ຫຼາຍແຂວງທົ່ວປະເທດຈູດທຳລາຍຢາເສບຕິດ

ເພື່ອເປັນການສະກັດກັ້ນ ແລະຕ້ານໄພຄຸກຄາມຈາກບັນຫາຢາເສບຕິດຊຶ່ງເປັນອຸປະສັກຖ່ວງດຶງແກ່ການພັດທະນາເສດຖະກິດ-ສັງຄົມດ້ວຍການນຳເອົາຄວາມຫາຍະນະມາສູ່ຄອບຄົວ ແລະປະເທດຊາດເນື່ອງໂອກາດສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 18 ປີ ( 12 ຕຸລາ 2001-12 ຕຸລາ 2019 ) ຫຼາຍແຂວງໃນຂອບເຂດທົ່ວປະເທດໄດ້ມີການຈັດພິທີຈູດທຳລາຍຢາເສບຕິດເປັນນວນຫຼາຍ.

  ທີ່ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 11 ຕຸລາ ໂດຍໄດ້ນຳຢາເສບຕິດທີ່ສານປະຊາຊົນຕັດສິນຄະດີສຳເລັດໃຊ້ໄດ້ຢ່າງເດັດຂາດມີເຮໂລອິນຈຳນວນ 32 ແທ່ງ, ຢາບ້າຈຳນວນ 2,9 ແສນເມັດ ແລະແປ້ງຝຸ່ນ 262 ກິໂລກຣາມ ຈາກປີຜ່ານມາສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 146 ເລື່ອງ ກັກຜູ້ຖືກຫາໄດ້ 189 ຄົນ ຢຶດຂອງກາງປະເພດເຮໂລອິນໄດ້ 4,3 ກິໂລກຣາມ ຢາບ້າ 73,26 ກິໂລກຣາມ ຢາຝິ່ນ 683 ກຣາມ ຢາໄອຈຳນວນ 2 ກິໂລກຣາມ ແປ້ງຝຸ່ນ 2 ພັນກິໂລກຣາມ ແລະວັດຖຸເງິນຄຳພາຫະນະ, ອາວຸດຈຳນວນໜຶ່ງ.

  ສ່ວນຫຼວງນໍ້າທາມີຢາບ້າຈໍານວນ 1,8 ແສນເມັດນໍ້າໜັກ 18.798 ກິໂລກຣາມ, ຢາເສບຕິດປະເພດຝິ່ນ 30.783 ກິໂລກຣາມຊຶ່ງເປັນຂອງກາງທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດຈາກໜຶ່ງປີຜ່ານມາທົ່ວແຂວງສາມາດມ້າງຄະດີຢາເສບຕິດທັງໝົດ 80 ເລື່ອງ, ກັກຜູ້ຖືກຫາ 159 ຄົນ, ຍິງ 26 ຄົນ, ຕ່າງປະເທດ 7 ຄົນ, ຢຶດໄດ້ປະເພດຢາບ້າຈໍານວນ 1,9 ແສນເມັດ, ນໍ້າໜັກ 1.922 ກຣາມ, ຢາເສບຕິດປະເພດເຮໂລອິນຈໍານວນ 10 ປ່ຽງ, ນໍ້າໜັກ 3,5 ກິໂລກຣາມ, ຢາເສບຕິດປະເພດຝິ່ນຈໍານວນ 1,274 ກິໂລກຣາມ, ຢາເສບຕິດປະເພດຢາໄອ 23,57 ກຣາມ, ສົ່ງໄອຍະການ 48 ເລື່ອງ, ຄະດີພວມດຳເນີນ 37 ເລື່ອງ.

ແຂວງໄຊຍະບູລີ ຈັດຂຶ້ນໃນວັນດຽວກັນ ໂດຍໃນປີ 2019 ນີ້, ສານປະຊາຊົນແຂວງຕັດສິນຄະດີຢາເສບຕິດທີ່ໃຊ້ໄດ້ຢ່າງເດັດຂາດນັບແຕ່ວັນທີ 26 ມິຖຸ ນາ 2018 ຫາ 12 ຕຸລາ 2019 ມີທັງໝົດ 278 ເລື່ອງ, ມີນັກໂທດ 385 ຄົນ, ຍິງ 70 ຄົນສ່ວນວັດຖຸຂອງກາງຢາເສບຕິດທີ່ສານປະຊາຊົນແຂວງຕັດສິນໃຊ້ໄດ້ຢ່າງເດັດຂາດ ແລະ ນໍາມາຈູດທໍາລາຍຖີ້ມໃນຄັ້ງນີ້ມີຢາບ້າ 2,3 ແສນເມັດ, ນໍ້າໜັກ 28.766 ກຣາມ, ຢາຝິ່ນ 3.331,7 ກຣາມ ແລະຢາໄອ 5,1 ກຣາມ .

ທີ່ແຂວງບໍ່ແກ້ວຈັດຂຶ້ນໃນວັນທີ 10 ຕຸລາ ໃນນີ້ມີປະເພດຢາບ້າຈໍານວນ 13,1 ລ້ານເມັດ, ໜັກ 1.313,8 ກິໂລກຣາມ, ເຮໂລອິນຈໍານວນ 58 ແທ່ງ, ໜັກ 23,2 ກິໂລກຣາມ, ຢາໄອຈໍານວນ 1.654 ຫໍ່, ໜັກ 1,6 ພັນກິໂລກຣາມ ແລະແປ້ງຝຸ່ນ 14 ເປົ໋າ, ໜັກ 350 ກິໂລ.

 ສໍາລັບນະຄອນຫຼວງວຽງຈັນ ແມ່ນຈັດຂຶ້ນໃນວັນທີ 12 ຕຸລາ ໂດຍຢາເສບຕິດທີ່ນໍາມາທໍາລາຍຄັ້ງນີ້ປະກອບມີຢາບ້າຈໍານວນ385,94 ກິໂລເຮໂລອິນ 93,4 ກິໂລ ຢາໄອ 37,6 ກິໂລ ກັນຊາແຫ້ງ 8 ກິໂລແປ້ງເຮັດຢາບ້າ 67 ກິໂລ ແປ້ງຄາເຟອິນ 41 ເປົາໂຣເດຍໂອມ 64 ກິໂລ ຣິຊິສເດ 18 ກິໂລ ແປ້ງສີຄຣີມ 310 ກິໂລ ແປ້ງຝຸ່ນສີຂາວ 8,89 ກິໂລ ແປ້ງຝຸ່ນສີສົ້ມ 67 ກຣາມ ແປ້ງ ຝຸ່ນສີບົວກຸຫຼາບ+ບົວປູນ 113 ກຣາມ ແປ້ງສີແດງຊໍ້າ 56 ກຣາມ ແປ້ງສີແດງ 17,2 ກິໂລ ໂສດາໄຟ 17ເປົາ ໃບຕົ້ນແຄັດ 39,2 ກິໂລລວມທັງໝົດ 741 ກິໂລ ແລະແປ້ງຄາເຟອິນ+ໂສດາໄຟ 58 ເປົາ ແລະແຂວງອື່ນໆອີກທົ່ວປະເທດກໍມີການຈັດພິທີດັ່ງກ່າວຂຶ້ນເຊັ່ນດຽວກັນ.

________________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444