CRI ເປີດງານວາງສະແດງຮູບພາບພະລັງງານແຫ່ງການກ້າວເດີນ

  ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈຳລາວ, ໄດ້ເປີດງານວາງສະແດງຮູບພາບພາຍໃຕ້ຫົວຂໍ້ພະລັງແຫ່ງການກ້າວເດີນຂຶ້ນໃນວັນທີ 25 ກັນ ຍາຜ່ານມາ, ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາທາລະນະລັດປະຊາຊົນຈີນຄົບຮອບ 70 ປີ ແລະເພີ່ມທະວີແລກປ່ຽນດ້ານວັດ ທະນະທຳ ແລະຄວາມເຂົ້າອົກເຂົ້າໃຈກັນ ລະຫວ່າງສອງປະເທດລາວ-ຈີນ, ເຂົ້າ ຮ່ວມງານດັ່ງກ່າວທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ບົວແກ້ວ ພູມວົງໄຊ ຫົວໜ້າກົມຂ່າວກະຊວງການຕ່າງປະເທດ, ທ່ານ ຈ້າວເສີງກ່າງ ທີ່ປຶກສາການເມືອງ ສະຖານທູດຈີນປະຈຳລາວ ແລະ ທ່ານນາງ ສຸດທິດາ ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນປະຈໍາລາວ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.  

ທ່ານ ນາງ ສຸດທິດາ ກ່າວວ່າ: ງານວາງສະແດງຮູບພາບໃນຄັ້ງນີ້ໄດ້ແບ່ງເປັນ 6 ຫົວຂໍ້ຄື: ສີສັນ color, ຍ້ອນຍຸກ The ancient color, ການກ້າວເດີນ leap , ແສງ ແລະ ເງົາ light&shadow, ການເຄື່ອນເໜັງ flow, ການດໍາລົງຊີວິດ living ຊຶ່ງເປັນຫົວຂໍ້ແບບນາມປະທໍາ ແລະເປີດກວ້າງຈິນຕະນາການ, ເພື່ອສະ ແດງໃຫ້ເຫັນເຖິງການປ່ຽນແປງຂອງ ຈີນ, ໂດຍສະເພາະແມ່ນປະເທດຈີນ ໃນປະຈຸບັນ, ສອງຊາດລາວ-ຈີນ ເປັນປະເທດທີ່ມີສາຍນໍ້າພູຜາຕິດຈອດກັນ, ມີມິດຕະພາບ

ທີ່ເປັນມູນເຊື້ອອັນຍາວນານ, ການຮ່ວມມືໃນຂົງເຂດຕ່າງໆນັບມື້ນັບແໜ້ນແຟ້ນກວ່າເກົ່າ, ສະນັ້ນງານໃນຄັ້ງນີ້ໄດ້ຕັ້ງເຂດວາງສະແດງຜົນສໍາເລັດການຮ່ວມມືລາວ-ຈີນເປັນພິເສດ, ເນື່ອງຈາກເນື້ອທີ່ມີຄວາມຈໍາກັດ, ບໍ່ສາ ມາດວາງສະແດງໃຫ້ທົ່ວເຖິງ, ວິທະຍຸ CRI ຈະວາງສະແດງໂຄງການຮ່ວມມື ອັນສໍາຄັນສ່ວນໜຶ່ງທີ່ໄດ້ກໍ່ສ້າງໃນໄລຍະສອງປີທີ່ຜ່ານມາ ແລະງານເທື່ອນີ້, ນອກຈາກມີຜົນງານຂອງຊ່າງພາບຈີນແລ້ວ, ຍັງມີຜົນງານຂອງຊ່າງພາບລາວທີ່ດີເດັ່ນອີກດ້ວຍ, ໂດຍທັງໝົດຈະສ່ອງແສງໃຫ້ເຫັນເຖິງປະເທດລາວ ແລະ .ຈີນທີ່ສວຍງາມໃນສາຍຕາຂອງເຂົາເຈົ້າ ແລະ ເຊື່ອແນ່ວ່າບໍ່ພຽງແຕ່ໃນປີທ່ອງທ່ຽວລາວ-ຈີນເທົ່ານັ້ນ, ໃນອະນາຄົດປະຊາຊົນສອງປະ ເທດຈະເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ, ການໄປມາຫາສູ່ກັນແບບໄມຕີຈິດມິດຕະພາບ ແລະເຊື່ອມໂຍງເຂົ້າກັນຫຼາຍຂຶ້ນ.

  ງານວາງສະແດງຮູບພາບພາຍໃຕ້ຫົວຂໍ້ ພະລັງແຫ່ງການກ້າວເດີນຈະດໍາເນີນໄປຕັ້ງແຕ່ມື້ນີ້ຈົນຮອດວັນທີ 2 ເດືອນຕຸລາ, ຊຶ່ງເປີດໃຫ້ຊົມໂດຍບໍ່ເສຍຄ່າ, ທີມງານຂອງວິທະຍຸ CRI ໄດ້ສ້າງຫ້ອງສະແດງຂຶ້ນຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ດ້ວຍເວລາ 2 ມື້ເທົ່ານັ້ນ, ໂດຍນໍາໃຊ້ຮູບພາບທີ່ມີສິລະປະ, ດ້ວຍມິຕິ ແລະ ມູມມອງໃໝ່, ເພື່ອໃຫ້ທຸກຄົນໄດ້ມີປະສົບການໃໝ່ກັບງານໃນຄັ້ງນີ້.

---------------

ຂ່າວພິມພອນ