ-ຕົ້ນເດືອນກັນຍາ 2019 ນີ້.

--------------

ນສພ ເສດຖະກິດ-ສັງຄົມ