ຊາວບ້ານກະເປ ໄດ້ຊົມໃຊ້ນໍ້າລິນ

  ບ້ານກະເປ ເມືອງຕະໂອ້ຍ ແຂວງສາລະວັນ ເປັນບ້ານໜຶ່ງທີ່ໄດ້ທົດລອງຈັດຕັ້ງປະຕິບັດໂຄງການຍ່ອຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ທີ່ຊຸມຊົນເປັນຜູ້ດຳເນີນການກໍ່ສ້າງເອງ, ຊຶ່ງໄດ້ຈັດຕັ້ງປະຕິບັດໂຄງການສ້ອມແປງລະບົບນ້ຳລິນໄດ້ຮັບທຶນຈາກ ທລຍ 126 ລ້ານກວ່າກີບ ໃນຮອບວຽນທີ 16 ປີ 2019 ແລະ ໄດ້ລົງມືກໍ່ສ້າງໃນວັນທີ 29 ມີນາ ເຖິງເດືອນມິຖຸນາ 2019 ຈຶ່ງສຳເລັດ ແລະມີທຶນເຫຼືອຈາກການກໍ່ສ້າງເກືອບ 10 ລ້ານກີບ.

ສະໜັບສະໜຸນໂດຍ: HONDA

  ທ່ານ ອຳນຳ ຕາງໜ້າອຳນາດການປົກຄອງບ້ານໄດ້ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ແມ່ນມີຄວາມແຕກຕ່າງຫຼາຍ, ເນື່ອງຈາກປະຊາຊົນ, ຊຸມຊົນໄດ້ຮ່ວມມືກັນປະຕິບັດເອງເປັນເຈົ້າການບໍລິຫານ, ຈັດການທຶນ ແລະຄວບຄຸມການກໍ່ສ້າງຕ່າງໆດ້ວຍຊຸມຊົນເອງ,ທັງໄດ້ຮຽນຮູ້ແບບແຜນ,ວິທີການປະຕິບັດຕ່າງໆ, ນອກນັ້ນຍັງໄດ້ໃຊ້ກຳລັງຊາວໜຸ່ມພາຍໃນບ້ານ, ຄອບຄົວຜູ້ທຸກຍາກສຸມໃສ່ປະຕິບັດໜ້າວຽກຕ່າງໆ ໂດຍໄດ້ຮັບຄ່າແຮງງານ 50 ພັນກີບຕໍ່ມື້ແນໃສ່ກະຈາຍລາຍໄດ້ໃຫ້ແຕ່ລະຄອບຄົວພາຍໃນບ້ານ, ຊຶ່ງມີ 4 ໜ້າວຽກໃຫຍ່ຄື: ສ້ອມແປງຫົວງານ, ວຽກຕໍ່ທໍ່, ສ້ອມແປງອ່າງ-ສ້ອມແປງກັອກ ແລະອື່ນໆ.

  ໂຄງການສ້ອມແປງລະບົບນໍ້າລິນໄດ້ເລີ່ມລົງມືແຕ່ເດືອນມີນາຫາເດືອນກໍລະກົດ 2019 ຈຶ່ງສຳເລັດ ໂດຍໃຊ້ເວລາ 3 ເດືອນ, ໂດຍໄດ້ຮັບທຶນຈາກ ທລຍ 126 ລ້ານກວ່າກີບ ແລະຊຸມຊົນປະກອບສ່ວນ 2 ລ້ານກວ່າກີບ, ຜ່ານການຈັດຕັ້ງປະຕິບັດເຫັນໄດ້ວ່າມີຜົນສຳເລັດຫຼາຍດ້ານເປັນຕົ້ນ: ປະຊາຊົນໄດ້ຊົມໃຊ້ນ້ຳລິນທີ່ຕົນເອງເຮັດໄດ້ຢ່າງສະດວກສະບາຍ ແລະໄດ້ນຳໃຊ້ທຶນທັງໝົດ 117 ລ້ານກວ່າກີບ, ຊຶ່ງໃນນັ້ນຈ່າຍຄ່າວັດສະດຸ 87 ລ້ານກວ່າກີບ, ຈ່າຍຄ່າຊ່າງ 4 ລ້ານກວ່າກີບ, ຄ່າແຮງງານກຳມະກອນ 6,6 ລ້ານກີບ ແລະອື່ນໆ, ຫຼັງຈາກຫັກຄ່າຊິ້ນເປືອງຕ່າງໆທຶນຍັງເຫຼືອເກືອບ 9 ລ້ານກີບ ແລະຊຸມຊົນຈະຂໍສະເໜີນຳ ທລຍ ເພື່ອຂໍນຳໃຊ້ທຶນດັ່ງກ່າວສືບຕໍ່ຂະຫຍາຍກັອກນ້ຳລິນອີກຫຼາຍຈຸດ ແລະແຮໄວ້ເປັນກອງທຶນບ້ານເພື່ອສ້ອມແປງໃນເວລາທີ່ເປ່ເພ, ນອກນັ້ນບ້ານດັ່ງກ່າວຍັງໄດ້ສ້າງຕັ້ງກອງທຶນປົກປັກຮັກສາ, ມາ ຮອດປະ ຈຸບັນມີເງິນກອງທຶນ 1 ລ້ານກວ່າກີບ, ໂດຍໄດ້ເກັບນຳຄອບຄົວໜຶ່ງ 1.000 ກີບຕໍ່ເດືອນ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ບ້ານກະເປມີພົນລະເມືອງທັງໝົດ 681 ຄົນ, ຍິງ 337 ຄົນ, ມີ 78 ຫຼັງຄາ ເຮືອນ, ໃນນັ້ນມີ 6 ຄອບຄົວທຸກທີ່ສຸດ, ທຸກ 14 ຄອບຄົວ ແລະປານກາງ 44 ຄອບ ຄົວ, ບໍ່ທຸກ 14 ຄອບຄົວ, ອາຊີບຕົ້ນຕໍແມ່ນເຮັດໄຮ່ເຮັດນາ ແລະລ້ຽງສັດເປັນອາຊີບສຳຮອງ, ພາຍໃນບ້ານມີພື້ນຖານໂຄງລ່າງໜາແໜ້ນສົມຄວນ, ແຕ່ທຸກໆ ຄອບຄົວບໍ່ມີເຂົ້າກຸ້ມກິນຕະຫຼອດປີ, ສຳລັບນໍ້າລິນແຫ່ງນີ້ແມ່ນມີຄວາມສຳ ຄັນຕໍ່ກັບພໍ່ແມ່ປະຊາຊົນເນື່ອງຈາກໄດ້ຫຼຸດຜ່ອນແຮງງານແມ່ຍິງ ແລະເດັກນ້ອຍໃນການຕັກນໍ້າມາໃຊ້, ກິນ ແລະອື່ນໆ, ນອກນັ້ນຍັງໄດ້ໝູນໃຊ້ເຂົ້າໃນຊີວິດປະຈຳວັນເພື່ອໃຊ້ ແລະປູກພືດພັກຊະນິດອື່ນໆອີກດ້ວຍ.

------------

ຂຽນໂດຍວິໄລວອນ ສິດທິໄຊ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444