ເຊັນສັນຍາບົດບັນທຶກຮ່ວມມືຂອງໂຮງຮຽນລາວໝິງເຊີນ

  ພິທີເຊັນສັນຍາບົດບັນທຶກການຮ່ວມມືຂອງໂຮງຮຽນລາວໜິງເຊີນ ລະຫວ່າງກຸ່ມກິດຕິພົງ ຈໍາກັ ລະສູນ ຮ່ວມມືສາກົນຮ່ອງກົງໜຶ່ງເລວໜຶ່ງເສັ້ນທາງໄດ້ຈັດຂຶ້ນໃນວັນທີ 25 ກັນຍາ  ທີ່ນະ ຄອນຫຼວງວຽງຈັນ ລົງນາມໂດຍ ທ່ານ ບູລະພາສັນຕິຄົງຄາ ປະທານບໍລິສັດ ກຸ່ມກິດຕິພົງ ຈໍາກັດ ແລະທ່ານ ຫຼຽງ ເຈີນ ຢິງ ຮອງປະທານທີປຶກສາການເມືອງປະເທດຈີນໂດຍເຂົ້າຮ່ວມເປັນສັກຂີ ພິຍານຂອງທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ຈຽງ ໄຈຕອງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ການສຶກສາແມ່ນບາດກ້າວໜຶ່ງທີ່ສໍາຄັນບໍ່ວ່າຍຸກສະໄໝໃດປະຈຸບັນການສື່ສານດ້ານພາສາຕ່າງປະເທດໄດ້ເປີດກ້ວາງໂດຍສະເພາະແມ່ນພາສາຈີນ, ອັງກິດ ແລະອື່ນໆ ປະຈຸບັນລັດຖະບານກໍ່ໄດ້ເອົາໃຈໃສ່ໃນການພັດທະນາທາງດ້ານການສຶກສາເປັນພິເສດ ແລະການເຊັນສັນຍາບັນທຶກການຮ່ວມມືຄັ້ງນີ້ຈະເປັນສັນຍານອັນດີໃຫ້ມີບາດກ້າວໃນການເກີດມີໂຮງຮຽນທີດີແລະມີຄຸນນະພາບເພີ່ມອີກແຫຼ່ງໜຶ່ງໃນ ສປປ ລາວ ແລະຈະເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດທີ່ສາມາດຕອບສະໜອງໃຫ້ກັບເຍົາວະຊົນທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງກວ້າງຂວາງ.

  ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ກ່າວວ່າ: ຈີນໄດ້ໃຫ້ການຊ່ວຍເຫຼືອແກ່ລາວເປັນຈໍານວນຫຼວງຫຼາຍບໍ່ວ່າຈະເປັນທຶນຮອນການພັດທະນາບຸກຄະລາກອນ, ວິ ທະຍາສາດເຕັກໂນໂລຊີ ແລະດ້ານອື່ນ ດຍສະເພາະແມ່ນຂະແໜງການສຶກສາຊຶ່ງປະຈຸບັນສອງປະເທດກໍາລັງຕັ້ງໜ້າຜັນຂະຫຍາຍຄູ່ຮ່ວມສະຕາກໍາທີ່ສອງເລຂາພັກໃຫຍ່ຂອງພັກໄດ້ລົງນາມນໍາກັນໃຫ້ເກີດຜົນປະໂຫຍດອັນສູງສຸດແກ່ສອງຊາດລາວ-ຈີນ ແລະ ຈີນ-ລາວ.

-------------

ຂ່າວວົງມະນີ