ສູນຄວບຄຸມວັນນະໂລກຫຼວງພະບາງຮັບລົດໃໝ່

 ສູນຄວບຄຸມວັນນະໂລກແຫ່ງຊາດໄດ້ມອບລົດໃຫຍ່ຍີ່ຫໍ້ຟອດແລນເຈີມູນຄ່າ 200 ລ້ານກວ່າກີບ ໃຫ້ສູນຄວບຄຸມວັນນະໂລກ ແຂວງຫຼວງພະບາງ ເພື່ອໃຫ້ແຂວງນໍາໃຊ້ເຂົ້າໃນວຽກງານການລົງເກັບກໍາຂໍ້ມູນ ແລະຮັບສົ່ງຄົນທີ່ເປັນວັນນະໂລກຢູ່ພາຍໃນແຂວງຫຼວງພະບາງໃຫ້ມີຄວາມສະດວກ ແລະວ່ອງໄວທັນການ.

  ພິທີມອບ-ຮັບລົດດັ່ງກ່າວຈັດຂຶ້ນໃນວັນທີ 2 ພະຈິກຜ່ານມາທີ່ພະແນກສາທາລະນະສຸກແຂວງໃຫ້ກຽດມອບລົດໂດຍທ່ານດຣ ນາງ ພອນນາລີ ຈິດຕະມະນີ ຫົວໜ້າສູນຄວບຄຸມວັນນະໂລກແຫ່ງຊາດ ແລະຮັບໂດຍທ່ານ ດຣ ຄໍາສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກ ແຂວງຫຼວງພະບາງ,ມີທ່ານ ຊາກຊີແບ ຊ່ຽວຊານປະຈໍາສູນຄວບຄຸມວັນນະໂລກ, ທ່ານດຣ ວິໂບນ ອີແອມ ຊ່ຽວຊານປະຈໍາຫ້ອງວິເຄາະສູນຄວບຄຸມວັນນະໂລກ, ມີຫົວໜ້າ, ຮອງຫົວໜ້າສູນຄວບຄຸມວັນນະໂລກແຂວງ ຫຼວງພະບາງພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ດຣ ນາງ ພອນນາລີ ຈິດຕະມະນີ ກ່າວວ່າ: ຈຸດປະສົງເປົ້າໝາຍຂອງການມອບແມ່ນເພື່ອໃຫ້ການເຮັດວຽກຂອງສູນຄວບຄຸມວັນນະໂລກແຂວງຫຼວງພະບາງໄດ້ມີພາຫະນະລົດໃຫຍ່ນໍາໃຊ້ເຂົ້າໃນວຽກງານນີ້ແນໃສ່ໃນການເດີນທາງໄປມາກໍຄືການໄປຮັບສົ່ງການກວດຫາເຊື້ອພະຍາດວັນນະໂລກລວມເຖິງການພົວພັນວຽກງານຕ່າງໆຂອງສູນຄວບຄຸມວັນນະໂລກແຂວງຫຼວງພະບາງກັບບັນດາແຂວງໃກ້ຄຽງໃຫ້ມີຄວາມສະດວກວ່ອງໄວຍິ່ງຂຶ້ນ ແລະໃນອະນາຄົດໃກ້ນີ້ຈະໄດ້ສ້າງຕຶກໃໝ່ຂອງສູນຄວບຄຸມ ວັນນະໂລກຕື່ມອີກຊຶ່ງໃນປະຈຸບັນແມ່ັງຢູ່ໃນຂັ້ນຕອນລະດົມທຶນເພື່ອມາກໍ່ສ້າງ. 

------------

ຂ່າວ: ສີສຸວັນ 

ຮູບພາບໜັງສືພິມເສດຖະກິດ-ສັງຄົມ