ນາຍົກ ຮັບລາງວັນກຽດຕິຄຸນຈາກສະຖາບັນຍຸດທະສາດຄິງສະລີ

 ຕອນຄໍ່າຂອງວັນທີ 23 ມິຖຸນາ 2019 ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ທີ່ບາງກອກ, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເປັນກຽດເຂົ້າຮ່ວມງານລ້ຽງຈັດໂດຍສະຖາບັນຍຸດທະສາດຄິງສະລີຂອງມາເລເຊຍ, ສະຖາບັນສ້າງຊາດປະເທດໄທ, ຫ້ອງການເສດຖະກິດ-ການຄ້າຮົງກົງ ແລະພາກສ່ວນກ່ຽວຂ້ອງເພື່ອຮັບລາງວັນກຽດຕິຄຸນ (Distinguished ASEAN Lifetime Achievement Award) ອັນສູງສົ່ງ ໜຶ່ງຂອງອາຊຽນໂດຍຍ້ອງຍໍສະເພາະລະດັບຜູ້ນຳອາຊຽນທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ ແລະປະ ກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ. ໃນໂອກາດດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີໄດ້ຂຶ້ນກ່າວຄວາມຮູ້ສຶກທີ່ໄດ້ຮັບກຽດຢ່າງສູງທີ່ສະຖາບັນຍຸດທະສາດຄິງສະລີ ແລະພາກສ່ວນກ່ຽວຂ້ອງໄດ້ເຊີນເຂົ້າຮ່ວມງານລ້ຽງ ແລະມອບລາງວັນກຽດຕິຄຸນນີ້ຊຶ່ງມີຄວາມໝາຍບໍ່ສະເພາະແຕ່ຕໍ່ຂ້າພະເຈົ້າ ແຕ່ຍັງຕໍ່ກັບປະຊາຊົນລາວນຳອີກໂດຍສະແດງເຖິງການຮັບຮູ້ຜົນງານການປະກອບສ່ວນອັນເລັກນ້ອຍເຂົ້າໃນການພັດທະນາລວມຂອງພາກພື້ນກໍ່ຄືການຫຼຸດຜ່ອນລະດັບຄວາມແຕກໂຕນດ້ານການພັດທະນາຂອງອາຊຽນ, ໃນນີ້, ຍັງໄດ້ຕີລາຄາສູງຕໍ່ບົດບາດສໍາຄັນຂອງສະຖາບັນຍຸດທະສາດຄິງສະລີທີ່ໄດ້ສົ່ງເສີມການຮ່ວມມືຢ່າງໃກ້ຊິດ, ເປັນຂົວຕໍ່ທີ່ສໍາຄັນລະຫວ່າງພາກລັດ ແລະເອກະຊົນໃນພາກພື້ນທີ່ສະຖາບັນໄດ້ສະໜອງບັນດາຂໍ້ສະເໜີແນະທາງດ້ານນະໂຍບາຍທີ່ມີລັກ ສະນະຍຸດທະສາດຕໍ່ພາກລັດ ແລະໃຫ້ຄຳປຶກສາແກ່ພາກທຸລະກິດເພື່ອຊຸກຍູ້ໃຫ້ການພົວພັນລະຫວ່າງພາກລັດ ແລະເອກະຊົນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

  ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີຍັງໄດ້ມີຄຳເຫັນວ່າ ສປປ ລາວ ຈະສືບຕໍ່ສຸມໃສ່ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະການລົງທຶນດ້ວຍການປັບປຸງລະບຽບກົດໝາຍ ແລະ ກົນໄກໃຫ້ມີຄວາມສອດຄອງຂຶ້ນ ແລະຫັນໄປສູ່ການເປັນທັນສະໄໝເທື່ອລະກ້າວ.

  ທ້າຍສຸດກໍ່ໄດ້ສະແດງຄວາມຂອບໃຈໂດຍສະເພາະທ່ານ ໄມເຄີນໂຢ, ປະທານສະຖາບັນຍຸດທະສາດຄິງສະລີ ແລະ ສະແດງຄວາມຊົມເຊີຍ ທ່ານ ອານັນ ປັນ ຍາລາຊຸນອາດີດນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທທີ່ໄດ້ຮັບລາງວັນກຽດຕິຄຸນໃນມື້ດຽວກັນ. 

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ