ຫຼວງພະບາງ ໄຂກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຂື້ນເປັນທາງການ

   ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກແຂວງຫຼວງພະບາງໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 2 ຕຸລາ2020 ນີ້ສະໂມສອນໃຫຍ່ ຫ້ອງວ່າການແຂວງ, ໂດຍໃຫ້ກຽດເຂົ້າຮ່ວມມີສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີພ້ອມດ້ວຍຜູ້ແທນສົມບູນ 264 ສະຫາຍ, ຍິງ 30 ສະຫາຍທີ່ເປັນຕົວແທນໃຫ້ສະມາຊິກພັກໃນທົ່ວແຂວງ 23.909 ສະຫາຍ ແລະຜູ້ແທນຮັບເຊີນເຂົ້າຮ່ວມ.

   ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນການພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຫຼວງພະບາງປະທານກອງປະຊຸມໄດ້ກ່າວໄຂກອງປະຊຸມພ້ອມທັງຜ່ານຮ່າງລາຍງານການເມືອງໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຄັ້ງນີ້ດຳເນີນພາຍໃຕ້ຄຳຂວັນ: “ຍົກສູງຄວາມສາມາດນໍາພາ ແລະຄວາມເປັນແບບຢ່າງນໍາໜ້າຕໍ່ສູ້ຂອງທົ່ວອົງຄະນະພັກ, ຂຸດຄົ້ນແລະເສີມຂະຫຍາຍຄວາມອາດສາມາດບົ່ມຊ້ອນ ແລະກຳລັງແຮງສັງລວມເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາຕາມແນວທາງ ປ່ຽນແປງໃໝ່ຂອງພັກ, ເຮັດໃຫ້ແຂວງຫຼວງພະບາງນັບມື້ນັບໜັກແໜ້ນ, ພັດທະນາຕໍ່ເນື່ອງ, ມີຄວາມຍືນຍົງກ້າວສູ່ທັນສະໄໝ ແລະຍຸຕິທຳໃນນັ້ນໄດ້ຍົກໃຫ້ເຫັນຜົນສຳເລັດຕະຫຼອດໄລຍະ 5 ປີແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີVII ຂອງອົງຄະນະພັກແຂວງ, ພາຍ ໃຕ້ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະພັກທຸກຂັ້ນບວກກັບຄວາມສາມັກຄີເປັນເອກະພາບຄວາມຕັ້ງໜ້າບຸກບືນ ແລະ ການເຊີດຊູນໍ້າໃຈເປັນເຈົ້າຂອງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະປະຊາຊົນບັນດາເຜົ່າເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ສັງ ຄົມສືບຕໍ່ມີຄວາມສະຫງົບ ແລະມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນກວ່າເກົ່າ, ປາກົດການຫຍໍ້ທໍ້ໃນສັງຄົມຫຼຸດລົງເປັນກ້າວໆ,ຍ້ອນຄະນະພັກໄດ້ຍຶດໝັ້ນ ແລະໄດ້ເອົາໃຈໃສ່ສຶກສາອົບຮົມປະຊາ ຊົນບັນດາເຜົ່າໃຫ້ເຊື່ອມຊຶມ ແລະເປັນເຈົ້າ ການເຂົ້າຮ່ວມປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຕິດພັນກັບການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ສ້າງພື້ນຖານໃຫ້ເສດຖະກິດຂອງແຂວງສືບຕໍ່ຂຫຍາຍຕົວຢ່າງຕໍ່ເນື່ອງຕາມທິດທີ່ກໍານົດໄວ້, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງນັບມື້ນັນດີຂຶ້ນ.

  ປະຈຸບັນປະຊາຊົນຫຼາຍທ້ອງຖິ່ນໄດ້ດຳເນີນການປູກຝັງ-ລ້ຽງສັດຕາມທ່າແຮງ ແລະ ມູນເຊື້ອຂອງແຕ່ລະຄອບຄົວ, ດ້ວຍການນຳໃຊ້ເຕັກນິກວິຊາການໃໝ່ເປັນຕົ້ນການລ້ຽງສັດແບບເປັນລັອກ, ເປັນຟາມ, ການທອມສັດໃຫຍ່ຕິດພັນກັບການປູກຫຍ້າລ້ຽງສັດ, ການປູກຜັກປອດສານພິດການປູກພືດຕົ້ນໄມ້ອຸດສາຫະກໍາ ແລະຕົ້ນໄມ້ໃຫ້ໝາກປະເພດຕ່າງໆ, ເຮັດໃຫ້ພວກເຮົາມີຜະລິດຕະພັນສິນຄ້າກະສິກໍາເພີ່ມຂຶ້ນເພື່ອບໍລິໂພກພາຍໃນ ແລະສົ່ງອອກຫຼາຍຂຶ້ນ, ພື້ນຖານໂຄງລ່າງແຕ່ລະດ້ານໄດ້ຮັບການປັບປຸງ ແລະສ້າງຂຶ້ນໃໝ່ຈຳນວນໜຶ່ງວຽກງານແຕ່ລະຂົງເຂດໄດ້ມີຜົນສໍາເລັດໃໝ່, ເຮັດໃຫ້ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 35.042 ຕື້ກີບ, ສະເລ່ຍ 7.008 ຕື້ກີບຕໍ່ປີ ອັດຕາການຂະ ຫຍາຍຕົວຂອງເສດຖະກິດເພີ່ມຂຶ້ນສະ ເລ່ຍ7,3% ຕໍ່ປີ, ສະເລ່ຍລາຍຮັບເພີ່ມ ຂຶ້ນຈາກ 13,9 ລ້ານກີບ ຫຼື 1.746 ໂດລາສະຫະລັດຕໍ່ຄົນໃນປີ 2016 ມາເປັນ 16,8 ກີບ ຫຼື2.110 ໂດລາສະຫະລັດຕໍ່ຄົນໃນປີ 2020, ທຽບໃສ່ແຜນການປະຕິບັດໄດ້ 90,87%.

  ຄະນະພັກແຕ່ລະຂັ້ນໄດ້ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດດ້ວຍຫຼາຍຮູບການທີ່ສອດຄ່ອງຢ່າງເປັນປົກກະຕິອັນໄດ້ເຮັດໃຫ້ສະຕິການເມືອງຂອງສະມາຊິກພັກ, ພະນັກງານ ແລະປະຊາຊົນສູງຂຶ້ນ; ໄດ້ດໍາເນີນການກໍ່ສ້າງພັກທາງດ້ານການຈັດຕັ້ງຢ່າງເປັນປົກກະຕິຕໍ່ເນື່ອງເຮັດໃຫ້ລະບົບການຈັດຕັ້ງ ແລະຖັນແຖວສະມາຊິກພັກມີຄວາມເຕີບໃຫຍ່ຂະຫຍາຍຕົວ,ມີຄວາມປອດໃສ, ເຂັ້ມແຂງແລະໜັກແໜ້ນ, ຈໍານວນໜ່ວຍພັກເພີ່ມຂຶ້ນ 92 ໜ່ວຍ, ສະມາຊິກພັກເພີ່ມຂຶ້ນ 3,592 ສະຫາຍ, ຕີລາຄາປະ ເພດສະມາຊິກພັກໄດ້ປະເພດແຂງກວມ 76,90%, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນກວມ 82,70%; ສັງລວມແລ້ວໃນການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງແມ່ນມີຜົນສໍາເລັດຫຼາຍດ້ານ, ມີຫຼາຍອັນແມ່ນສາມາດບັນລຸໄດ້ລື່ນຄາດໝາຍທີ່ວາງໄວ້ຊຶ່ງເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການກ້າວຂຶ້ນຂອງແຂວງຫຼວງພະບາງໃນອະນາຄົດ.

  ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການຜ່ານຮ່າງແຜນພດທະນາເສດຖະກິດ-ສັງຄົມ 5 ປີຄັງທີ່ IX ແຕ່ປີ 2021-2025 ຂອງແຂວງຫຼວງພະບາງ,ຮັບຟັງການປະກອບຄຳເຫັນຂອງຂະແໜງການ-ກົມກອງ ແລະບັນດາຕົວແບບແຕ່ລະດ້ານ,ພ້ອມທັງດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງາັກແຂວງຊຸດໃໝ່ເພື່ອເປັນຫຼັກແຫຼ່ງໃນການຊີ້ນຳ-ນຳພາການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງໃຫ້ມີຜົນສຳເລັດ, ຕອນທ້າຍກອງປະຊຸມຈະໄດ້ຮັບຟັງການມີຄຳເຫັນຊີ້ນຳຈາກສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີຕື່ມອີກ.