ເລັ່ງແກ້ ຫຼັງເຈາະອຸໂມງລົດໄຟຖືກບໍ່ເກືອທີ່ກະທົບປະຊາຊົນ

  ພາຍຫຼັງທີ່ໂຄງການກໍ່ສ້າງລົດໄຟລາວ-ຈີນ ໄດ້ຈັດຕັ້ງປະຕິບັດການກໍ່ສ້າງບັນດາໜ້າວຽກຕ່າງໆໄດ້ຢ່າງຄືບໜ້າໂດຍສະເພາະແມ່ນການເຈາະອຸໂມງມິດຕະພາບຢູ່ເຂດບໍ່ເຕ່ນແຂວງຫຼວງນໍ້າທາ ເບື້ອງລາວມີຄວາມຍາວ 2.400 ກວ່າແມັດ, ຫຼັງຈາກເຈາະມາ ໄດ້ 1.000 ກວ່າແມັດພົບສາຍນໍ້າເກືອແລ້ວໄດ້ໄຫຼລົງໃສ່ຮ່ອງຫ້ວຍປ່ອງໃສ່ນໍ້າໃຫຍ່ສາຍນໍ້າທຸງເຮັດໃຫ້ສົ່ງຜົນກະທົບຕໍ່ກັບການດໍາລົງຊີວິດຂອງປະຊາຊົນບ້ານຕ່າງໆທີ່ຢູ່ເຂດລຸ່ມລຽບຕາມແຄມແມ່ນໍ້າລົງມາຮອດເຂດທົ່ງພຽງເມືອງຫຼວງນໍ້າທາເປັນຕົ້ນແມ່ນລະບົບນໍ້າປະປາທີ່ປະຊາຊົນບໍລິໂພກ, ຊົມໃຊ້ຈາກນໍ້າຈືດເມື່ອກ່ອນກາຍມາເປັນນໍ້າເຄັມຍ້ອນມີປະລິມານນໍ້າເກືອເຈືອປົນຢູ່ໃນນໍ້າເກີນຄ່າມາດຕະຖານ ແລະສົ່ງຜົນກະທົບເຖິງການຜະລິດປູກຝັງ, ລະບົບນິເວດສິ່ງແວດລ້ອມ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

 ຕໍ່ສະພາບການດັ່ງກ່າວມາໃນວັນທີ 9 ພະຈິກ 2019 ທ່ານ ຄໍາໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາ ແລະທ່ານ ສາຍສະໝອນ ວົງສໍາພັນ ຜູ້ອໍານວຍການລັດວິສາຫະກິດນໍ້າປະປາແຂວງຫຼວງນໍ້າທາພ້ອມດ້ວຍທ່ານ ທອງແດງ ສິດທິສົນ ສະມາຊິກສະພາປະຊາຊົນແຂວງຫົວໜ້າຄະນະກໍາມະການແກ້ໄຂຜົນກະທົບເສັ້ນທາງລົດ ໄຟລາວ-ຈີນ ຊ່ວງຜ່ານຫຼວງ ນໍ້າທາແລະພະນັກງານວິຊາການທີ່ກ່ຽວ ຂ້ອງໄດ້ລົງກວດກາຕົວຈິງ ຊຶ່ງໄດ້ທໍາການວັດແທກປະລິມານນໍ້າເກືອທີ່ເຈືອປົນຢູ່ໃນນໍ້າຕັ້ງແຕ່ຫົວງານນໍ້າປະປາເມືອງຫຼວງນໍ້າທາວັດແທກນໍ້າມີປະລິມານນໍ້າເກືອເຈືອປົນ 0,54, ນໍ້າທຸງ 0,41 ໂຮງງານນໍ້າປະປານາເຕີຍ 3, 87 ຜົນການກວດແຫ່ງຕ່າງໆປາກົດວ່າມີປະລິມານນໍ້າເກືອເຈືອປົນຢູ່ໃນນໍ້າເກີນຄ່າມາດຕະຖານຄື 0,5 ມີລີກຣາມຕໍ່ລິດລົງມາ.

  ທ່ານຮອງເຈົ້າແຂວງໆຫຼວງນໍ້າທາຍັງໄດ້ຊີ້ແຈງບັນຫາດັ່ງກ່າວວ່າອີງໃສ່ຄຳສະເໜີຂອງພໍ່ແມ່ປະຊາຊົນໃນກາງເດືອນຕຸລາຜ່ານມາທີ່ທ່ານໄດ້ລົງມາເຮັດວຽກນຳປະຊາ ຊົນບ້ານນາເຕີຍ ແລະ ໄດ້ຮັບຄຳສະເໜີຂອງປະຊົນບ້ານນາເຕີຍວ່າດຽວນີ້ນໍ້າເຄັມ, ຈາກນັ້ນທາງຄະນະ ຊີ້ນຳໂຄງການລົດໄຟຂັ້ນແຂວງກັບບໍລິສັດທາງລົດໄຟເລກ 2 ໄດ້ມາສົມທົບກັບນໍ້າປະປາປະຈຳຢູ່ນາເຕີຍໄດ້ກວດກາເບິ່ງຄວາມເຂັ້ມຂຸ້ນຂອງນໍ້າເກືອທີ່ເຈືອປົນຢູ່ໃນນໍ້າຕາມສາຍນໍ້າທຸງ, ຜົນການວິເຄາະນໍ້າມີຄວາມເຄັມເຂັ້ມຂຸ້ນແທ້ແລະເກີນມາດຕະຖານຂອງອົງການອານາໄມໂລກກຳນົດຄື 0,5% ຂອງຫົວໜ່ວຍວັດແທກລົງມາຈິ່ງສາມາດນຳໃຊ້ ແລະບໍລິໂພກໄດ້.

ສະໜັບສະໜຸນໂດຍ: HONDA

  ດັ່ງນັ້ນທາງຄະນະໄດ້ລົງສົມທົບກັບບໍລິສັດທາງລົດໄຟເລກ 2 ເປັນບໍລິສັດຮັບເໝົາເຈາະອຸມົງເພື່ອຫາວິທີແກ້ໄຂຊຶ່ງທາງບໍລິສັດໄດ້ສ້າງອ່າງເພື່ອໃຫ້ນໍ້າເກືອຕົກຕະກອນ ຊຶ່ງຈະສາມາດລົດປະລິມານຄວາມເຄັມຂອງນໍ້າເກືອລົງກ່ອນຈະໄຫຼລົງສູແຫຼ່ງນໍ້າໃນໄລຍະເບື້ອງຕົ້ນສ່ວນໃນໄລຍະຍາວທາງບໍລິສັດແມ່ນໄດ້ເຊີນເອົາວິຊາການຂອງຈີນທີ່ມີປະສົບການດ້ານນີ້ເພື່ອມາແກ້ໄຂສ່ວນຝ່າຍລາວແມ່ນຈະໄດ້ຊອກຫາແຫຼ່ງນໍ້າແຫ່ງໃໝ່ເພື່ອມາຜະລິດເປັນນໍ້າປະປາໃຫ້ກັບປະຊາຊົນທີ່ຖືກຜົນກະທົບໄດ້ລົງກວດກາບ່ອນຜະລິດນໍ້າປະປາແຫ່ງໃໝ່ເພື່ອແກ້ໄຂໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າປະປາທີ່ສະອາດໄດ້ມາດຕະຖານ,ໂດຍໄດ້ກວດເຂດແມ່ນໍ້າທຸງເຂດບ້ານຕີນສານທີ່ຢູ່ຈຸດເທິງຈາກຫ້ວຍ ນໍ້າທາງໂຄງການລົດໄຟຈະໄດ້ຕໍ່ທໍ່ລົງໃສ່ຫົວງານຈຸດເກົ່າມີຄວາມຍາວ 3 ກິໂລແມັດ ຄາດວ່າການປັບປຸງໃຫ້ສໍາເລັດພາຍໃນ 1 ເດືອນ.

__________

ຂຽນໂດຍ: ມຸນຕີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444