ສອງທະນາຄານລາວ-ໄທ ຈັດສຳມະນາການນຳໃຊ້ຄິວອາໂຄຣດ

   ວັນທີ 21 ມິຖຸນາ 2019 ທີ່ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມຫົວຂໍ້ບົດຮຽນການສ້າງມາດຕະ ຖານ QR Code ຂອງປະເທດໄທໂດຍເຂົ້າຮ່ວມມີທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ບັນຊາ ມະນຸນ ກຸນໄຊ ຜູ້ອຳນວຍການອາວຸໂສກົມຄຸ້ມຄອງລະບົບຊຳລະສະສາງທະນາຄານແຫ່ງປະເທດໄທ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

  ສືບເນື່ອງຈາກການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງທະນາຄານແຫ່ງ ສປປ ລາວ ແລະທະນາຄານແຫ່ງປະເທດໄທສະບັບລົງວັນທີ່ 4 ເມສາ 2019 ທີ່ຊຽງລາຍປະເທດໄທ,ທະນາຄານແຫ່ງ ສປປ ລາວ ກໍ່ຄືກົມຊຳລະສະສາງໃນນາມຜູ້ຮັບຜິດຊອບຕົ້ນຕໍ່ໃນການຄົ້ນຄວ້າສ້າງມາດຕະຖານ QR Code ໄດ້ຂຶ້ນແຜນການເຮັດວຽກໂດຍໄດ້ເຊີນທະນາຄານແຫ່ງປະເທດໄທ ແລະພາກສ່ວນກ່ຽວຂ້ອງມາຈັດກອງປະຊຸມສຳມະນາໃຫ້ຄວາມຮູ້ແກ່ຄະນະຮັບຜິດຊອບ ແລະພາກສ່ວນທີ່ກ່ຽວຂ້ອງເພື່ອຖອດຖອນເອົາບົດຮຽນດັ່ງກ່າວນຳໃຊ້ເຂົ້າໃນການສ້າງມາດຕະຖານ QR Code.

  ໃນກອງປະຊຸມຄັ້ງນີ້ຍັງມີຊ່ຽວຊານຈຳນວນໜຶ່ງທີ່ມາຈາກປະເທດໄທ, ບໍລິສັດ ITMX. ທະນາຄານກະສິກອນໄທ ແລະພາກສ່ວນອື່ນໆທີ່ກ່ຽວຂ້ອງກັບການສ້າງມາດຕະຖານ QR Code ຢູ່ປະເທດໄທ. ດັ່ງນັ້ນການສຳມະນາຄັ້ງຖືເປັນວາລະສຳຄັນຈະຊ່ວຍສ້າງຊ່ອງທາງໃນການເກັບລ່າຍຮັບ ແລະຄຸ້ມຄອງລ່າຍຈ່າຍງົບປະມານໃຫ້ແກ່ລັດຖະບານ.  ສະນັ້ນນອກຈາກຂະແໜງການທະນາຄານແລ້ວຍັງຈະເຊີນພາກສ່ວນທີ່ກ່ຽວຂ້ອງມາຮ່ວມສຳມະນາເພື່ອສ້າງຄວາມເຂົ້າໃຈໃນການສ້າງມາດຕະຖານ QR Code ຮ່ວມກັນ.

ຂຽນໂດຍ: ບຸນນິກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ