ທົ່ວປະເທດເສຍຊີວິດເກືອບ 40 ຄົນແລ້ວຍ້ອນໄຂ້ຍຸງ ຕິດເຊື້ອ 16,6 ພັນຄົນ

  ປະຈຸບັນການລະບາດຂອງພະຍາດໄຂ້ຍຸງລາຍໃນທົ່ວປະເທດຍັງສືບຕໍ່ເພີ່ມຂຶ້ນມີຜູ້ຕິດເຊື້ອທັງໝົດ 16.691 ກໍລະນີ ແລະມີຜູ້ເສຍຊີວິດ37 ຄົນ ໃນນັ້ນນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເປັນອັນດັບໜຶ່ງ, ຮອງມາແມ່ນຈໍາປາສັກ ແລະສະຫວັນນະເຂດກະຊວງສາທາລະນະສຸກໄດ້ຮຽກຮ້ອງໃຫ້ປະຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດໃຫ້ເອົາໃຈໃສ່ປ້ອງກັນຕົນເອງ ແລະມີສ່ວນຮ່ວມກັບອຳນາດການປົກຄອງບ້ານ, ເມືອງ, ແຂວງໃນການກຳຈັດແຫຼ່ງເພາະພັນຍຸງລາຍ.  

  ຕາມຕາຕະລາງສະສົມຈໍານວນກໍລະນີ ແລະເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍຂອງກະຊວງສາທາລະນະສຸກສະບັບລ້າສຸດໃນວັນທີ 24 ກໍລະກົດ 2019 ໃຫ້ເຫັນວ່າ: ພະຍາດໄຂ້ຍຸງລາຍໄດ້ມີການລະບາດເກີດຂຶ້ນເປັນວົງກວ້າງສົ່ງຜົນໃຫ້ມີກໍລະນີຄົນເຈັບເພີ່ມຂຶ້ນ ແລະ ອັດຕາການເສຍຊີວິດກໍເພີ່ມຂຶ້ນເຊັ່ນກັນ. ປະຈຸບັນມີຜູ້ເປັນໄຂ້ຍຸງລາຍທັງໝົດ 16.691 ຄົນ, ເສຍຊີວິດແລ້ວ 37 ຄົນ, ນັບແຕ່ວັນທີ 29 ເດືອນທັນວາ 2018 ຫາ ວັນທີ 24 ກໍລະກົດ 2019, ນະຄອນຫຼວງວຽງຈັນ ເປັນອັນ ດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 3.462 ກໍລະນີ ເສຍຊີວິດຄົນ; ຈຳປາສັກ 2.779 ກໍລະນີ ເສຍຊີວິດ 5 ຄົນ; ສະຫວັນນະເຂດ 2.742 ກໍລະນີ ເສຍຊີວິດ 12 ຄົນ; ສາລະວັນ 2.215 ກໍລະນີ ເສຍຊີວິດ 3 ຄົນ; ຄໍາມ່ວນ 1.697 ກໍລະນີ ເສຍຊີວິດ 4 ຄົນ;

  ອັດຕະປື 921 ກໍລະນີ ເສຍຊີວິດ 2 ຄົນ; ບໍລິຄໍາໄຊ 673 ກໍລະນີ ເສຍຊີວິດ 2; ຫຼວງນໍ້າທາ 477 ກໍລະນີ; ແຂວງວຽງ ຈັນ 583 ກໍລະນີ; ເຊກອງ316 ກໍລະ ນີ; ໄຊຍະບູລີ 338 ກໍລະນີ ເສຍຊີວິດ 1 ຄົນ; ຫຼວງພະບາງ 191 ກໍລະນີ; ໄຊສົມບູນ 222 ກໍລະນີ; ອຸດົມໄຊ 39 ກໍລະນີ; ບໍ່ແກ້ວ 15 ກໍລະນີ; ຊຽງຂວາງ 20 ກໍລະນີ; ຜົ້ງສາລີ 1 ກໍລະນີ. ແຂວງທີ່ຍັງບໍ່ມີການລາຍງານຄົນເປັນໄຂ້ຍຸງລາຍແມ່ນແຂວງຫົວພັນ.

  ທັງນີ້ກະຊວງສາທາລະນະສຸກໄດ້ຮຽກຮ້ອງໃຫ້ປະຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດໃຫ້ເອົາໃຈໃສ່ປ້ອງກັນຕົນເອງ, ນອນໃນມຸ້ງ, ຫຼີກເວັ້ນບໍ່ໃຫ້ຍຸງກັດສິ່ງສຳ ຄັນຕ້ອງມີສ່ວນຮ່ວມກັບອຳນາດການປົກຄອງບ້ານ, ເມືອງ, ແຂວງໃນການອະນາໄມສິ່ງແວດລ້ອມກຳຈັດແຫຼ່ງເພາະພັນຍຸງລາຍໂດຍສະເພາະຈັດຕັ້ງປະຕິບັດຫຼັກ ການ 5 ຂອງກະຊວງສາທາລະນະສຸກວາງອອກຢ່າງເຄັ່ງຄັດຄື: ປິດ (ປົກປິດພາສະນະທີ່ກັກເກັບນໍ້າທັງໃນ ແລະ ນອກເຮືອນບໍ່ໃຫ້ຍຸງລາຍມາໄຂ່ໃສ່), ປ່ຽນ (ປ່ຽນນໍ້າໃນພາສະນະທີ່ກັກເກັບນໍ້າເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້ ແລະ ອື່ນໆ), ປ່ອຍ (ປ່ອຍປາຫາງຍົກຍຸງເພື່ອກິນໜອນນໍ້າ), ປັບປຸງ (ປັບປຸງສິ່ງແວດ ລ້ອມອ້ອມເຮືອນໃຫ້ສະອາດເປັນປະຈຳທຸກໆອາທິດ) ແລະປະຕິບັດໃຫ້ເປັນນິໄສທຸກໆອາທິດ. .

--------------------------

ຂຽນໂດຍກິ່ງລັດຕະນະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ