ເຂື່ອນໄຟຟ້າເຊລະນອງ 1 ຈະເລີ່ມທົດລອງການຜະລິດໄຟຟ້າຕົ້ນປີໜ້າ ດຽວນີ້ສຳເລັດ 90%

  ໂຄງການເຂື່ອນໄຟຟ້າເຊລະນອງ 1 ຈະເລີ່ມທົດລອງການຜະລິດກະແສໄຟຟ້າພະລັງງານນໍ້າຈາກເຄື່ອງປັ່ນໄຟໜ່ວຍທີໜຶ່ງໃນເດືອນມັງກອນ 2020 ທີ່ຈະເຖິງນີ້ ພາຍຫຼັງທີ່ການຈັດຕັ້ງປະຕິບັດໂຄງການກໍ່ສ້າງເຂື່ອນດັ່ງກ່າວມີຄວາມຄືບໜ້າແລ້ວ 90% ຂອງແຜນການ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ໃນວັນທີ 5 ພະຈິກຜ່ານມານີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດພ້ອມຄະນະໄດ້ລົງຢ້ຽມຢາມ ແລະຕິດຕາມການກໍ່ສ້າງໂຄງການເຂື່ອນໄຟຟ້າເຊລະນອງ 1, ໃນໂອກາດນີ້ ທ່ານ ຊູຊິຫົວ (Zou Shihua) ຮອງຜູ້ຈັດ ການທົ່ວໄປຂອງໂຄງການກໍ່ໄດ້ລາຍງານໃຫ້ຮູ້ເຖິງຄວາມຄືບໜ້າໃນການຈັດຕັ້ງປະຕິບັດການກໍ່ສ້າງໂຄງການເຂື່ອນໄຟຟ້າເຊລະນອງ 1 ຊຶ່ງໃຫ້ຮູ້ວ່າ: ມາຮອດປະຈຸບັນໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 1 ແມ່ນສໍາເລັດແລ້ວ 90%, ໂດຍໄດ້

ມີການຕິດຕັ້ງເຄື່ອງປັ່ນໄຟສໍາເລັດແລ້ວ 1 ເຄື່ອງ (35 ເມກາວັດ) ແລະອີກ 1 ເຄື່ອງ (35 ເມກາວັດ) ແມ່ນກຳລັງດຳເນີນການຕິດຕັ້ງ; ຊຶ່ງຄາດວ່າຈະໃຫ້ສໍາເລັດ ແລະດໍາເນີນການທົດລອງຜະລິດກະແສໄຟຟ້າໃນເດືອນມັງກອນ ປີ 2020, ເຂື່ອນໄຟຟ້າແຫ່ງນີ້ພາຍຫຼັງດໍາເນີນການຜະລິດໄຟຟ້າຢ່າງເປັນທາງການແລ້ວຈະກາຍ ເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງກໍຄືບັນດາເມືອງທີ່ໂຄງການຕັ້ງຢູ່.

ສະໜັບສະໜຸນໂດຍ: HONDA

 ເຂື່ອນໄຟຟ້າເຊລະນອງ 1 ເປັນການລົງທຶນຂອງນັກທຸລະກິດ ສປ ຈີນ ຕັ້ງຢູ່ຕອນລຸ່ມຂອງນໍ້າເຊລະນອງຊຶ່ງເປັນສາຂາຂອງນ້ຳເຊບັ້ງຫຽງ, ຫ່າງຈາກເມືອງພີນປະ ມານ 42,8 ກິໂລແມັດ ແລະຫ່າງຈາກເທສະບານແຂວງສະຫວັນນະເຂດ 180 ກິໂລແມັດ, ລະດັບເກັບກັກນໍ້າຄວາມຈຸທີ່ກົງກັບລະດັບດັ່ງກ່າວແມ່ນ 881 ລ້ານແມັດກ້ອນ, ຈຸດສູງສຸດສັນເຂື່ອນ 64,5 ແມັດ, ການຜະລິດພະລັງງານໄຟຟ້າສະເລ່ຍຕໍ່ປີ 269,9 ລ້ານກິ ໂລວັດໂມງ (KWH), ໂຄງການກໍ່ສ້າງເຂື່ອນເຊລະນອງ 1 ມີມູນຄ່າການລົງທຶນປະມານ 151 ລ້ານໂດລາສະຫະລັດສາຍສົ່ງ 115 kv, ມີລວງຍາວ 32,8 km ເຊື່ອມຕໍ່ກັບສະຖານີເມືອງພີນມີໄລຍະສຳປະທານທັງໝົດ 30 ປີ.

---------------

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444