ນໍ້າດື່ມໂລມາຄຳຮັບລາງວັນຜູ້ນຳອາຊຽນຕົວແບບດ້ານພັດທະນາຊົນນະບົດ ແລະລຶບລ້າງທຸກຍາກ

  ຜົນຈາກການມີນໍ້າໃຈເສຍສະຫຼະໃຫ້ການຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງໂດຍສະເພາະແມ່ນການມີສ່ວນຮ່ວມແກ້ໄຂຄົນຂໍທານຢູ່ 2 ບ້ານເມືອງຈຳພອນ ແຂວງສະຫວັນນະເຂດ ຂອງເຈົ້າຂອງໂຮງງານນໍ້າດື່ມ-ນໍ້າກ້ອນໂລມາຄຳຈົນໄດ້ຮັບການຍ້ອງຍໍຊົມເຊີຍໃນຂັ້ນຕ່າງໆຢ່າງຫຼວງຫຼາຍໃນຜ່ານມາຫຼ້າສຸດກໍໄດ້ຮັບລາງວັນຜູ້ນໍາອາຊຽນຕົວແບບດ້ານການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກຄັ້ງທີ 4 ທີ່ຈັດຂຶ້ນໃນຕອນຄໍ່າວັນທີ 8 ພະຈິກ 2019 ຢູ່ໂຮງແຮມ The Horizon Lake View Re sort ເນປິດໍປະເທດມຽນມາ ໂດຍທ່ານ ບຸນລໍ້າ ແກ້ວອາສາ ຜູ້ຈັດການໃຫຍ່ຕາງໜ້າໃຫ້ເຈົ້າຂອງໂຮງງານດັ່ງກ່າວຂຶ້ນຮັບ.

ພາບຂ່າວ:

 ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ-ນໍ້າກ້ອນໂລມາຄຳກ່າວວ່າ: ໃນໄລຍະການດຳເນີນທຸລະກິດຫຼາຍສິບປີຜ່ານມາ, ທາງໂຮງງານໄດ້ມີການປະກອບສ່ວນຊ່ວຍເຫຼືອສັງຄົມມາໂດຍ ຕະຫຼອດ ໂດຍໄດ້ດຳເນີນທຸລະກິດຕິດພັນກັບການຊ່ວຍເຫຼືອສັງຄົມຊຶ່ງໃນ 3 ປີຜ່ານມານີ້, ໄດ້ມີໂອກາດເປັນສ່ວນຮ່ວມນຳອົງການຈັດຕັ້ງພັກ-ລັດໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານຄຳປ່າແໜ ແລະບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ.

ສະໜັບສະໜຸນໂດຍ: HONDA

  ໂຄງການນີ້ໄດ້ຫັນປ່ຽນຊີວິດຂອງຄອບຄົວທຸກຍາກຢູ່ສອງບ້ານດັ່ງກ່າວຈຳນວນ 111 ກວ່າຄອບຄົວ, 600 ກວ່າຄົນ ໃນນັ້ນມີຄອບຄົວຈຳນວນໜຶ່ງແມ່ນຍັງຫາກິນແບບເລື່ອນລອຍຫາຂໍທານ ແລະຂາດພື້ນຖານໂຄງລ່າງໂດຍທາງໂຮງງານນໍ້າດື່ມ-ນໍ້າກ້ອນໂລມາຄຳກໍ່ໄດ້ເຂົ້າມາມີສ່ວນຮ່ວມໃນການຈັດສັນທີ່ຢູ່ອາໄສ, ຈັດສັນພື້ນຖານໂຄງລ່າງຕ່າງໆໃຫ້ເຂົາເຈົ້າເພື່ອຖອຍຫ່າງຈາກການຂໍທານຫັນສູ່ອາຊີບຄົງທີ່.

  ທັງນີ້ຕົນເອງ ແລະທີມງານໄດ້ສຸມທັງທຶນຮອນ, ເຫື່ອແຮງ ແລະສະຕິປັນຍາພັດທະນາຢ່າງຈິງໃຈ ແລະບໍ່ຮູ້ອິດຮູ້ເມື່ອຍຈົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກວ່າ 100 ຄອບຄົວ ເປົ້າໝາຍປ່ຽນແປງຢ່າງຈະແຈ້ງ, ມີທີ່ຢູ່ອາໄສຖາວອນ, ມີອາຊີບທີ່ໝັ້ນຄົງ, ມີຊັບສິນເປັນຂອງຕົນເອງ, ມີຊີວິດການເປັນຢູ່ດີຂຶ້ນພ້ອມທັງສາມາດເຂົ້າ ເຖິງການສຶກສາ ແລະສາທາລະນະສຸກໂດຍທາງໂຮງງານນ້ຳດື່ມ-ນໍ້າກ້ອນໂລມາຄຳໄດ້ໃຊ້ເງິນຂອງທາງໂຮງງານເຂົ້າໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ຈຳນວນ 15 ຕື້ ກວ່າກີບ.

ພາບຂ່າວ:

 ສະໜັບສະໜຸນໂດຍ: ສ່ວນບຸກຄົນ

 ທ່ານ ເກຍ ອູ໊ສິດທິເດດ ກ່າວໃຫ້ຮູ້ຕື່ມອີກວ່າ: ສຳລັບວິໄສທັດຂອງຕົນເອງໃນການດຳເນີນທຸລະກິດເພື່ອໃຫ້ມີການພັດທະນາ ແລະກ້າວມາເຖິງຈຸດນີ້ໄດ້ຍ້ອນພວກເຮົາເນັ້ນພັດທະນາທຸລະກິດໃຫ້ຍືນຍົງ, ສິນຄ້າໄດ້ມາດຕະຖານ ແລະມີຄຸນນະພາບຄຽງຄູ່ກັບການປະກອບສ່ວນຊ່ວຍເຫຼືອສັງຄົມແລະການໄດ້ຮັບລາງວັນທີ່ຊົງກຽດດັ່ງກ່າວເປັນແຮງຊຸກຍູ້ເຮັດໃຫ້ຕົນ ແລະຄອບຄົວສືບຕໍ່ດຳເນີນທຸລະກິດໃຫ້ຂະຫຍາຍຕົວຄຽງຄູ່ກັບການປະກອບສ່ວນຊ່ວຍເຫຼືອສັງຄົມຕາມທ່າແຮງ ແລະ ເງື່ອນໄຂຕື່ມອີກໃນອະ ນາຄົດຕໍ່ໜ້າ.

ພາບຂ່າວ:

___________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444