ລັດນຳທະນະບັດໃບ 500 ກີບ ສະບັບປັບປຸງອອກສູ່ຂອດຈໍລະຈອນ

 ໃນຕອນແລງຂອງວັນທີ 27 ກັນຍານີ້; ທ່ານ ບຸນວົງ ດວງດອກເກດ ຫົວໜ້າກົມເງິນຕາທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດພິເສດກ່ຽວກັບກໍລະນີການນໍາເອົາທະນະບັດປະເພດໃບ 500 ກີບ ສະບັບປັບປຸງອອກສູ່ຂອດຈໍລະຈອນໃນສັງຄົມວ່າ: ຄືດັ່ງທີ່ແຈ້ງການສະບັບເລກທີ 430/ທຫລ, ລົງວັນ ທີ 24 ກັນຍາ 2019 ຊຶ່ງໄດ້ແຈ້ງມາຍັງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ ແລະຕໍາຫຼວດໃນຂອບເຂດທົ່ວປະເທດຊາບວ່າ: ປະຈຸບັນທະ ນາຄານແຫ່ງ ສປປ ລາວ ໄດ້ປັບປຸງທະນະບັດປະເພດໃບ 500 ກີບ, ຈາກຮູບແບບທີ່ນໍາໃຊ້ໃນຂອດຈໍລະຈອນປະຈຸບັນລຸ້ນ ປີ 1988 ມາເປັນຮູບແບບປັບປຸງໃໝ່ ລຸ້ນປີ 2015 ແລະ ຈະເລີ່ມພິມຈໍາໜ່າຍອອກສູ່ຂອດຈໍລະຈອນໃຫ້ສັງຄົມໄດ້ນໍາໃຊ້ໃນວັນທີ 7 ຕຸລາ 2019, ຊຶ່ງມີຄວາມແຕກຕ່າງກັນລະຫວ່າງທະນະບັດປະເພດໃບ 500 ກີບ ລຸ້ນປີ 1988 ກັບທະນະບັດປະເພດໃບ 500 ກີບລຸ້ນປີ 2015 ມີຈຸດແຕກຕ່າງກັນຄື:

  - ດ້ານໜ້າໃບທະນະບັດ: ໄດ້ປັບປຸງເຄື່ອງໝາຍຊາດຈາກລຸ້ນເກົ່າມາເປັນລຸ້ນທີ່ນໍາໃຊ້ໃນປະຈຸບັນ, ປີພິມຈາກ “1988” ມາເປັນ “2015”; ດ້ານຫຼັງໃບທະນະບັດ: ປັບປຸງຊື່ທະນາຄານຈາກທະນາຄານແຫ່ງລັດມາເປັນທະນາຄານແຫ່ງ ສ ປປ ລາວເພື່ອໃຫ້ສອດຄ່ອງກັບສະພາບໃນປະຈຸບັນ.

  - ເຈ້ຍພິມທະນະບັດ: ພິມດ້ວຍເຈ້ຍຄຸນນະພາບດີຜະລິດຈາກຝ້າຍ 100%, ມີຄວາມແຕກຕ່າງກັບເຈ້ຍທົ່ວໄປ, ເມື່ອເອົາມືສໍາພັດຈະຮູ້ສຶກຫຍາບ ແລະ ຊາມີ ຄວາມຄົງທົນຕໍ່ສະພາບອາກາດປຽກຊຸ່ມ, ລັກສະນະຕ້ານການປອມແປງ: ຮູບລາຍນໍ້າກາດາວ, ຄ້ອນຕີ ແລະກ່ຽວຝັງຢູ່ໃນເນື້ອເຈ້ຍເມື່ອຍົກສ່ອງໃສ່ແສງສະຫວ່າງຈະເຫັນໄດ້ຢ່າງຊັດເຈນທັງດ້ານໜ້າ ແລະດ້ານຫຼັງ; ດ້ານໜ້າໃບທະນະບັດ, ເຄື່ອງໝາຍຊາດ ແລະສິລະປະລາຍລາວເມື່ອສ່ອງໃສ່ແສງໄຟສີມ່ວງ (UV Light) ຈະເຮືອງແສງເປັນສີເຫຼືອງອ່ອນ.

  ສ່ວນສີສັນ, ລວດລາຍ, ຂະໜາດ ແລະຄຸນລັກສະນະອື່ນໆ ຍັງຮັກສາໄວ້ຄືເກົ່າບໍ່ມີການປ່ຽນແປງ.

  ທະນະບັດປະເພດໃບ 500 ກີບສັບປັບປຸງໃໝ່ລຸ້ນປີ 2015 ທີ່ພິມຈໍາໜ່າຍອອກສູ່ຂອດຈໍລະຈອນນີ້ແມ່ນຖືກຕ້ອງຕາມກົດໝາຍມີຄວາມສາມາດຊື້ໃນຂອບ ເຂດທົ່ວປະເທດໂດຍນໍາໃຊ້ຊໍາລະສະສາງຊື້ສິນຄ້າ ແລະບໍລິການໄປຄຽງຄູ່ກັບທະນະບັດປະເພດໃບ 500 ກີບ ລຸ້ນປີ 1988 ທີ່ຈໍລະຈອນໃນປະຈຸບັນ.

ການນໍາເອົາທະນະບັດປະເພດໃບ 500 ກີບສະບັບປັບປຸງລຸ້ນປີ 2015 ອອກສູ່ຂອດຈໍລະຈອນໃນຄັ້ງນີ້ຈະບໍ່ມີຜົນກະທົບໃດໆຕໍ່ກັບສະຖຽນລະພາບຂອງຄ່າເງິນກີບ.

ທ່ານຫົວໜ້າກົມເງິນຕາທະນາຄານແຫ່ງ ສປປ ລາວ ໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ,ພະນັກງານ,ທະຫານ ແລະຕໍາຫຼວດໃນຂອບເຂດທົ່ວປະເທດຊາບທົ່ວເຖິງກັນ ແລະ ຈົ່ງມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອຕໍ່ການໂຄສະນາຊວນເຊື່ອໃນຮູບແບບຕ່າງໆ ຂອງຄົນບໍ່ດີທີ່ຈະສ້າງຄວາມປັ່ນປ່ວນຢູ່ໃນສັງຄົມ, ຂໍໃຫ້ທຸກທ່ານຈົ່ງຕິດຕາມ ແລະປະຕິບັດຕາມແຈ້ງການສະບັບເລກ ທີ 430/ທຫລ, ລົງວັນທີ 24 ກັນຍາ 2019 ໃຫ້ຖືກຕ້ອງ ແລະສອດຄ່ອງກັບຄວາມເປັນຈິງ.

-----------------

ຂຽນໂດຍຣັດສະໝີ ດວງສັດຈະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ