ເອຊີລີດາເປີດເຜີຍຄວາມຈິງໃນການດຳເນີນທຸລະກຳການເງິນຢູ່ລາວ

  ວັນທີ 25 ກັນຍາ 2019 ທີ່ສຳນັກງານໃຫຍ່ທະນາຄານເອຊີລີດາລາວຈໍາກັດ ນະຄອນຫຼວງວຽງຈັນ; ຜູ້ສື່ຂ່າວທະນາຄານແຫ່ງ ສປປ ລາວ ໄດ້ສຳພາດພິເສດທ່ານ ດຣ. ຮາຍສະວາຍ ຜູ້ອຳນວຍການໃຫຍ່ທະນາຄານດັ່ງກ່າວໂດຍທ່ານກ່າວວ່າ: ທະນາຄານ ເອຊີລີດາ ພີແອລຊີ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1993 ແລະມີ 4 ບໍລິສັດລູກ,ນປີ 2012, ມີຊັບສິນລວມທັງໝົດ 6 ຕື້ໂດລາສະຫະລັດ, ມີ 310 ສຳນັກງານປະຈໍາຢູ່ກໍາປູເຈຍ, ລາວ ແລະມຽນມາ,ມີພະນັກງານ 13.000 ຄົນ ແລະມີຕູ້ ATM 679 ໜ່ວຍ.

 ສະເພາະທະນາຄານເອຊີລີດາລາວ ຈຳກັດມີ 39 ສຳນັກງານ, ມີພະນັກງານ 1.019 ຄົນ, ມີທຶນຈົດທະບຽນ 300 ຕື້ກີບແລະຈະເພີ່ມເປັນ 500 ຕື້ກີບ, ມາຮອດທ້າຍເດືອນສິງຫາ 2019 ສາມາດປ່ອຍສິນເຊື່ອ 32.990 ລູກຄ້າ, ມີຍອດສິນເຊື່ອທັງໝົດ129 ລ້ານໂດລາ ແລະລະດົມເງິນຝາກໄດ້ 105 ລ້ານໂດລາ ມີຈຳນວນບັນຊີ 122.582 ບັນຊີ ແລະ ມີແຜນເກັບກຳໄລຫຼັງອາກອນ 4 ລ້ານໂດລາ ພ້ອມນັ້ນຍັງພັດທະນາຜະລິດຕະພັນທີ່ທັນສະໄໝເອຊີລີດາທັນໃຈເປັນການບໍລິການເທິງມືຖື ຊຶ່ງ ປຽບສະເໝືອນມີທະນາຄານໃນມືລູກຄ້າທີ່ສາມາດເຮັດທຸລະກຳໄດ້ທຸກເວລາທຸກສະຖານທີ່ຊຶ່ງປະຈຸບັນມີລູກຄ້ານຳໃຊ້ຫຼາຍກວ່າ 40 ພັນຄົນ ແລະ ເຂົ້າເປັນ ສະມາຊິກໂຄງການລະບົບບັດຮ່ວມກັນ (LAPS) ຊຶ່ງມີບັດຂອງ 10 ທະນາຄານເປັນສະມາຊິກ ແລະສາມາດຖອນເງິນຜ່ານຕູ້ ATM 56 ໜ່ວຍຂອງທະນາຄານເອຊີລີດາລາວຈຳກັດ.

ທ່ານ ດຣ. ຮາຍສະວາຍ ຍັງແຈ້ງເຖິງກົນໄກການບໍລິຫານ-ການຈັດການທີ່ເປັນຕົ້ນແບບຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານ ສປປ ລາວ ແລະ ທະນາຄານແຫ່ງ ສປປ ລາວ ທີ່ອອກໃບອະນຸຍາດໃນການດຳເນີນທຸລະກິດໃນ ສປປ ລາວ ຊຶ່ງທະນາຄານເອຊີລີດາໄດ້ປະຕິບັດຕາມລະບຽບ-ກົດໝາຍຂອງ ສປປ ລາວ ແລະລະບຽບຂອງທະນາຄານຕົນ ເອງ, ທະນາຄານເອຊີລີດາຍາມໃດກໍຢຶດ ໝັ້ນຄວາມໂປ່ງໃສໃນການບໍລິການລູກ ຄ້າເປັນຫຼັກ; ດັ່ງນັ້ນ, ທະນາຄານ ຈຶ່ງໄດ້ ຝຶກອົບຮົມຫຼັກສິນທຳໃຫ້ພະນັກງານຢູ່ສະເໝີ, ມີລະບຽບຫຼັກການທີ່ຊັດເຈນຈະແຈ້ງກ່ຽວກັບການຫ້າມພະນັກງານຮັບສິນນໍ້າໃຈຈາກລູກຄ້າຊຶ່ງບໍ່ແມ່ນແຕ່ພະນັກງານສິນເຊື່ອເທົ່ານັ້ນແຕ່ລວມໝົດພະນັກງານທຸກຄົນ, ທຸກລະດັບແມ່ນຫ້າມຮັບສິນນໍ້າໃຈຈາກລູກຄ້າເດັດຂາດ, ໃນທາງກົງກັນຂ້າມທະນາຄານຍັງໄດ້ຕອບແທນນໍ້າໃຈຈາກລູກຄ້າທີ່ມີຄວາມເຊື່ອໝັ້ນ, ມີຄວາມໄວ້ວາງໃຈ ແລະໃຊ້ບໍລິການກັບທະນາຄານພວກເຮົາດ້ວຍການໃຫ້ບໍລິການທີ່ວ່ອງໄວ ແລະໂປ່ງໃສ.

ສໍາລັບການສະໜອງສິນເຊື່ອເຂົ້າໃນທຸລະກິດຂະໜາດນ້ອຍ ແລະຂະໜາດກາງ (SMEs); ທະນາຄານໄດ້ມີວິໄສທັດໃນການເປັນຜູ້ນຳໃນດ້ານທະນາຄານເພື່ອທຸລະກິດ SMEs ແລະ ມີຄວາມພ້ອມສູງໃນການສະໜອງສິນເຊື່ອສຳລັບ SME, ລູກຄ້າສາມາດກູ້ຢືມເງິນກັບທະນາຄານໄດ້ສູງເຖິງ 17 ຕື້ກີບ, ນອກຈາກ SME ແລ້ວທຸລະ ກິດຂະໜາດໃຫຍ່ກໍສາມາດກູ້ຢືມກັບທະນາຄານໄດ້ເຊັ່ນດຽວກັນ, ໃນຜ່ານມາທະນາຄານໄດ້ຊຳລະພາສີອາກອນ 9 ປະເພດ ແລະຊຳລະເປັນເງິນຫຼາຍກວ່າ 55 ຕື້ກີບ ຫຼື 6,25 ລ້ານໂດລາໃນປີ 2018, ທະນາຄານຍັງປະກອບສ່ວນເຂົ້າໃນການພັດທະນາສັງຄົມຢ່າງຫຼວງຫຼາຍໂດຍສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວໃນຂະ ແໜງການທະນາຄານ ແລະຍັງເຂົ້າຮ່ວມການບໍລິຈາກເລືອດ ໃຫ້ອົງການກາແດງຢ່າງຕໍ່ເນື່ອງ 5 ຄັ້ງ ແລະຈະສືບຕໍ່ບໍລິຈາກໄປເລື້ອຍໆ, ນອກນີ້ຍັງສະໜອງສິນເຊື່ອໃຫ້ແກ່ບັນດາທຸລະກິດຕ່າງໆທີ່ຕ້ອງການເງິນທຶນເພື່ອຂະຫຍາຍທຸລະກິດຕ່າງໆ ແລະປະກອບສ່ວນສົມທົບທຶນຊ່ວຍເຫຼືອໄພພິບັດຕ່າງໆ ແລະອຳນາດການປົກຄອງຕ່າງໆຈໍາ ນວນໜຶ່ງ.

  ທ່ານຜູ້ອຳນວຍການໃຫຍ່ໄດ້ວາງເປົ້າໝາຍ ແລະວິໄສທັດຂອງທະນາຄານເອຊີລີດາທີ່ປະກອບສ່ວນເຂົ້າໃນການຈະເລີນເຕີບໂຕຂອງເສດຖະກິດ-ສັງຄົມ ແລະລວມຍອດຜະລິດຕະພັນພາຍໃນ ຂອງ ສປປ ລາວ ດ້ວຍແຫຼ່ງຂອງທຶນທີ່ ຫຼາກຫຼາຍລວມທັງເງິນທຶນ ແລະທະນາ ຄານເອຊີລີດາ ຍັງມີແຜນການເພີ່ມເງິນທຶນເປັນຄັ້ງທີ 3 ຈາກ 300 ຕື້ກີບ ເປັນ 500 ຕື້ກີບ ຫຼື 57 ລ້ານໂດລາສະຫະ ລັດ ແລະຈະມີຊັບສິນທັງໝົດຮອດ 469 ລ້ານໂດລາສະຫະລັດ ຂອງແຜນການ ການຈະເລີນເຕີບໂຕໃນ 5 ປີ ແລະໄດ້ກຳນົດຍຸດທະສາດໃນການຂະຫຍາຍສິນເຊື່ອຂະໜາດກາງໂດຍສະເລ່ຍຫຼາຍກວ່າ 20% ໂດຍສະເພາະໃນຂະແໜງກະສິກຳແລະຂະແໜງການອື່ນໆອີກທະນາຄານມີສະພາບຄ່ອງສູງ ແລະສ່ວນແບ່ງທາງຕະຫຼາດທີ່ໃຫຍ່ໃນການໃຫ້ບໍລິການຜະລິດຕະພັນທີ່ເໝາະສົມສຳລັບລູກຄ້າຈາກຫຼາກຫຼາຍຮູບແບບທຸລະກິດດ້ວຍສິນເຊື່ອເງິນດ່ວນ SME, ທຸລະກິດຂະໜາດກາງ ແລະໃຫຍ່ດ້ວຍວົງເງິນສູງເຖິງ 17 ຕື້ກີບ ຜ່ານ 39 ສຳນັກງານໃນທົ່ວປະເທດ.

--------------

ຂຽນໂດຍຣັດສະໝີ ດວງສັດຈະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ