ລັດຖະບານໄດ້ອອກແຈ້ງການໃຫ້ສືບຕໍ່ການປະຕິບັດມາດຕະການຜ່ອນຜັນາດຕະການປ້ອງກັນຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະແຕ່ວັນທີ 1-31 ຕຸລາ2020 ໂດຍດ່ານແມ່ນຍັງຄົງໃຫ້ສືບຕໍ່ປິດສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ.

  ອີງຕາມຂໍ້ມູນແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບ ເລກທີ 1049/ຫສນຍ ລົງວັນທີ 30 ກັນຍາ 2020 ໃຫ້ຮູ້ວ່າ: ໃຫ້ສືບຕໍ່ປະຕິບັດມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຄືກັບມາດຕະການປະຕິບັດໃນເດືອນກັນຍາທີ່ ຜ່ານມາກໍ່ຄືສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນສຳລັບຂາເຂົ້າ-ອອກຂອງບຸກຄົນທົ່ວໄປແລະການຂົນສົ່ງສິນຄ້າ, ຍົກເວັ້ນບາງດ່ານປະເພນີ ຫຼືດ່ານທ້ອງຖິ່ນທີ່ໄດ້ຮັບອະນຸຍາດຈາກລັດຖະບານໃຫ້ລົດຂົນສົ່ງສິນຄ້າເຂົ້າ-ອອກໄດ້ສ່ວນດ່ານສາກົນສືບຕໍ່ປິດສຳລັບຄົນເຂົ້າ-ອອກຂອງບຸກຄົນທົ່ວໄປ, ຍົກເວັ້ນພົນລະເມືອງລາວ ແລະຊາວຕ່າງປະເທດທີ່ມີຄວາມຈຳເປັນຮີບດ່ວນໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດສ່ວນການຂົນສົ່ງສິນຄ້າຜ່ານດ່ານສາກົນແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ, ສືບຕໍ່ໂຈະການອອກວິຊ່າທ່ອງທ່ຽວ ແລະຢ້ຽມຢາມສຳລັບບຸກຄົນທີ່ເດີນທາງມາ ຫຼືຜ່ານປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ-19 ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ນັກລົງທຶນ, ວິຊາການ ແລະແຮງງານຕ່າງປະເທດທີ່ມີຄວາມຈຳເປັນຮີ່ວນສາມາດເຂົ້າປະຕິບັດວຽກຢູ່ສະຖານ  ທູດ, ບັນດາກິດຈະການ ແລະໂຄງການຕ່າງໆ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນຕາມຄຳແນະນຳຂອງຄະນະສະເພາະກິດຢ່າງເຂັ້ມງວດ.

  ນອກນັ້ນເຫັນດີອະນຸມັດໃຫ້ຈັດງານບຸນອອກພັນສາປະວໍລະນາປະຈຳປີ 2020 ມອບໃຫ້ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວສົມທົບພາກສ່ວນກ່ຽວ ຂ້ອງກະກຽມອອກຄຳແນະນຳກ່ຽວກັບການຈັດປະເພນີ ແລະງານດອງ, ເຫັນດີໃຫ້ເປີດການທ່ອງທ່ຽວເປັນກຸ່ມສຳລັບນັກທ່ອງທ່ຽວທີ່ມາຈາກປະເທດທີ່ບໍ່ມີການລະບາດພະຍາດໂຄວິດ-19,ເຫັນດີດ້ານຫຼັກການອະນຸຍາດໃຫ້ເກັບຄ່າໃຊ້ຈ່າຍພື້ນຖານທີ່ມີຄວາມຈຳເປັນໃນການກວດຫາເຊື້ອໂຄວິດ-19ໃຫ້ຄະນະສະເພາະກິດສົມທົບກັບພາກ ສ່ວນກ່ຽວຂ້ອງກຳນົດອັດຕາຄ່າບໍລິການກວດເຊື້ອຢ່າງເໝາະສົມເຫັນດີສືບຕໍ່ປຶກສາຫາລືກັບ ສສ ຫວຽດນາມ ແລະ ສປ ຈີນ ກ່ຽວກັບມາດຕະການໃນການປະຕິບັດຊ່ອງສີຂຽວ Fast Track, ເຫັນດີດ້ານຫຼັກການໃຫ້ເປີດຖ້ຽວການບິນເໝົາລຳສຳລັບປະເທດທີ່ບໍ່ມີການລະບາດໂຄວິດ-19 ແລະເຫັນດີດ້ານຫຼັກການຕໍ່ການສະເໜີປະຕິບັດມາດຕະການຜ່ອນຜັນການຈຳກັດບໍລິເວນສຳລັບຜູ້ທີ່ເດີນທາງມາຈາກຕ່າງປະເທດທີ່ບໍ່ມີການລະບາດພະຍາດໂຄວິດ-19.