ສຳມະນາການນຳໃຊ້ເຕັກໂນໂລຊີສູ່ຍຸກເສດຖະກິດດິຈິຕອລ

  ວັນທີ 1 ຕຸລາ 2020, ກົມເຕັກໂນໂລຊີດິຈິຕອນ, ກະຊວງວິທະຍາສາດ ແລະເຕັກໂນໂລຊີໄດ້ຈັດກອງປະຊຸມສຳມະນາການນຳໃຊ້ເຕັກໂນໂລຊີດິຈິຕອນ “Digital Technology” ຢ່າງຖືກຕ້ອງ, ມີຄວາມປອດໄພສູງ ແລະການນຳໃຊ້ໂປຣແກຣມຄຸ້ມຄອງ-ບໍລິຫານລັດແບບທັນສະໄໝພາຍໃຕ້ການເປັນປະທານຂອງ ທ່ານ ຫຸມພັນ ອິນທະຣາ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາທ່ານຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ວິຊາການພາຍໃນກະຊວງວິທະຍາສາດ ແລະເຕັກໂນໂລຊີ ແລະບັນດາພະແນກວິທະຍາສາດ ແລະເຕັກໂນໂລຊີຂັ້ນທ້ອງຖິ່ນໂດຍຜ່ານລະບົບກອງປະຊຸມທາງໄກ (Video Conference).

   ຈຸດປະສົງຂອງການຈັດກອງປະຊຸມສຳມະນາໃນຄັ້ງນີ້ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງກ່ຽວກັບເຕັກໂນໂລຊີດິຈິຕອນໃນຍຸກ Digital 4.0 ຊຶ່ງລ້ວນແລ້ວແຕ່ເປັນການນຳໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນຂອງທຸກຄົນໃນຍຸກນີ້, ຊຶ່ງໃນປະຈຸບັນສັງຄົມຍັງບໍ່ທັນມີຄວາມເຂົ້າໃຈເລິກເຊິ່ງໃນການກ້າວເຂົ້າສູ່ຍຸກເສດຖະກິດດິຈິຕອນ ເຕັມຮູບແບບ ແລະຍັງໃຫ້ຄວາມສຳຄັນໜ້ອຍຫຼາຍການຮັກສາຄວາມປອດໄພຂອງຂໍ້ມູນສະນັ້ນການຈັດສຳມະນາຄັ້ງນີ້ຖືເປັນການເຜີຍແຜ່ ແລະສ້າງຄວາມເຂົ້າໃຈກ່ຽວ ກັບເຕັກໂນໂລຊີດີຈີຕອນໃນຍຸກ Digital 4.0 ໄດ້ຫຼາຍຂຶ້ນ.

  ຜູ້ເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້ໄດ້ຮັບຮູ້ກ່ຽວກັບສະພາບການພັດທະນາວຽກງງານເຕັກໂນໂລຊີດີຈີຕອນໃນປະຈຸບັນ, ຄວາມສຳຄັນຂອງການເຮັດທຸລະກຳທາງເອເລັກໂຕຣນິກຢ່າງຖືກຕ້ອງ ແລະປອດໄພໃນຍຸກເພື່ອກ້າວເຂົ້າສູ່ຍຸກເສດຖະກິດດິຈິຕ໋ອນເຕັມຮູບແບບ,ການນຳສະເໜີຜົນງານການຄົ້ນຄວ້າບັນດາໂປຣແກຣມຕ່າງໆເຊັ່ນ: e-Office, e-Personal, e-Inventory, e-Document ເພື່ອນຳໃຊ້ເຂົ້າໃນວຽກງານຕົວຈິງໃນການຍົກປະສິດທິພາບຂອງວຽກງານແນໃສ່ການຫັນເປັນທັນສະໄໝ, ການນຳສະເໜີການນຳໃຊ້ລະບົບອີເມວ ແລະລະບົບຄັງຂໍ້ມູນ (Cloud) ຂອງສູນ Data Center ໃຫ້ປອດໄພແລະອື່ນໆ. ນອກນັ້ນ,ຍັງໄດ້ຮັບຟັງການນຳສະເໜີກ່ຽວກັບບັນຫາຄວາມປອດໄພໃນຍຸກ Digital 4.0 (Digital Cyber Security) ແລະ ການນຳໃຊ້ສື່ສັງຄົມອອນລາຍ Social Media Apps ໃຫ້ເກີດປະໂຫຍດແລະມີຄວາມປອດໄພ, ຊຶ່ງທັງໝົດເຫຼົ່ານີ້ແມ່ນມີຄວາມສຳຄັນຕໍ່ທຸກຄົນໃນການດຳລົງຊີວິດປະຈຳວັ ລະມີບົດບາດຫຼາຍໃນສັງຄົມປະຈຸບັນຄຽງຄູ່ກັບການພັດທະນາ

---------------

ໜັງສືພິມເສດຖະກິດ-ສັງຄົມ