ເອກະຊົນສືກສາກຽມຂຸດຄົ້ນແຮ່ຄຳ, ທອງ ແລະແຮ່ຕິດພັນ ທີ່ໄຊສົມບູນ

  ພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ເພື່ອຊອກຄົ້ນ, ສໍາຫຼວດ ແລະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ, ແຮ່ທອງ ແລະແຮ່ຕິດພັນ ຢູ່ເຂດບ້ານພູກະທະເມືອງຮົ່ມ ແຂວງໄຊສົມບູນ ລະຫວ່າງອົງການປົກຄອງແຂວງໄຊສົມບູນຊຶ່ງຕາງໜ້າເຊັນໂດຍພະແນກແຜນການ ແລະການລົງທຶນແຂວງກັບບໍລິສັດລາວຢູນນານຫວູຖ່ານຂວາງເຢຈໍາກັດຜູ້ດຽວຊຶ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ຕຸລານີ້ ທີ່ສະໂມສອນກອງບັນຊາການທະຫານແຂວງໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ພົຕ ຄໍາລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ, ມີທ່ານຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍແຮ່ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີປະທານສະພາປະຊາຊົນແຂວງ, ບັນດາຮອງເຈົ້າແຂວງ, ການນໍາເມືອງຮົ່ມ,ມີທ່ານ ທັງມ່ຽນ ຜູ້ອໍານວຍການບໍລິສັດ ຫວູຖ່ານຂວາງເຢ ຈໍາກັດຜູ້ດຽວພ້ອມດ້ວຍຫົວໜ້າພະແນກ-ຮອງພະແນກການ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ຈັນທະໝອມ ວົງສົມຈິດ, ຫົວໜ້າພະແນກແຜນການ ແລະການລົງທຶນແຂວງໄດ້ຂຶ້ນລາຍງານກ່ຽວກັບຂໍ້ມູນພື້ນຖານຂອງໂຄງການ ແລະເນື້ອໃນຂອງບົດບັນທຶກທີ່ຈະໄດ້ລົງນາມກັນຊຶ່ງໂຄງການດັ່ງກ່າວແມ່ນໂຄງການຊອກຄົ້ນ, ສໍາຫຼວດ ແລະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ, ແຮ່ທອງ ແລະແຮ່ຕິດພັນຢູ່ເຂດບ້ານພູກະທະເມືອງຮົ່ມແຂວງໄຊສົມບູນໃນເນື້ອທີ່ 74,12 ກິໂລແມັດ ຊຶ່ງໄລຍະເວລາຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ແມ່ນ 24 ເດືອນ ໃນນັ້ນ ໜ້າວຽກໂຄງການຂອງບໍລິສັດທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດຄື: ຊອກຄົ້ນ ແລະ ສຶກສາສໍາຫລວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ຂອງໂຄງການ ແລະສຶກສາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະທໍາມະຊາດເບື່ອງຕົ້ນໃນການຈັດຕັ້ງປະຕິບັດພັນທະແມ່ນທາງບໍລິສັດຕ້ອງປະກອບສ່ວນພັນທະຕ່າງໆ ເປັນຕົ້ນແມ່ນ ການຕິດຕາມ ແລະຄຸ້ມຄອງໂຄງການ ໃນໄລຍະຈັດຕັ້ງປະຕິບັດຂອງບົດບັນ ທຶກຄວາມເຂົ້າໃຈ ( MOU ) ທາງບໍລິ ສັດຕ້ອງລົງທຶນພັດທະນາສັງຄົມໃຫ້ ແຂວງ 15 ພັນໂດລາສະຫະລັດ/ປີ, ທຶນພັດທະນາທ້ອງຖິ່ນໃຫ້ເມືອງ ແລະບ້ານບ່ອນໂຄງການຕັ້ງຢູ່ 12 ພັນໂດລາສະຫະລັດ/ປີ, ທຶນຝຶກອົບຮົມດ້ານວິຊາການໃຫ້ແຂວງ 3 ພັນໂດລາສະຫະລັດ, ເງິນຕິດຕາມ ແລະຄຸ້ມຄອງ 5 ພັນໂດລາສະຫະລັດເງິນຕິດຕາມທາງດ້ານວິຊາການ 5 ພັນໂດລາສະຫະລັດ ແລະເງິນຕິດຕາມໃນການປົກປັກຮັກ ສາສິ່ງແວດລ້ອມ 5 ພັນໂດລາສະຫະລັດ.

  ໂອກາດດັ່ງກ່າວ ທ່ານ ພົຕ ຄໍາລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນໄດ້ມີຄໍາເຫັນໂອລົມຕໍ່ພິທີຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສໍາຄັນໃນການສ້າງ ສາພັດທະນາແຂວງໄຊສົມບູນພ້ອມນີ້ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດທີ່ໄດ້ປະກອບສ່ວນທຶນຮອນໃນການພັດທະນາແຂວງຂອງພວກເຮົາຊຶ່ງຈະເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງກໍຄືການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ.

  ຈາກນັ້ນທັງສອງຝ່າຍກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນລະຫວ່າງອົງການປົກຄອງແຂວງໄຊສົມບູນຊຶ່ງຕາງໜ້າໂດຍທ່ານ ຈັນທະໜອມ ວົງສົມຈິດຫົວໜ້າພະ ແນກແຜນການ ແລະການລົງທຶນແຂວງກັບທ່ານ ທັງມ່ຽນ ຜູ້ອໍານວຍການບໍລິສັດ ລາວຢູ່ນານ ຫວູຖ່ານຂວາງເຢ ຈໍາກັດຜູ້ດຽວ ໂດຍຊ້ອງໜ້າການນໍາກະຊວງ,ແຂວງ ແລະພະຍານທັງສອງຝ່າຍເປັນສັກຂີພິຍານພ້ອມນີ້ການນໍາເມືອງ ແລະພະແນກທີ່ກ່ຽວຂ້ອງຍັງຮ່ວມເຊັນບົດບັນທຶກຄວາມເຂົ້າໃຈກັບບໍລິສັດດັ່ງກ່າວຕື່ມອີກ.

-------------

ຂ່າວ: ນາງ ຕູດ ຄໍາພໍໃຈ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ