ເຊກອງ ຂຸ້ນຂ້ຽວເກັບລາຍຮັບທີ່ດິນໃຫ້ບັນລຸແຜນຜ່ານໄປ 9 ເດືອນພວມໄດ້ 56%

 ຜ່ານໄປ 3 ໄຕມາດ ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໂດຍສະເພາະແມ່ນລາຍຮັບຈາກພາສີທີ່ດິນຢູ່ແຂວງເຊກອງປະຕິບັດໄດ້ 728 ລ້ານກວ່າກີບ, ສ່ວນ ຕົວເລກແຜນໝົດປີສູງເຖິງ 1,3 ຕື້ກີບ; ທ່ານຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງລະບຸວ່າຍັງອີກ 3 ເດືອນທ້າຍປີຕ້ອງເຮັດວຽກໜັກຂຶ້ນເພື່ອໃຫ້ຕົວເອງບັນ ລຸໄດ້ຕາມແຜນສູ້ຊົນທີ່ວາງໄວ້.

 ເມື່ອບໍ່ດົນມານີ້, ທ່ານ ສົມບູນ ພັນຈັນ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງເຊກອງໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໂດຍສະເພາະການເກັບລາຍຮັບເຂົ້າງົບປະມານຂອງຂະແໜງສ່ວຍສາອາກອນໃນໄລຍະຜ່ານມາແມ່ນໄດ້ນໍາເອົາແນວທາງນະໂຍບາຍຂອງພັກລະບຽບການຂໍ້ກໍານົດ ແລະ ກົດ ໝາຍຂອງລັດເປັນບ່ອນອີງຕິດພັນກັບການສຶກສາອົບຮົມທາງດ້ານແນວຄິດການເມືອງໃຫ້ພະນັກງານທຸກຄົນເອົາໃຈໃສ່ເຮັດໜ້າທີ່ຕາມພາລະບົດບາດຂອງຕົນທີ່ໄດ້ຮັບມອບໝາຍ.

  ສໍາລັບຕົວເລກລາຍຮັບຈາກຄ່າທໍານຽມທີ່ດິນຕ່າງໆ ແລະພາສີທີ່ດິນໃນປີ 2019 ມີທັງໝົດ 1,3 ຕື້ກີບທຽບໃສ່ປີຜ່ານມາເພີ່ມຂຶ້ນ 10% ໂດຍຜ່ານການປະຕິບັດໃນ 9 ເດືອນຜ່ານມາສາມາດເກັບໄດ້ແລ້ວ 728 ລ້ານກວ່າກີບ ທຽບໃສ່ແຜນເທົ່າກັບ56,02% ໃນນີ້ຄ່າທໍານຽມທີ່ດິນຕ່າງໆທີ່ແຂວງຈັດເກັບປະຕິບັດໄດ້ 78 ລ້ານກວ່າກີບ ທຽບໃສ່ແຜນເທົ່າກັບ 46,07%; ເມືອງລະມາມສາມາດປະຕິບັດໄດ້ 290 ລ້ານກວ່າກີບເທົ່າກັບ 48%; ເມືອງທ່າແຕງ 251 ລ້ານກວ່າກີບເທົ່າກັບ 69,99%; ເມືອງດາກຈຶງ 60 ລ້ານກວ່າກີບ ເທົ່າກັບ 50,46% ແລະເມືອງກະລຶມປະຕິບັດໄດ້ 47 ລ້ານກວ່າກີບທຽບໃສ່ແຜນເທົ່າກັບ94,62%.

 ແນວໃດກໍຕາມເພື່ອຮັບປະກັນໃຫ້ແກ່ການຈັດເກັບລາຍຮັບພາສີທີ່ດິນເຂົ້າງົບປະມານບັນລຸຕາມແຜນສູ້ຊົນທີ່ວາງໄວ້, ໃນ 3 ເດືອນທ້າຍປີ 2019 ຂະແໜງສ່ວຍສາອາກອນຈະໄດ້ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ແມ່ນຫ້ອງການໆເງິນເມືອງ ແລະທະນາ ຄານການຄ້າຕ່າງປະເທດລາວມະຫາຊົນສາຂາເຊກອງ ເພື່ອພ້ອມກັນປະຕິບັດມະຕິ, ຄໍາສັ່ງແນະນໍາອື່ນໆ ໂດຍສະເພາະແຈ້ງການສະບັບເລກທີ 1066 ລົງວັນ ທີ 8 ເມສາ 2019 ຂອງລັດຖະມົນຕີກະຊວງການເງິນແລະແຈ້ງການສະບັບ 210 ລົງວັນທີ 3 ກັນຍາ 2019 ຂອງຜູ້ອໍານວຍການໃຫຍ່ ທຄຕລ ດ້ວຍການລົງເຄື່ອນໄຫວເປີດບູດບໍລິການຊໍາລະຄ່າພາສີທີ່ດິນຜ່ານລະບົບທະນາຄານຢູ່ ຕາມຈຸດສຸມຕ່າງໆທີ່ມີເງື່ອນໄຂທັງນີ້ກໍເພື່ອເປັນການອໍານວຍຄວາມສະດວກໃຫ້ບັນດາອົງການຈັດຕັ້ງທຸກພາກສ່ວນ ແລະປະຊາຊົນບັນດາເຜົ່າໄດ້ມາຊໍາລະຄ່າພາສີທີ່ດິນປະຈໍາປີ 2019 ໃຫ້ເປັນຂະບວນຟົດຟື້ນ,ອັນສໍາຄັນກໍແມ່ນການສ້າງຂະບວນການໃຫ້ເປັນແບບຢ່າງນໍາໜ້າສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດກໍຄືການສ້າງສາພັດທະນາປະເທດຊາດ ທ່ານ ສົມບູນ ພັນຈັນ ກ່າວ.

---------------

ຂຽນໂດຍ:  ສັນຍາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ