ລັດນຳພັນທະບັດອອມຊັບອອກຈຳໜ່າຍເປັນເງິນໂດລາ

 ເລີ່ມແຕ່ວັນທີ 1 ຕຸລາ 2019 ເປັນຕົ້ນໄປທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກຈໍາໜ່າຍພັນທະບັດອອມຊັບ ທຫລ ເປັນສະກຸນເງິນໂດລາສະຫະລັດງວດທີ I ໃນມູນຄ່າລວມ 500 ລ້ານ ໂດລາສະຫະລັດຊຶ່ງຈະຈໍາໜ່າຍເປັນເວລາ 1 ເດືອນນັບແຕ່ວັນທີ 1-31 ຕຸລາ2019.

  ປະເພດພັນທະບັດອອມຊັບ ທຫລ ໃນງວດນີ້ມີຫຼາຍປະເພດແຕກຕ່າງກັນ, ໃນນັ້ນມີອາຍຸແຕ່ 1 ປີ, 3 ປີ, 5 ປີ ເພື່ອໃຫ້ມວນຊົນສາມາດຊື້ໄດ້ຕາມຄວາມຕ້ອງການ ໂດຍອາຍຸພັນທະບັດອອມຊັບ 1 ປີມີປະເພດໃບມີມູນຄ່າ 1 ພັນໂດລາສະຫະລັດ, ປະເພດໃບທີ່ມີມູນຄ່າ 5 ພັນໂດລາ, ປະເພດໃບທີ່ມີມູນຄ່າ 10 ພັນໂດລາ ແລະ ມີອັດຕາດອກເບ້ຍ 5% ຕໍ່ປີ.

  ປະເພດພັນທະບັດອອມຊັບ ທຫລ ອາຍຸ 3 ປີມີປະເພດໃບທີ່ມີມູນຄ່າ 1 ພັນໂດລາ, ປະເພດໃບທີ່ມີມູນຄ່າ 5 ພັນໂດລາ, ປະເພດໃບທີ່ມີມູນຄ່າ10 ພັນໂດລາ ແລະມີອັດຕາດອກເບ້ຍ 6% ຕໍ່ປີ.

  ປະເພດພັນທະບັດອອມຊັບ ທຫລ ອາຍຸ 5 ປີປະເພດໃບທີ່ມີມູນຄ່າ 1 ພັນໂດລາ, ປະເພດໃບທີ່ມີມູນຄ່າ 5 ພັນໂດລາ, ປະເພດໃບທີ່ມີມູນຄ່າ 10 ພັນໂດລາ ແມ່ນມີອັດຕາດອກເບ້ຍ 7% ຕໍ່ປີ.

  ສໍາລັບຜູ້ທີ່ມີສິດຊື້ພັນທະບັດອອມຊັບ ທຫລ ແມ່ນບຸກຄົນ, ນິຕິບຸກຄົນສັນຊາດລາວ ແລະ ຜູ້ທີ່ມີຖິ່ນຖານຢູ່ ສປປ ລາວ; ຍົກເວັ້ນນິຕິບຸກຄົນໃນຮູບແບບ ຫຼື ມີສາຍພົວ ພັນກັບທະນາຄານທຸລະກິດທີ່ດໍາເນີນການເຄື່ອນໄຫວທຸລະກິດຢູ່ ສປປ ລາວ ໃນການເບີກຈ່າຍດອກເບ້ຍແມ່ນທຸກໆ 6 ເດືອນ (2 ຄັ້ງຕໍ່ປີ) ຂອງແຕ່ລະປີຈົນເຖິງມື້ຄົບກໍານົດໄຖ່ຖອນພັນທະບັດອອມຊັບ ທຫລ ນີ້ແມ່ນບໍ່ສາມາດໄຖ່ຖອນເງິນຕົ້ນກ່ອນຮອດມື້ຄົບກໍານົດແຕ່ສາມາດໄຖ່ຖອນເງິນຕົ້ນໄດ້ເມື່ອຮອດມື້ຄົບກໍານົດໄຖ່ຖອນ.

  ພັນທະບັດອອມຊັບ ທຫລ ບໍ່ສາມາດນໍາໃຊ້ເປັນຜະລິດຕະພັນຊື້-ຂາຍໃນຕະຫຼາດຂັ້ນສອງໄດ້ແຕ່ສາມາດປ່ຽນມື ແລະນໍາໃຊ້ເປັນເອກະສານທາງການເງິນທີ່ສາມາດນໍາໃຊ້ເປັນຫຼັກຊັບຄໍ້າປະກັນໄດ້ຕາມກົດໝາຍຂອງ ສປປ ລາວ.

  ສໍາລັບຮູບແບບ ຫຼື ຕົວຢ່າງຂອງພັນທະບັດອອມຊັບ ທຫລ ຈະມີຮູບແບບດ້ານໜ້າ ແລະດ້ານຫຼັງຄືກັນ, ຈະແຕກຕ່າງແຕ່ລະມູນຄ່າປະເພດໃບພັນທະບັດ, ອາຍຸ ແລະອັດຕາດອກເບ້ຍ.

  ສໍາລັບຄຸນລັກສະນະໃບພັນທະບັດອອມຊັບ ທຫລ ແມ່ນພິມດ້ວຍເຈ້ຍຄຸນນະພາບດີຜະລິດຈາກຝ້າຍ 100% ຈະແຕກຕ່າງກັບເຈ້ຍທົ່ວໄປເມື່ອເອົາມືສໍາພັດຈະຮູ້ສຶກຫຍາບ ແລະຊາ, ມີຄວາມທົນທານຕໍ່ສະພາບອາກາດປຽກຊຸ່ມ, ພ້ອມນີ້ຈະມີລັກສະນະຕ້ານການປອມແປງໂດຍມີຮູບກາພະທາດຫຼວງ ແລະ ເສັ້ນນີລະໄພຝັງຢູ່ໃນເນື້ອເຈ້ຍເມື່ອຍົກໃສ່ແສງສະຫວ່າງຈະເຫັນໄດ້ຢ່າງຊັດເຈນທັງດ້ານໜ້າ ແລະດ້ານຫຼັງ.

  ສະເພາະຜູ້ທີ່ໄດ້ຮັບສິດໃນການຈໍາໜ່າຍພັນທະບັດອອມຊັບ ທຫລ: ຜູ້ຈໍາໜ່າຍຫຼັກແມ່ນກົມບໍລິການທະນາຄານຂອງ ທຫລ, website: www.bol.gov.la ແລະມີຕົວແທນຈໍາໜ່າຍຢູ່ສາຂາຂອງ ທຫລ ປະຈໍາພາກເໜືອ ແຂວງອຸດົມໄຊ; ແຂວງຫຼວງພະບາງ; ແຂວງຊຽງຂວາງ; ສ່ວນສາຂາຂອງ ທຫລ ປະຈໍາພາກກາງຢູ່ແຂວງສະຫວັນນະເຂດ ແລະ ສາຂາຂອງ ທຫລ ປະຈໍາພາກໃຕ້ ແຂວງຈໍາປາສັກໍາລັບທະນາຄານທຸລະກິດແມ່ນມີຈໍາໜ່າຍຢູ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ ແລະທະນາຄານສົ່ງເສີມກະສິກໍາ. 

 

 ບັນດາທ່ານທີ່ມີຄວາມປະສົງຈະຊື້ພັນທະບັດອອມຊັບ ທຫລ ເພື່ອສະສົມທຶນຮອນ, ເພື່ອລົງທຶນໃຫ້ຜົນຕອບທີ່ໝັ້ນຄົງ ແລະເພື່ອປະກອບສ່ວນໃນການພັດທະນາເສດ ຖະກິດຂອງປະເທດ, ທ່ານສາມາດເຂົ້າໄປພົວພັນກັບພາກສ່ວນທີ່ກ່າວມາຂ້າງເທິງໃນໂມງລັດຖະການ.

----------------

ຂຽນໂດຍ: ຣັດສະໝີ ດວງສັດຈະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ