ຄກຊມດ ເປີດກອງປະຊຸມລະດັບສູງ ວ່າດ້ວຍສິດທິເດັກ

  ກອງປະຊຸມລະດັບສູງໃນໂອກາດວັນຄົບຮອບ 30 ປີ (20 ພະຈິກ 1989-20 ພະຈິກ 2019) ສົນທິສັນຍາວ່າດ້ວຍສິດທິເດັກ, ທີ່ຈັດຂຶ້ນໃນວັນທີ 11 ພະຈິກ ຢູ່ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະປະທານຮ່ວມຂອງທ່ານ ນາງ ກາຣິນ ຮຸນຊອບ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາພາກພື້ນອາຊີ ແລະປາຊິຟິກ, ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວຂອງແມ່ຍິງ ແລະ ແມ່ເດັກ (ຄກຊມດ); ມີບັນດາທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາ; ບັນດາຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກກະຊວງ-ອົງການ ແລະບັນດາແຂວງທົ່ວປະເທດຕົວແທນພາກທຸລະກິດເອກະຊົນ ແລະຕົວແທນເດັກ ແລະໄວໜຸ່ມເຂົ້າຮ່ວມ.

ສະໜັບສະໜຸນໂດຍ: HONDA

ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ກອງປະຊຸມລະດັບສູງກ່ຽວກັບສິດທິເດັກທີ່ດຳເນີນຢູ່ປະເທດຕ່າງໆໃນທົ່ວໂລກລັກສະນະນີ້ ແລະໃນໄລຍະນີ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຮ່ວມກັນຂອງປະຊາຊາດໃນໂລກທີ່ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ, ທັງເປັນການສ້າງເງື່ອນໄຂ ແລະຊຸກຍູ້ໃຫ້ປະເທດຕ່າງໆ ໄດ້ທົບທວນຄວາມຄືບໜ້າ, ເຫັນໄດ້ສິ່ງທ້າທາຍ ແລະຫຼຽວໃສ່ວິໄສທັດກໍຄືທິດທາງແຜນການໃນຕໍ່ໜ້າໃນການແກ້ໄຂບັນຫາ ແລະ ປະຕິບັດວຽກ ງານສິດທິເດັກເພື່ອອະນາຄົດຂອງເດັກກໍຄືການສ້າງຄົນທີ່ມີຄຸນນະພາບເພື່ອອານະຄົດທີ່ສົດໃສຂອງພວກເຮົາ.

  ຕະຫຼອດໄລຍະ 28 ປີທີ່ ສປປ ລາວ ເຂົ້າເປັນພາຄີຂອງສົນທິສັນຍາວ່າດ້ວຍສິດທິເດັກ, ລາວມີຄວາມພາກພູມໃຈທີ່ ສາມາດຍາດໄດ້ຜົນສໍາເລັດໃນການປົກປ້ອງ ແລະພັດທະນາເດັກນ້ອຍລາວບັນດາເຜົ່າເປັນກ້າວໆມາ, ໂດຍວຽກງານທີ່ເຮັດໄດ້ດີກໍລວມເຖິງການປົກປ້ອງສິດທິເດັກ,ການສະກັດກັ້ນ ແລະປາບປາມການຄ້າຂາຍເດັກ ແລະຄ້າປະເວນີເດັກ, ການກວດກາ ແລະປາບປາມການແຜ່ສື່ລາມົກອານາຈານກ່ຽວກັບເດັກ, ການປ້ອງກັນ, ຕ້ານ ແລະແກ້ໄຂບັນຫາການໃຊ້ຄວາມຮຸນແຮງຕໍ່ເດັກ, ການສົ່ງເສີມສິດແລະຜົນປະໂຫຍດຂອງເດັກ, ການລຶບລ້າງທຸກຮູບແບບຂອງການຈໍາແນກ ແລະການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ວຽກງານອື່ນໆທີ່ຕິດພັນກັບການປະຕິ ບັດພັນທະ ແລະສົນທິສັນຍາສາກົນກ່ຽວກັບເດັກ.

  ທ່ານນາຍົກກ່າວຕື່ມວ່າ: ເຖິງແມ່ນວ່າລາວຈະມີຜົນສໍາເລັດຫຼາຍດ້ານໃນວຽກງານປົກປ້ອງສິດ ແລະພັດທະນາເດັກກໍຕາມ, ແຕ່ກໍຍັງມີຫຼາຍບັນຫາທີ່ພົວພັນກັບສິດທິເດັກທີ່ຈະຕ້ອງສືບຕໍ່ປັບປຸງ ແລະແກ້ໄຂໂດຍສະເພາະບັນຫາຄົງຄ້າງກ່ຽວກັບຄວາມທຸກຍາກຂາດເຂີນ ແລະຂາດໂພຊະນາການຂອງເດັກ, ພາວະເດັກຂາດສານອາຫານ, ອັດຕາການເຂົ້າ ຮຽນໃນພາກການສຶກສາກ່ອນໄວຮຽນ ແລະການສຶກສາພາກບັງຄັບຕໍ່າກວ່າ ຄາດໝາຍ, ການນໍາໃຊ້ສື່ສັງຄົມອອນລາຍ ແລະຄວາມກ້າວໜ້າທາງດ້ານເຕັກໂນ ໂລຊີດິຈິຕອລທີ່ບໍ່ເປັນປະໂຫຍດ ຫຼື ໃນ ທາງທີ່ເສຍຫາຍຂອງເດັກ, ການເຄື່ອນ ໄຫວທີ່ພົວພັນກັນຢາເສບຕິດແລະບັນຫາ ອື່ນໆ ຄຽງຄູ່ກັນນີ້ ກໍຍັງມີຫຼາຍດ້ານທີ່ ຈະຕ້ອງໄດ້ກຽມຮັບມື ແລະຫາຫົນທາງ ແກ້ໄຂ ເປັນຕົ້ນແມ່ນບັນຫາງົບປະມານເພື່ອລົງທຶນເຂົ້າໃນວຽກງານປົກປ້ອງ ແລະພັດທະນາເດັກບໍ່ພຽງພໍ, ຄວາມຊິນເຄີຍ ແລະຄວາມເຊື່ອແບບຄອງເດີມທີ່ຫຼ້າຫຼັງຂອງປະຊາຊົນໃນເຂດຊົນນະບົດຫ່າງໄກສອກຫຼີກຈຳນວນໜຶ່ງຍັງປ່ຽນແປງໄດ້ຊ້າ, ຂະນະທີ່ພວກເຮົາພັດພວມຢືນຢູ່ໃນຈຸດທີ່ກົງລໍ້ແຫ່ງການປ່ຽນແປງກຳລັງໝູນໄປຢ່າງວ່ອງໄວ ແລະ ບໍ່ຢຸດຢັ້ງທັງດັງກ້ອງຜ່ານສື່ຕ່າງໆ ເພື່ອ ເຕືອນສະຕິໃຫ້ພວກເຮົາຕ້ອງຮີບຮ້ອນປັບໂຕໃຫ້ທັນກັບຍຸກສະໄໝໂດຍສະເພາະຍຸກອຸດສາຫະກໍາ 4.0, ຍຸກເຕັກໂນໂລຊີດິຈິຕອລ, ຍຸກປັນຍາປະດິດ ແລະອື່ນໆ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ການປ່ຽນແປງເຫຼົ່ານີ້ຈະນໍາເອົາທັງກາລະໂອກາດ ແລະສິ່ງທ້າທາຍໃໝ່ເຂົ້າມາໃນຊີວິດສັງຄົມທັງໃນປະຈຸບັນ ແລະອະນາຄົດ, ຈະເພີ່ມຄວາມສະຫຼັບຊັບຊ້ອນໃຫ້ແກ່ບັນຫາຕ່າງໆ ລວມທັງບັນຫາທີ່ພົວພັນກັບສິດທິເດັກຊຶ່ງລ້ວນແລ້ວແຕ່ຮຽກຮ້ອງໃຫ້ພວກເຮົາໂດຍສະເພາະການຈັດຕັ້ງ ແລະພະນັກງານທີ່ຮັບຜິດຊອບວຽກສິດທິເດັກຕ້ອງພັດ ທະນາຕົນເອງຢ່າງທັນການ ແລະບໍ່ຢຸດຢັ້ງເພື່ອຍົກສູງຄວາມສາມາດໃນການຄົ້ນຄວ້າ, ວິເຄາະ-ວິໄຈ, ມີວິໄສທັດທີ່ ຖືກຕ້ອງ, ກຳນົດທິດທາງທີ່ຊັດເຈນ ແລະວາງແຜນແທດກັບຕົວຈິງຈຶ່ງຈະຮັບປະກັນໃຫ້ແກ່ການປະຕິບັດວຽກງານສິດທິເດັກໃຫ້ມີປະສິດທິພາບ ແລະປະສິດທິຜົນໄດ້ໃນອະນາຄົດ.

  ໃນກອງປະຊຸມດັ່ງກ່າວຍັງໄດ້ມີການເຊັນສັນຍາຄວາມໝາຍໝັ້ນຂອງລັດຖະບານລາວຕໍ່ກັບສົນທິສັນຍາວ່າດ້ວຍສິດທິເດັກ.

____________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444