ບໍລິສັດ ກຸ່ມຄຳໄພຊ່ວຍເງິນຜູ້ປະສົບໄພນໍ້າຖ້ວມ 200 ລ້ານກີບ

 ເຊົ້າວັນທີ 30 ກັນຍາ 2019 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ໄດ້ຕາງໜ້າລັດຖະບານຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຈາກບໍລິສັດກຸ່ມຄຳໄພຊະນະ ຈຳນວນ 200 ລ້ານກີບ, ຊຶ່ງແມ່ນ ທ່ານ ຄຳໄພ ສົມຊະນະ ປະທານບໍລິສັດກຸ່ມດັ່ງກ່າວເປັນຜູ້ມອບ, ໂດຍມີພະນັກງານທີ່ກ່ຽວຂ້ອງຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະບໍລິສັດກຸ່ມທີ່ນຳເງິນມາມອບເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເພັດ ພົມພິພັກ ໄດ້ກ່າວສະແດງຄວາມຂອບໃຈ ແລະຊົມເຊີຍຕໍ່ພາກສ່ວນທີ່ໄດ້ນຳເອົາເງິນມາມອບເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ ແລະເງິນຊ່ວຍເຫຼືອດັ່ງກ່າວແມ່ນຈະໄດ້ນຳໄປມອບໃຫ້ກະຊວງແຮງງານ ແລະສະຫວັດດີການສັງຄົມເພື່ອນຳໄປຊ່ວຍເຫຼືອບັນເທົາທຸກແກ່ຜູ້ປະສົບໄພນໍ້າຖ້ວມໃນປີນີ້, ຊຶ່ງການຊ່ວຍເຫຼືອດັ່ງກ່າວຈະເປັນກຳລັງໃຈໃຫ້ແກ່ປະຊາຊົນ ແລະປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດກໍຄືຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມຢູ່ທ້ອງຖິ່ນ ຕ່າງໆສາມາດຜ່ານພົ້ນຄວາມຫຍຸ້ງຍາກ ແລະກັບຄືນສູ່ສະພາບປົກກະຕິໂດຍໄວ.

  ໃນໂອກາດດຽວກັນ, ທ່ານ ຄຳໄພ ສົມຊະນະ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ພັກ-ລັດ ທຸກຂັ້ນ, ບັນດາບໍລິສັດ ແລະພາກສ່ວນຕ່າງໆ ທີ່ໄດ້ເອົາໃຈໃສ່ຊ່ວຍເຫຼືອທາງດ້ານຕ່າງໆໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ທ້ອງຖິ່ນຕ່າງໆເປັນຢ່າງດີ ແລະທັນການພໍສົມຄວນ, ສິ່ງດັ່ງກ່າວສະແດງເຖິງຄວາມຮັບຜິດຊອບສູງ, ຄວາມສາມັກຄີເປັນປຶກແຜ່ນ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມມີນໍ້າໃຈເສຍສະຫຼະອັນສູງສົ່ງຂອງພາກສ່ວນຕ່າງໆກໍຄືປະຊາຊົນລາວບັນດາເຜົ່າ ແລະເພື່ອນມິດສາ ກົນຂອງພວກເຮົາ, ຊຶ່ງບໍລິສັດກຸ່ມຄຳໄພຊະນະຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານຕ່າງໆຢ່າງສຸດຄວາມສາມາດຂອງຕົນ.

------------------

​​ຂຽນໂດຍ: ຫສນຍ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ