ໂຄງການສ້າງເສັ້ນທາງເຂົ້າຫາຖໍ້າຈອມອອງຊ້າກວ່າແຜນ, ດຽວນີ້ສຳເລັດ 67,18%

  ໂຄງການກໍ່ສ້າງເສັ້ນທາງ ແລະສິ່ງເອື້ອອຳນວຍຄວາມສະດວກເຂົ້າຫາຖໍ້າຈອມອອງ ແຂວງອຸດົມໄຊ ພາຍຫຼັງທີ່ລົງມືກໍ່ສ້າງມາແຕ່ກາງເດືອນກຸມພາ 2018 ມາ ຮອດປະຈຸບັນ ສຳເລັດ 67,18% ຊຶ່ງຊ້າກວ່າແຜນປະມານ 9,02% ທັງນີ້ຄະນະຮັບຜິດຊອບລະບຸວ່າແມ່ນເກີດມາຈາກຫຼາຍສາເຫດຖ່ວງດຶງ.

 ໃນລະຫວ່າງວັນທີ 19-20 ກັນຍາ ທິມງານໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກເຂົ້າຫາຖໍ້າຈອມອອງ ເມືອງໄຊແຂວງອຸດົມໄຊ ຊຶ່ງປະກອບມີຕາງໜ້າອົງການ ADB ປະຈໍາລາວ, ບໍລິສັດທີ່ປຶກສາໂຄງການກໍ່ສ້າງ,ບໍລິສັດຈິດຈະເລີນກໍ່ສ້າງຜູ້ຮັບເໝົາໂຄງການກໍ່ສ້າງ,ການນໍາແຂວງ, ພະແນກ ຖວທ ແຂວງອຸດົມໄຊ ໄດ້ພ້ອມກັນລົງເຄື່ອນໄຫວຕິດຕາມ,ກວດກາຄວາມຄືບໜ້າໂຄງການກໍ່ສ້າງຕົວຈິງພ້ອມທັງສຳຫຼວດ ແລະເກັບກຳຂໍ້ມູນໃນແຕ່ລະໜ້າວຽກຈາກນັ້ນໄດ້ມີການ ດໍາເນີນກອງປະຊຸມເພື່ອຮັບຟັງການລາຍງານສະພາບລວມຂອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດັ່ງກ່າວທີ່ຫ້ອງປະຊຸມສູນຂໍ້ມູນຂ່າວສານການທ່ອງທ່ຽວ ແຂວງອຸດົມໄຊ.

  ອີງຕາມການລົງສໍາຫຼວດຕົວຈິງ ແລະ ການສະຫຼຸບຕີລາຄາຜົນການກໍ່ສ້າງຂອງບໍລິສັດຜູ້ຮັບເໝົາກໍ່ສ້າງເຫັນວ່າ: ມາຮອດປະຈຸບັນການກໍ່ສ້າງທັງໝົດແມ່ນສຳເລັດ 67,18% ຕາມແຜນການຕົວຈິງແມ່ນຕ້ອງປະຕິບັດໃຫ້ສຳເລັດ 76,21% ເທົ່າກັບວ່າການກໍ່ສ້າງແມ່ນມີຄວາມຫຼ້າຊ້າ 9,02 % ຫຼື ເທົ່າກັບ 2 ເດືອນກວ່າ ສາເຫດທີ່ເຮັດໃຫ້ໂຄງການກໍ່ສ້າງເສັ້ນທາງ ແລະສິ່ງອຳນວຍຄວາມສະດວກຕ່າງໆເຂົ້າຫາຖໍ້າຈອມອອງຫຼ້າຊ້າແມ່ນເນື່ອງມາຈາກຫຼາຍປັດໄຈໂດຍສະເພາະແມ່ນການນໍາເຂົ້າກຳລັງຄົນ, ກົນຈັກຊັກຊ້າ, ສະພາບດິນຟ້າອາກາດບໍ່ເອື້ອອໍານວຍ,ການບໍລິຫານງານບໍ່ມີປະສິດທິພາບການສະໜອງນໍ້າມັນເຊື້ອໄຟບໍ່ຕໍ່ເນື່ອງ, ເຄື່ອງກົນຈັກເປ່ເພ ແລະສ້ອມແປງຄືນຊັກຊ້າ.

  ສໍາລັບໂຄງການດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອຈາກອົງການ ADB ແລະເປັນໜຶ່ງໃນໂຄງການພັດທະນາພື້ນຖານໂຄງລ່າງຂອງວຽກງານການທ່ອງທ່ຽວຢູ່ພາຍໃນແຂວງອຸດົມໄຊ ຊຶ່ງຕາມແຜນໃນສັນຍາການກໍ່ສ້າງແມ່ນໃຊ້ເວລາທັງໝົດ 27 ເດືອນ ແລະໄດ້ເລີ່ມຕົ້ນກໍ່ສ້າງຕົວຈິງຕັ້ງແຕ່ວັນທີ 15 ເດືອນກຸມພາ 2018 ແລະຕ້ອງໃຫ້ສຳເລັດໃນເດືອນມີນາ 2020.

  ເພື່ອເຮັດໃຫ້ໂຄງການກໍ່ສ້າງໃນຄັ້ງນີ້ສໍາເລັດຕາມເປົ້າໝາຍ, ຖືກຕ້ອງຕາມຫຼັກການ ແລະຮັບປະກັນທັງດ້ານສະພາບແວດລ້ອມ, ຜົນກະທົບຕ່າງໆຕໍ່ປະຊາຊົນນັ້ນທາງຕາງໜ້າອົງການ ADB ປະຈໍາລາວໄດ້ສະເໜີໃຫ້ບໍລິສັດຜູ້ຮັບເໝົາເອົາໃຈໃສ່ ແລະຮີບຮ້ອນແກ້ໄຂບາງໜ້າວຽກທີ່ຈຳເປັນ ແລະຮີບດ່ວນໂດຍສະເພາະແມ່ນສະຖານທີ່ເກັບມ້ຽນຂີ້ເຫຍື້ອ, ອຸປະກອນປ້ອງກັນສຸຂະພາບ ແລະສິ່ງເສດເຫຼືອຕ່າງໆຈາກການກໍ່ສ້າງ.

----------------

ຂຽນໂດຍຄານມະນີ ຮຽນດໍຈັນ  

ພາບ ແລະຂ່າວຈາກ: ນສພເສດຖະກິດ-ສັງຄົມ