ຮ່ວມືພັດທະນາກະສິກຳຕ້ານແລ້ງ-ຕ້ານຖ້ວມ

 ບໍລິສັດສະຫວັນສົ່ງເສີມການຜະລິດເປັນສິນຄ້າ ຈໍາກັດ ຜູ້ດຽວ ກຸ່ມທະນາຄານພົງສະຫວັນໄດ້ລົງຊຸກຍູ້ພັດທະນາກະສິກໍາຂອງປະຊາຊົນບ້ານດົງຄໍາໝື່ນເມືອງຈໍາພອນ ແຂວງສະຫວັນນະເຂດ ໂດຍໄດ້ສະໜອງວັດຖຸອຸປະກອນ ແລະ ພາຫະນະກົນຈັກການຜະລິດໃຫ້ແກ່ກອງທຶນຊາວບ້ານທີ່ເອີ້ນກັນວ່າ (ກອງທຶນສາມັກຄີແນວລາວສ້າງຊາດບ້ານ) ຕົກເປັນມູນຄ່າ 1 ຕື້ກວ່າກີບ ເພື່ອນໍາໄປໃຫ້ກຸ່ມການຜະລິດຄອບຄົວປະຊາຊົນເຈົ້າຂອງເນື້ອທີ່ການຜະລິດທີ່ເຂົ້າຮ່ວມກັບໂຄງການເພື່ອການຜະລິດໃນນີ້ຜົນຜະລິດໃນເມື່ອ ອອກມາແມ່ນທາງບໍລິສັດຈະເກັບຊື້ຜົນຜະລິດກະສິກໍາຄືນຕາມມູນຄ່າລາຄາທີ່ເໝາະສົມ, ຈາກນັ້ນທາງບໍລິສັດຈະຝຶກ ອົບຮົມແນະນໍາໃຫ້ປະຊາຊົນໄດ້ຮຽນຮູ້ກ່ຽວກັບຫລັກວິຊາການຜະລິດເປັນສິນຄ້າແລະໃຫ້ບໍລິການກົນຈັກກະສິກໍາເປັນຕົ້ນ: ລົດໄຖນາ, ລົດກ່ຽວເຂົ້າ ແລະລົດບັນທຸກຈາກນີ້ກໍ່ຈະສະໜອງແນວພັນເຂົ້າ, ຝຸ່ນວິທະຍາສາດໃຫ້ປະຊາຊົນຕາມຄວາມຕ້ອງການຊຶ່ງປີນີ້ຈະປະຊາຊົນບ້ານດົງຄຳໝື່ນທໍາການຜະລິດນາແຊງ 30 ເຮັກຕາແລະປູກພືດ ແລະ ໝາກໄມ້ຕ່າງໆ 2 ເຮັກ ຕາ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ພິທີເຊັນສັນຍາຮ່ວມມືພັດທະນາກະສິກໍາຕ້ານແລ້ງ-ຕ້ານຖ້ວມ ໄດ້ຈັດຂຶ້ນໃນ ວັນທີ 5 ພະຈິກຜ່ານມາ ທີ່ຫ້ອງການ ບໍລິຫານກອງ ທຶນສາມັກຄີແນວລາວສ້າງ ຊາດບ້ານດົງຄໍາໝື່ນລະຫວ່າງ ທ່ານນາງ  ພູດາໄລ ລັດວິ ໄລວົງ ຜູ້ອໍານວຍການບໍ ລິສັດສະຫວັນສົ່ງເສີມການການຜະລິດເປັນສິນຄ້າຈໍາກັດຜູ້ດຽວກັບ ທ່ານ ພູມາລາ ອິນສີຊຽງໃໝ່ຮອງນາຍບ້ານດົງຄໍາໝື່ນ ທັງເປັນປະທານກອງທຶນສາມັກຄີແນວລາວສ້າງຊາດບ້ານໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສັນຕິພາບ ພົມວິຫານເຈົ້າແຂວງສະຫວັນນະເຂດ, ທ່ານອ໋ອດ ພົງສະຫວັນ ຮອງຫົວໜ້າຄະນະທີ່ປຶກສາກຸ່ມທະນາຄານພົງສະຫວັນ ແລະເປັນຜູ້ຮ່ວມງານດ້ານເສດຖະກິດ-ກົດໝາຍ, ທ່ານ ຄໍາລຸຍ ຍາດຕິວົງ ເຈົ້າເມືອງຈໍາພອນ ພ້ອມນີ້ກໍ່ມີພະແນກກະສິກໍາ ແລະປ່າໄມ້ແຂວງ, ແນວລາວສ້າງຊາດແຂວງ, ອໍານາດການປົກຄອງທ້ອງຖິ່ນ, ກຸ່ມການຜະລິດ ເຂົ້າ ຮ່ວມ.

  ໂຄງການຊຸກຍູ້ສົ່ງເສີມພັດທະນາກະສິກໍາເປັນສິນຄ້າທີ່ຕິດພັນກັບການທ່ອງທ່ຽວແມ່ນເປັນໂຄງການໜຶ່ງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍເລັ່ງໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນຊຶ່ງໂຄງການນີ້ແມ່ນໄດ້ຮັບການຊີ້ນໍາຈາກທ່ານປະທານສູນກາງແນວລາວສ້າງຊາດໃນການຕ້ານແລ້ງ,ຕ້ານຖ້ວມຊຶ່ງ ແມ່ນບໍລິສັດສະຫວັນສົ່ງເສີມການຜະລິດເປັນສິນຄ້າຈໍາກັດຮ່ວມສົ່ງເສີມກັບກຸ່ມການຜະລິດຂອງປະຊາຊົນທີ່ເອີ້ນກັນວ່າ: ໂຄງການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບການທ່ອງທ່ຽວ (ກອງທຶນສາມັກຄີແນວລາວສ້າງຊາດ) ໄດ້ຮ່ວມກັນເຊັນສັນຍາຮ່ວມມືພັດທະ ນາກະສິກໍາເປັນສິນຄ້າ ຊຶ່ງເປົ້າໝາຍ ແມ່ນເຮັດໃຫ້ປະຊາຊົນພາຍໃນບ້ານມີ ການຜະລິດທີ່ດີ ແລະເປັນທັນສະໄໝທັງ ເປັນການແກ້ໄຂຈາກສະພາບໄພນໍ້າຖ້ວມ ທີ່ຜ່ານມາ ຊຶ່ງເນັ້ນການຜະລິດເຂົ້ານາ ແຊງ ແລະການປູກພືດຜັກ ແລະ ໄມ້ໃຫ້ໝາກໂດຍໄດ້ກໍານົດ ແລະຈັດຕັ້ງປະຕິບັດໃນນະຄອນໄກສອນພົມວິຫານ, ເມືອງສອງຄອນ, ຈໍາພອນ, ໄຊພູທອງ ແລະເມືອງໄຊບູລີ ຊຶ່ງຈະສະໜອງແນວພັນເຂົ້າຈໍານວນ 1 ແສນໂຕນ, ຝຸ່ນວິທະຍາສາດ 300 ໂຕນ ແລະ ກົນຈັກການຜະລິດ 25 ຄັນ, ຕົກເປັນມູນຄ່າ 15.927 ລ້ານກີບຊຶ່ງກ່ອນໜ້ານີ້້ກອງທຶນສາມັກ ຄີແນວລາວສ້າງຊາດຮ່ວມກັບບໍລິສັດສະຫວັນສົ່ງເສີມການຜະລິດເປັນສິນຄ້າກໍ່ໄດ້ຈັດຕັ້ງປະຕິບັດດໍາເນີນການຊຸກຍູ້ການຜະລິດລະດູແລ້ງຂອງປະຊາຊົນບ້ານເວີນເໜືອ ເມືອງໄຊບູລີ ໂດຍໄດ້ສະໜອງລົດໄຖນາ 1 ຄັນ, ລົດກ່ຽວ ເຂົ້າ 1 ຄັນ, ແນວພັນ ແລະຝຸ່ນວິທະຍາສາດຈໍານວນໜຶ່ງ, ມີມູນຄ່າ 810 ລ້ານກີບ.

ສະໜັບສະໜຸນໂດຍ: HONDA

___________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444