ນາຍົກ ເນັ້ນໃຫ້ສະມາຄົມນັກທຸລະກິດແມ່ຍິງລາວ ແກ້ໄຂຫຼາຍບັນຫາ

  ວັນທີ 26 ກໍລະກົດຜ່ານມາທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມພົບປະສ້າງແຮງຈູງໃຈໃນການດຳເນີນທຸລະກິດຂອງແມ່ຍິງລາວເພື່ອກ້າວໃຫ້ທັນຍົກ    ດີຈີຕອລ ແລະບໍ່ຖິ້ມຜູ້ໃດໄວ້ທາງຫຼັງໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ມີບັນດາລັດຖະມົນຕີ ແລະພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດສະມາຊິກສະມາຄົມນັກທຸລະກິດແມ່ຍິງທົ່ວປະເທດເຂົ້າຮ່ວມ.

ທ່ານນາງ ຈັນທະຈອນ ວົງໄຊ ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນຄັ້ງທຳອິດທີ່ພວກເຮົາໄດ້ເຊີນຄະນະ ແລະສະມາຊິກ ສທຍລ ແລະຜູ້ປະກອບການແມ່ຍິງໃນຂອບເຂດທ່ົວປະເທດເຂົ້າຮ່ວມ ແລະ ເຊີນບັນດາທ່ານການນຳທີ່ເປັນເພດຍິງຈາກບັນດາກະຊວງ, ອົງການຂອງພາກລັດເຂົ້າມາຮ່ວມຮັບຟັງຜົນງານການເຄື່ອນ ໄຫວຂອງຄະນະ ແລະສະມາຊິກ ສທຍລ ພວກເຮົາໃນການຂະຫຍາຍ, ພັດທະນາທຸລະກິດຂອງຕົນ, ພ້ອມກັນພັດທະນາສະມາຄົມ ແລະປະກອບສ່ວນພັດທະ ນາ ແລະຊ່ວຍເຫຼືອສັງຄົມຕະຫຼອດ 6 ເດືອນຕົ້ນປີທີ່ຜ່ານມາ ແລະ ພ້ອມກັນເອກະພາບເອົາແຜນການ 6 ເດືອນ ທ້າຍປີ 2019 ເພື່ອສືບຕໍ່ນຳໄປຈັດຕັ້ງປະຕິບັດ, ພ້ອມນີ້ກໍໄດ້ມີໂອກາດແລກປ່ຽນຄວາມຮູ້ ແລະປະສົບການທາງດ້ານທຸລະກິດໃນຫົວຂໍ້ຕ່າງໆກັບນັກທຸລະກິດແມ່ຍິງລາວພວກເຮົາ.

  ດັ່ງບັນດາທ່ານໄດ້ຮັບຮູ້ແລ້ວວ່າສະມາຄົມພວກເຮົາຂຶ້ນຊື່ວ່າເປັນອົງການຈັດຕັ້ງສັງຄົມທີ່ບໍ່ຫວັງຜົນກຳໄລ, ຈຸດປະສົງຕົ້ນຕໍຂອງການສ້າງຕັ້ງຂຶ້ນແມ່ນເພື່ອສືບຕໍ່ຊຸກຍູ້, ສົ່ງເສີມ, ເອື້ອອຳນວຍຄວາມສະ ດວກໃຫ້ສະມາຊິກ ແລະຜູ້ປະກອບການ ແມ່ຍິງລາວທັງໝົດໃນຂອບເຂດທົ່ວປະ ເທດໄດ້ດຳເນີນທຸລະກິດຂອງຕົນໃຫ້ສະ ດວກ ແລະງ່າຍຂຶ້ນ, ບົນພື້ນຖານຕາມ ແນວທາງນະໂຍບາຍຂອງພັກ ແລະລະ ບຽບກົດໝາຍຂອງລັດ, ມື້ນີ້ເຖິງເວລາ ແລ້ວທີ່ນັກທຸລະກິດ ແລະຜູ້ປະກອບການ ແມ່ຍິງລາວພວກເຮົາທຸກຄົນຈະຕ້ອງ ພ້ອມກັນສ້າງແຮງຈູງໃຈເຊິ່ງກັນ ແລະ ກັນໃນການດຳເນີນທຸລະກິດຂອງຕົນໃຫ້ ກາຍເປັນກ້ອນກຳລັງອັນແຂງແກ່ນຂອງຊາດກ້າວເດີນໄປພ້ອມກັນໂດຍບໍ່ຖິ້ມຜູ້ໃດໄວ້ທາງຫຼັງ, ໄປພ້ອມກັບຂະບວນການແຂ່ງຂັນຮັກຊາດ ແລະພັດທະນາທີ່ພັກ-ລັດຖະບານວາງອອກ.

 ດັ່ງນັ້ນນອກຈາກຈະໄດ້ເຫັນຜົນງານຂອງພວກເຮົາແລ້ວໃນກອງປະຊຸມດ່ັງກ່າວນີ້ບັນດາທ່ານຍັງຈະໄດ້ຮັບຟັງການສຳມະນາໃນຫຼາຍໆຫົວຂໍ້ເປັນຕົ້ນພາກເຊົ້ານີ້ພວກເຮົາຈະໄດ້ຟັງສຳມະນາແລກ ປ່ຽນບົດຮຽນເຊ່ິງກັນ ແລະກັນກ່ຽວກັບການກະກຽມເພື່ອຮອງຮັບການປ່ຽນແປງໃນການດຳເນີນທຸລະກິດຕາມຍຸກ 4.0, ຈາກຄະນະວິທະຍາດກອນລຸ້ນໃໝ່ໃນພາກບ່າຍພວກເຮົາຈະໄດ້ຮັບຟັງການສົນທະນາຈາກຜູ້ມີປະສົບການ ແລະປະສົບຜົນສຳເລັດໃນດ້ານທຸລະກິດຂອງເພິ່ນໃນ 3 ຫົວຂໍ້ໃຫຍ່ດັ່ງນີ້:

  ຫົວຂໍ້: ການແກ້ໄຂວິກິດການໃນການດຳເນີນທຸລະກິດ, ການສ້າງແຮງຈູງໃຈໃນການດຳເນີນທຸລະກິດຂອງແມ່ຍິງ, ການເຂົ້າຫາແຫຼ່ງທຶນ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວທ່ານ ທອງລຸນ ສີສຸລິດ ກໍໄດ້ກ່າວໂອ້ລົມກ່ອນອື່ນໝົດທ່ານກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ນັກທຸລະກິດຍິງຍາດມາໄດ້ໃນໄລຍະຜ່ານມາພ້ອມດຽວກັນນັ້ນຍັງໄດ້ເນັ້ນໜັກຫຼາຍບັນຫາໃຫ້ສະມາຄົມນັກທຸລະກິດແມ່ຍິງລາວສືບຕໍ່ແກ້ໄຂເປັນຕົ້ນແມ່ນໃຫ້ເອົາຄວາມອ່ອນ ໂຍນມາສ້າງເປັນຈຸດແຂງ, ແມ່ຍິງຕ້ອງບຸກບືນສ້າງເຂັ້ມແຂງໃນການພັດທະນາຕົນເອງທຸລະກິດກໍຄືການພັດທະນາປະເທດຊາດ, ສືບຕໍ່ຫັນສູ່ການຜະລິດກະສິ ກຳໃຫ້ຫຼາຍຂຶ້ນພ້ອມທັງຫັນລົງສູ່ການສົ່ງເສີມການຜະລິດກະສິກຳຂອງປະຊາຊົນຢູ່ເຂດຊົນນະບົດໃຫ້ຫຼາຍຂຶ້ນເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນເທື່ອລະ ກ້າວ.

-------------------------

ໜັງສືພີມເສດຖະກິດ-ສັງຄົມ