ລັດຢືນຢັນອະຫິວາໝູລະບາດຢູ່ 7 ບ້ານສາລະວັນໝູຕາຍແລ້ວເກືອບພັນ

 ການລະບາດຂອງພະຍາດອະຫິວາໝູ ຢູ່ 7 ບ້ານຂອງເມືອງຕຸ້ມລານ ແຂວງສາລະວັນ, ພຽງໄລຍະເວລາບໍ່ເຖິງເດືອນເຮັດໃຫ້ໝູຕາຍແລ້ວເກືອບພັນໂຕ, ຂະ ນະທີ່ກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກມາແຈ້ງການເລັ່ງເຝົ້າລະວັງ ແລະ ສະກັດກັ້ນ, ຫ້າມບໍ່ໃຫ້ມີການເຄື່ອນຍ້າຍເພື່ອບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດອອກສູ່ເມືອງອື່ນ, ພ້ອມທັງເນັ້ນໃຫ້ທ້ອງຖິ່ນໂຄສະນາເຜີຍແຜ່ຜົນຮ້າຍ ແລະ ວິທີການປ້ອງກັນໃຫ້ແກ່ປະຊາຊົນຢ່າງຖືກວິທີ. 

 ຕໍ່ສະພາບດັ່ງກ່າວ ແລະແຈ້ງການສະບັບນີ້, ທີມຂ່າວເສດຖະກິດ-ສັງຄົມໄດ້ມີໂອກາດສຳພາດທ່ານ ສີແສງ ຂຸນສີ ຮອງຫົວໜ້າກົມລ້ຽງສັດ ແລະການປະມົງກະຊວງກະສັດ ແລະປ່າໄມ້ຜ່ານທາງໂທລະສັບຈຶ່ງໄດ້ຮູ້ວ່າ: ການລະບາດຂອງພະຍາດອະຫິວາໝູໃນແຂວງສາລະວັນ ຄັ້ງນີ້ໄດ້ກວດພົບຈຳນວນ 8 ຕົວຢ່າງໃນວັນທີ 17 ມິຖຸນາ ອັນສົ່ງຜົນໃຫ້ໝູຂອງປະຊາຊົນລົ້ມຕາຍແລ້ວ 9 ຮ້ອຍກວ່າໂຕໃນຈຳນວນ 7 ບ້ານ ຂອງເມືອງຕຸ້ມລານ, ປະກອບມີບ້ານສາມັກຄີໄຊ, ດິນ ດາກ, ໂພນງາມ, ແກ້ງຮັງ, ນາລະຈາງ, ຫ້ວຍຫວ້າ ແລະບ້ານນາຮ່ອງໃຫຍ່ໂດຍສາເຫດຫຼັກເກີດຈາກຮ້ານອາຫານຂອງຄົນຫວຽດນາມໃນເຂດນັ້ນໄດ້ລັກລອບ ນຳຜະລິດຕະພັນໝູເຂົ້າມາປຸງແຕ່ງ ແລະໄດ້ນຳເສດອາຫານໄປເກືອໝູຈຶ່ງເຮັດໃຫ້ການລະບາດຂອງພະຍາດດັ່ງກ່າວແຜ່ລາມໄວ ແລະ ເພື່ອເປັນຄວບຄຸມກາ ນສະກັດກັ້ນ, ກົມໄດ້ແຈ້ງໃຫ້ທ້ອງຖິ່ນຕັ້ງຈຸດດ່ານກວດກາສັດຕະວະແພດຊົ່ວຄາວ ກວດຢືດໝູ ແລະຜະລິດຕະພັນໝູທີ່ເຄື່ອນຍ້າຍຈາກເຂດລະບາດພ້ອມທັງຈັດຕັ້ງສິດພົ່ນຢາຂ້າເຊື້ອພະຫະນະທີ່ອອກຈາກເຂດດັ່ງກ່າວເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລາມໄປສູ່ບ້ານອື່ນ ຫຼື ສະຖານທີ່ອື່ນ, ລວມທັງໃຫ້ຈັດຕັ້ງກັນລົງໂຄສະນາເຜີຍແຜ່ໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບຄວາມອັນຕະລາຍຮ້າຍແຮງຂອງພະຍາດໃຫ້ແກ່ປະຊາຊົນພາຍໃນບ້ານ ແລະ ບ້ານອ້ອມຂ້າງແນໃສ່ຊຸກຍູ້ລະດົມໃຫ້ເຂົາເຈົ້າສະໝັກໃຈເຂົ້າຮ່ວມປະຕິບັດມາດຕະການຕອບໂຕ້ພະຍາດທີ່ລັດວາງອອກຢ່າງພ້ອມພຽງ.

  ທ່ານ ສີແສງ ຂຸນສີ ໃຫ້ຮູ້ອີກວ່າ: ໃນການຢັບຢັ້ງເຊື້ອພະຍາດດັ່ງກ່າວຫາກຖືກແທ້ແມ່ນຂ້າທຳລາຍໝູທັງໝົດຖິ້ມ, ແຕ່ເນື່ອງຈາກວ່າລັດຖະບານລາວບໍ່ມີ ງົບພຽງພໍທີ່ຈະຊົດເຊີຍຄືນໃຫ້ກັບພໍ່ແມ່ປະຊາຊົນ, ດັ່ງນັ້ນສິ່ງທີ່ເຮັດໄດ້ໃນຕອນນີ້ພຽງແຕ່ຊຸກຍູ້ລະດົມໃຫ້ປະຊາຊົນ ແລະ ນຳພາຂ້າທຳລາຍໝູທີ່ຕິດເຊື້ອ ຫຼື ສ່ຽງຕໍ່ການຕິດເຊື້ອເປັນວົງແຄບຢູ່ຄອບຄົວຂອງເຂົາເຈົ້າ ຫຼືຄອບຄົວໃກ້ຄຽງທີ່ສ່ຽງ ຫຼືໄດ້ຮັບຜົນກະທົບດ້ວຍຄວາມສະໝັກໃຈເພື່ອຕັດວົງຈອນຂອງເຊື້ອພະ ຍາດ ແລະກຳຈັດໝູຕາຍ ແລະໝູຖືກຂ້າດ້ວຍການເຜົາ ຫຼື ຝັງໃຫ້ຖືກຕ້ອງຕາມຫຼັກວິຊາການ, ບໍ່ໃຫ້ນຳເອົາໝູທີ່ເຈັບ ຫຼື ຕາຍໄປບໍລິໂພກ, ຖີ້ມລົງຫ້ວຍນ້ຳລຳເຊ ຫຼື ຕາມທຳມະຊາດຢ່າງເດັດຂາດ, ພ້ອມດຽວກັນນັ້ນກໍໃຫ້ນຳພາປະຊາຊົນເຮັດອະນາໄມ ແລະຂ້າເຊື້ອຄອກສັດໂດຍການສິດພົ່ນຢາຂ້າເຊື້ອ ຫຼື ໂຮຍປູນຂາວໃຫ້ທົ່ວເຖິງໃນບໍລິເວນບ້ານທີ່ໝູອາໄສຢູ່ ຫຼື ບ່ອນທີ່ໝູຍ່າງໄປມາແຕ່ລະມື້.

ຂຽນໂດຍ: ພິມພອນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ