ມິດຊູບິຊິ ນໍາສະເໜີລົດໃໝ່

  ບໍລິສັດ ມິດຊູບິຊິ ມໍເຕີ ລາວ ໄດ້ນໍາສະເໜີລົດລຸ້ນໃໝ່ຫຼ້າສຸດ Mitsub ishi all new Triton 2019 ໃນວັນ ທີ 20 ກັນຍາຜ່ານມາທີ່ສູນໂຊລູມມິດຊູບິຊິເຕ້ 2 ນະຄອນຫຼວງວຽງຈັນ ໂດຍມີທ່ານ ຊັດຊະວານ ເພີ່ມສຸກຈາຣຸຊັບ ຜູ້ອໍານວຍການໃຫຍ່ບໍລິສັດ ມິດຊູບິຊິ ມໍເຕີ ລາວ, ທ່ານ ສຸພາວັນ ສໍຣາກຸນ ຜູ້ບໍລິຫານບໍລິສັດ Auto World kolao Developing, ທ່ານ Tay Hong Heng ຜູ້ອໍານວຍການໃຫຍ່ທະນາຄານອິນໂດຈີນ, ມີບັນດາລູດຄ້າ ແລະສື່ມວນຊົນເຂົ້າຮ່ວມ.

 ທ່ານ ຊັດຊະວານ ເພີ່ມສຸກຈາຣຸຊັບ ໃຫ້ຮູ້ວ່າ: Mitsubishi all new Triton 2019 ເປັນອີກໜຶ່ງນະວັດຕະກໍາຂອງລົດຍີ່ຫໍ້ດັ່ງກ່າວທີ່ພັດທະນາຢ່າງຕໍ່ເນື່ອງ ທັນສະໄໝແຂງແຮງທົນທານທາງດ້ານ ເຕັກໂນໂລຊີໃໝ່ ໂດຍໄດ້ອອກແບບພາຍ ນອກມາດ້ວຍຄວາມແຂງແກ່ນ ແລະພາຍໃນມີການຕົບແຕ່ງທີ່ຫຼູຫຼາສະດວກສະບາຍຂຶ້ນກວ່າເກົ່າ, ມີລະບົບຄວາມປອດໄພອັດສະລິຍະຮອບຄັນເມື່ອໄດ້ຂັບຂີ່ຈະໃຫ້ຄວາມໝັ້ນໃຈເພີ່ມຂຶ້ນ, ມາພ້ອມກັບເຄື່ອງຈັກ 2.4 L 181 ແຮງມ້າ MIVEC

(Mits ubishi Innovative Valve Timing Electronic Control) ອັດສະລິຍະພາບແຫ່ງເຄື່ອງຈັກຈາກມິດຊູບິຊິກັບລະບົບຄວບຄຸມການເປີດ-ປິດວາວໄອດີແປຜັນເຮັດວຽກສ່ອດຄ່ອງກັບຄວາມໄວຂອງເຄື່ອງຈັກຄວບຄຸມການຂັບເຄື່ອນດ້ວຍສະໜອງກົນຈັກອັດສະລິຍະຊ່ວຍໃຫ້ເຄື່ອງຈັກມີແຮງດີຂຶ້ນໃນຮອບຕໍ່າ ແລະ ໄດ້ແຮງມ້າຫຼາຍຂຶ້ນໃນຮອບສູງອັດຕາເລັ່ງດີຄວາມໄວສູງສຸດເຜົາໄໝ້ຫຼຸດມົນລະພິດໃນອາກາດ.

  ຈຸດເດັ່ນອີກຢ່າງໜຶ່ງແມ່ນມາພ້ອມກັບ Super Select 4 WD-II ເຕັກ ໂນໂລຊີ ຂັບເຂື່ອນ 4 ລໍ້ ເອກະລັກສະເພາະຂອງມິດຊູບິຊິໃຫ້ຄວາມໝັ້ນໃຈໃນການຂັບຂີ່ທຸກສະພາບຖະໜົນຄຸນສົມບັດສາມາດປ່ຽນຖ່າຍໂໝດຈາກລະບົບຂັບເຂື່ອນ 2 ລໍ້ (2H) ເປັນລະບົບຂັບເຂື່ອນ 4 ລໍ້ ແບບALL Wheel Contro (4H) ໄດ້ຢ່າງງ່າຍດາຍໂດຍບໍ່ຕ້ອງເບກເພື່ອຄວາມປອດໄພເທິງທ້ອງຖະໜົນ.

  ນອກຈາກນໍາສະເໜີລົດລຸ້ນໃໝ່ແລ້ວ, ທາງມິດຊູບິຊິມໍເຕີລາວຍັງໄດ້ແຈກ Gift Set ສຸດພິເສດໃຫ້ກັບຜູ້ເຂົ້າຮ່ວມ ແລະແຈກຂອງຂວັນລາງວັນເປັນບັດຕື່ມນໍ້າມັນລົດ ມູນຄ່າ 1,5 ລ້ານກີບ ຈໍານວນ 1 ລາງວັນ ແລະກະເປົາເດີນທາງຂອງມິດຊູບິຊິຂະໜາດໃຫຍ່ ແລະນ້ອຍ, ຄັນຮົ່ມ ແລະອື່ນໆອີກ.

  Mitsubishi all new Triton 2019 ລວມມ 3 ລຸ້ນຄື: 2WD MT ລາຄາເລີ່ມຕົ້ນ 341,10 ລ້ານກີບ, ລຸ້ນ 4 WD MT 395,10 ລ້ານກີບແລະ 4 WD AT 440,10 ລ້ານກີບ ຊຶ່ງມີທັງໝົດ 6 ສີຄື: ສີຂາວ, ສີປອນເງິນ, ສີເທົາ, ສີນໍ້າຕານ, ສີດໍາ ແລະສີສົ້ມ, ຖ້າຫາກທ່ານໃດສົນໃຈສອບຖາມລາຍລະອຽດ ແລະທົດລອງຂັບທີ່ຫ້ອງຂາຍຂອງມິດຊູບິຊິເຕ້ 2 ໄດ້ໂດຍເປີດບໍລິການທຸກມື້.

---------------

ຂຽນໂດຍກິ່ງລັດຕະນະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ